ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດກ່າວວ່າ ມຽນມາຕ້ອງປະຕິຮູບ ເພີ້ມຂຶ້ນອີກ


ທ່ານ Jim Mee (ຂວາ) ແລະນາງ Nilar Thein (ກາງ) ຊຶ່ງເປັນພວກນັກເຄື່ອນໄຫວຂອງກຸ່ມ ນັກສຶກສາ 88 ໄດ້ຮັບການຕ້ອນຮັບຈາກລູກສາວຂອງພວກຕົນ (ຊ້າຍ) ທີ່ສະໜາມບິນນະຄອນ ຢ້າງກຸ້ງ ພາຍຫລັງທີ່
ໄດ້ຖືກປ່ອຍຕົວອອກຈາກຄຸກໃນວັນສຸກ ທີ 13 ມັງກອນ, 2012, in Yangon (AP Photo/Khin Maung Win)
ທ່ານ Jim Mee (ຂວາ) ແລະນາງ Nilar Thein (ກາງ) ຊຶ່ງເປັນພວກນັກເຄື່ອນໄຫວຂອງກຸ່ມ ນັກສຶກສາ 88 ໄດ້ຮັບການຕ້ອນຮັບຈາກລູກສາວຂອງພວກຕົນ (ຊ້າຍ) ທີ່ສະໜາມບິນນະຄອນ ຢ້າງກຸ້ງ ພາຍຫລັງທີ່ ໄດ້ຖືກປ່ອຍຕົວອອກຈາກຄຸກໃນວັນສຸກ ທີ 13 ມັງກອນ, 2012, in Yangon (AP Photo/Khin Maung Win)

ທ່ານ​ນາງຮິນ​ລາ​ລີ Rodham ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດກ່າວວ່າ ​ມຽນມາສາມາດປັບປຸງຄວາມສໍາພັນ ກັບສະຫະລັດໄດ້ ຖ້າຫາກມຽນມາ ປ່ອຍຕົວ​ພວກ
ນັກ​ໂທດ​ການ​ເມືອງທີ່ຍັງເຫລືອຢູ່ນັ້ນໃຫ້ໝົດ, ຢຸດ​ເຊົາກໍ່ຄວາມຮຸນແຮງຕໍ່ພວກຊົນເຜົ່ານ້ອຍ
ແລະຕັດສາຍພົວພັນ ທາງທະຫານກັບເກົາຫລີເໜືອ.

ໃນ​ການໂອ້ລົມກັນ​ທາງໂທລະສັບ ກັບລັດຖະມົນຕີ​ການ​ຕ່າງປະ​ເທດມຽນມາ ທ່ານ
Wunna Maung Lwin ໃນວັນເສົາວານນີ້ ທ່ານນາງຄລິນ​ຕັນເວົ້າວ່າ ລັດຖະບານ
ວໍຊິງຕັນມີຄວາມມຸ້ງໝັ້ນ ທີ່ຈະເດີນ​ໄປຕາມເສັ້ນທາງແຫ່ງການປະຕິຮູບຮ່ວມກັບປະຊາ
ຊົນ ແລະລັດຖະບານມຽນມາ. ລັດຖະມົນຕີທັງສອງທ່ານ ຍັງໄດ້ສົນທະນາກັນກ່ຽວກັບ
ເລື້ອງຮື້​ຟື້ນສາຍ​ພົວພັນ​ທາງ​ການທູດລະຫວ່າງກັນ.

ນອກນັ້ນແລ້ວ ທ່ານ​ນາງຄລິນ​ຕັນ ຍັງໄດ້ໂອ້ລົມກັບຜູ້ນໍາຝ່າຍຄ້ານ ທ່ານນາງ ອອງຊານ
ຊູຈີ ນໍາອີກດ້ວຍ. ໃນຄໍາຖະແຫລງການທີ່ນໍາອອກເຜີຍແຜ່ ລຸນຫລັງການສົນທະນາກັນຄັ້ງ
ນັ້ນ ລັດຖະມົນຕີຕ່າງປະ​ເທດຄລິນ​ຕັນກ່າວວ່າ ທ່ານນາງໄດ້ເວົ້າຕໍ່ຜູ້ນໍາທັງສອງຄົນຂອງມຽນ
ມາວ່າ ລັດຖະບານວໍຊິງຕັນ ກຽມພ້ອມທີ່ຈະຕອບສະໜອງທຸກໆການເຄື່ອນໄຫວໃນດ້ານ
ປະຕິຮູບຂອງ​ມຽນມາ ດ້ວຍການເຄື່ອນໄຫວໃນການຮ່ວມມືກັນ.

ການໂອ້ລົມດັ່ງກ່າວ ແມ່ນມີຂຶ້ນລຸນຫລັງທີ່ລັດຖະບານມຽນມາ ໄດ້ປ່ອຍ​ນັກ​ໂທດ​ການ​ເມືອງ​
ຫລາຍ​ຮ້ອຍ​ຄົນ. ລັດຖະບານພົນລະເມືອງ​ແຕ່ໃນນາມ ຊຸດໃໝ່ຂອງມຽນມາ ທີ່ໄດ້ຂຶ້ນກໍາອໍາ
ນາດໃນເດືອນມີນາປີກາຍນີ້ ໄດ້ເອົາບາດ​ກ້າວສໍາ​ຄັນໆຫລາຍ​ຢ່າງ​ໃນ​ການ​ປະຕິຮູ​ບ​ໄປ​ສູ່ປະ
ຊາທິປະ​ໄຕ.

ເພື່ອ​ເປັນ​ການ​ສະໜອງ​ຕອບຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ ທາງສະຫະລັດແລະບັນດາປະເທດ ຕາເວັນຕົກອື່ນໆ ກໍ​ໄດ້ຍື່ນມືໄປຫາມຽນມາ ພ້ອມ​ກັບຮຽກຮ້ອງໃຫ້ມຽນມາ ປ່ອຍນັກໂທດ ການເມືອງທີ່ຍັງເຫລືອນັ້ນໃຫ້ໝົດ, ​ໃຫ້ດໍາເນີນຄວາມພະຍາຍາມໃນການ​ສ້າງ​ຄວາມ​ປອງ​ດອງຊາດ ແລະປະຕິຮູບໄປສູ່ປະຊາທິປະ​ໄຕເພີ້ມຕື່ມອີກ ກ່ອນຈະມີການຍົກເລີກ ການ ລົງໂທດຕໍ່ມຽນມາ​ນັ້ນ.

XS
SM
MD
LG