ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດປະນາມ ວິດິໂອສະແດງພາບ ທະຫານອາເມຣິກາປັດສະວະ ໃສ່ສົບຂອງພວກຕາລິບານ (ເບິ່ງວີດິໂອ)


ພາບຂອງວິດິໂອທີ່ບໍ່ໄດ້ໝາຍວັນທີຂອງມື້ຖ່າຍພາບ ໄດ້ຖືກນໍາເອົາໄປເຜີຍແຜ່ໃນອິນເຕີແນັດ ໃນວັນພຸດ ທີ 11 ມັງກອນ, 2012 ໂດຍຄົນໃຊ້ YouTube ທີ່ຂະໜານນາມຂອງພວກຕົນວ່າ "semperfiLoneVoice" ສະແດງ ໃຫ້ເຫັນພາບຂອງທະຫານມາຣິນ ຢືນລຽນແຖວກັນອ້ອມ ສົບຂອງນັກຕໍ່ສູ້ຂອງພວກຕາລິບານ 3 ຄົນ ເພື່ອ
ພາບຂອງວິດິໂອທີ່ບໍ່ໄດ້ໝາຍວັນທີຂອງມື້ຖ່າຍພາບ ໄດ້ຖືກນໍາເອົາໄປເຜີຍແຜ່ໃນອິນເຕີແນັດ ໃນວັນພຸດ ທີ 11 ມັງກອນ, 2012 ໂດຍຄົນໃຊ້ YouTube ທີ່ຂະໜານນາມຂອງພວກຕົນວ່າ "semperfiLoneVoice" ສະແດງ ໃຫ້ເຫັນພາບຂອງທະຫານມາຣິນ ຢືນລຽນແຖວກັນອ້ອມ ສົບຂອງນັກຕໍ່ສູ້ຂອງພວກຕາລິບານ 3 ຄົນ ເພື່ອ

ສະຫະລັດໄດ້ກ່າວປະນາມວິດິໂອອັນນຶ່ງ ທີ່ປະກົດວ່າສະແດງພາບຂອງທະຫານມາຣີນ
ອາເມຣິກາ ກໍາລັງຖ່າຍເບົາຮວດສົບຂອງນັກຕໍ່ສູ້ຂອງ​ພວກຕາ​ລິ​ບານ​.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດ ທ່ານ Leon Panetta ກ່າວ​ໃນ
ວັນພະຫັດວານນີ້ວ່າ ວິດິໂອດັ່ງກ່າວ “ເປັນທີ່ໜ້າ​ເສຍ ​ໃຈຢ່າງຍິ່ງ”. ທ່ານໄດ້ສັນຍາວ່າ
ຜູ້ໃດທີ່ຮັບຜິດຊອບໃນເລື້ອງນີ້ ຈະຕ້ອງຖືກ​ລົງໂທດຢ່າງເຕັມທີ່.

ທ່ານ Panetta ໄດ້ສັ່ງໃຫ້ທະຫານມາຣີນຂອງສະຫະລັດ ແລະຜູ້​ບັນຊາ​ການກໍາລັງທະຫານ
ຂອງເນໂຕ້ ຢູ່ໃນອັຟກາ​ນີສຖານ ທໍາການສືບສວນ ສອບສວນ ກ່ຽວ​ກັບວິດິໂອດັ່ງກ່າວ.

ທ່ານລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ໂອ້ລົມເລື້ອງນີ້ ທາງ​ໂທລະ​ສັບກັບປະທາ
ນາທິບໍດີ ຮາ​ມິດ ກາ​ຊາຍຂອງອັຟກາ​ນີສຖານ ໃນວັນພະຫັດວານນີ້ ແລະກໍໄດ້ຢືນຢັນວ່າ ຈະມີການສອບສວນຢ່າງຈິງຈັງຕໍ່ເຫດ ການດັ່ງກ່າວ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານນາງ Hillary Clinton ກໍເຫັນ ພ້ອມກັບການກ່າວປະນາມຂອງທ່ານ Panetta ຕໍ່ການກະທໍາດັ່ງກ່າວ ໂດຍເວົ້າວ່າ ການ
ເຮັດດັ່ງນັ້ນ ແມ່ນຂັດຕໍ່ຄ່ານິຍົມຂອງອາເມຣິກັນ ແລະມາດຕະຖານດ້ານການປະພຶດທີ່ທະ
ຫານສະຫະລັດຄວນປະຕິບັດ.

ທ່ານ Karzai ເວົ້າວ່າ ລັດຖະບານຂອງທ່ານແມ່ນມີ “ຄວາມບໍ່ດີໃຈຢ່າງແຮງ” ຕໍ່ວີດິໂອນັ້ນ ແລະເວົ້າວ່າ ການກະທໍາດັ່ງກ່າວ ແມ່ນການ​ໝິ່ນປະ ໝາດ ຕໍ່ສົບຄົນອັຟກາ​ນີສຖານ.

ໂຄສົກຂອງກຸ່ມ​ຕາ​ລິ​ບານ (ທ່ານ Zabihullah Mujahed) ກ່າວວ່າ ໃນຂະນະທີ່ເຫັນວ່າ
ວິດິໂອດັ່ງກ່າວນີ້ເປັນເລື້ອງ “ທີ່ໜ້າຕື່ນ​ຕົກໃຈ” ແຕ່ທ່ານກໍຄິດວ່າ ມັນຈະບໍ່ເຮັດໃຫ້ການເຈ
ລະຈາຂອງກຸ່ມດັ່ງກ່າວ ກັບສະຫະ ລັດປ່ຽນແປງໄປ ແຕ່ຢ່າງໃດ.

ທໍານຽບຫ້າແຈກ່າວວ່າ ຕົນບໍ່ໄດ້ມີຄວາມສົງໃສແຕ່ຢ່າງໃດເລີຍວ່າ ພາບຢູ່ໃນວິດິໂອນັ້ນ ຈະບໍ່ເປັນຂອງຈິງ.

ພວກເຈົ້າໜ້າທີ່ທະຫານຂອງສະຫະລັດ ເວົ້າໃນວັນພະຫັດວານນີ້ວ່າ ທະຫານ​ມາຣີນສາມາດ
ບົ່ງບອກໄດ້ວ່າ ທະຫານທີ່ຢູ່ໃນວິດິໂອນັ້ນແມ່ນໃຜ ແຕ່ກໍບໍ່ໄດ້ເປີດເຜີຍຊື່ຂອງຜູ້ໃດເລີຍ.

ເບິ່ງວີດິໂອພາສາອັງກິດ

XS
SM
MD
LG