ຈະໃຫ້ການສົ່ງເສີມໂຄງການພັດທະນາພະລັງງານສະອາດ ໃຫ້ເພີ່ມຂຶ້ນຢ່່າງຕໍ່ເນື່ອງ
ການນໍາໃຊ້ Internet ຄວາມໄວສູງ ທີ່ມີເຄືອຂ່າຍກວມເອົາເກືອບ 60 ເປີເຊັນ ຂອງປະຊາກອນລາວ ໃນປັດຈຸບັນ ອີກດ້ານນຶ່ງນັ້ນ ກໍເຮັດໃຫ້ເກີດບັນຫາຫຍໍ້ທໍ້ໃນສັງຄົມລາວເພີ້ມຂຶ້ນເຊັ່ນກັນ
ໜີ້ສາທາລະນະຂອງລັດຖະບານລາວ ຈະເພີິ້ມຂຶ້ນເປັນເກີນກວ່າ 96 ເປີເຊັນ ຂອງຍອດຜະລິດຕະພັນຮວມພາຍໃນ (GDP) ປີ 2023 ໃນຂະນະທີ່ລັດຖະ ບານລາວຍັງຈະແກ້ໄຂບັນຫາຂາດງົບປະມານດ້ວຍການຂາຍພັນທະບັດ
ບໍລິສັດລາວ-ຈີນ ຈະສຳເລັດການສຶກສາຄວາມເປັນໄປໄດ້ ໃນການລົງທຶນ ກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນວຽງຈັນ ໄປປາກເຊ ແຂວງຈຳປາສັກ ພາຍໃນ 2 ປີຂ້າງໜ້າ ຫຼືປີ 2025 ເປັນຢ່າງຊ້າ
ເຄື່ອຂ່າຍປະຊາຊົນໄທໃນລຸ່ມແມ່ນ້ຳຂອງຮຽກຮ້ອງໃຫ້ຄະນະກຳມາທິການແມ່ນ້ຳຂອງ ປະຕິບັດງານໃຫ້ມີປະສິດທິພາບ ແລະມີສິດຄັດຄ້ານໂຄງການກໍ່ສ້າງເຂື່ອນທີ່ບໍ່ໄດ້ມາດຕະຖານ
ເຈົ້າໜ້າທີ່ຂັ້ນສູງຂອງໄທຢືນຢັນວ່າ ທາງການໄທ, ກຳປູເຈຍ, ຫວຽດນາມ ຍັງຄົງບໍ່ເຫັນດີກັບໂຄງການກໍ່ສ້າງເຂື່ອນສານະຄາມເທິງແລວແມ່ນ້ຳຂອງໃນລາວ ເພາະວ່າຍັງບໍ່ໝັ້ນໃຈໃນແຜນການປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ
ສະຫະພັນແມ່ຍິງລາວ ໃຫ້ການຊ່ວຍເຫຼືອແມ່ຍິງລາວທີ່ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດ ໃນຕ່າງປະເທດໄດ້ 100 ກວ່າຄົນໃນປີ 2022 ແຕ່ກໍ່ມີຈຳນວນນຶ່ງທີ່ໄດ້ກັບຄືນໄປສູ່ສະຖານະເດີມ
ໃນປັດຈຸບັນລາວມີແຫຼ່ງຜະລິດໄຟຟ້າທັງໝົດ 91 ແຫ່ງມີກຳລັງຕິດຕັ້ງລວມ 11,661 ເມກະວັດ ຜະລິດກະແສໄຟຟ້າໄດ້ 58,813 ລ້ານກິໂລວັດໂມງຕໍ່ປີ .
ທັງນີ້ ທາງການລາວ ໄດ້ປະຕິບັດນະໂຍບາຍເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ນັບແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ຊຶ່ງຖືໄດ້ວ່າ ປະສົບຜົນສຳເລັດໃນລະດັບຄາດໝາຍ ໂດຍມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງມາລາວ 9 ແສນກວ່າຄົນ
ປະຊາຊົນລາວຕ້ອງການໃຫ້ບັນດາຜູ້ພິພາກສາສານທຸກຂັ້ນຕັດສິນຄະດີຢ່າງຍຸດຕິທຳ ແລະ ປະຕິບັດໜ້າທີ່ແບບມີຄວາມໂປ່ງໃສຢ່າງແທ້ຈິງ
ເຈົ້າໜ້າທີ່ລາວກ່າວວ່າ 1,016 ຄອບຄົວ ທີ່ຍັງບໍ່ຍອມຮັບເອົາການຊົດເຊີຍໃນມູນຄ່າລວມ 279.98 ຕື້ກີບ ເພາະເຫັນວ່າເປັນການຊົດເຊີຍທີ່ຕໍ່າກວ່າສະພາບໂຕຈິງໃນປັດຈຸບັນ
ຜູ້ໂດຍສານລົດໄຟລາວ-ຈີນ ຈະຕ້ອງໃຊ້ເວລາເຖິງ 4 ຊົ່ວໂມງໄປກັບ ເພາະການກວດຄົນເຂົ້າອອກເມືອງ ທັງຢູ່ລາວ ແລະຈີນ ເຮັດໃຫ້ການເດີນທາງ ລະ ຫວ່າງຄຸນໝິງ ນະຄອນວຽງຈັນ ຕ້ອງໃຊ້ເວລາເຖິງ 12 ຊົ່ວໂມງ
ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າໝາຍຈະປູກຕົ້ນໄມ້ໃນຕະຫຼອດປີ 2023 ໃຫ້ໄດ້ 37,000 ກວ່າເຮັກຕາໃນທົ່ວປະເທດ.
ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍບັນຫາຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ແຕ່ປະຊາຊົນລາວ ບັນດາເຜົ່າກັບຍັງມີລາຍໄດ້ເທົ່າເດີມ ໂດຍສະເພາະກໍແມ່ນອັດຕາຄ່າຈ້າງຂັ້ນຕ່ຳຂອງຜູ້ອອກແຮງງານໃນລາວ ທີ່ບໍ່ໄດ້ມີການປັບຂຶ້ນໃຫ້ສອດຄ່ອງກັບສະພາບການຕົວຈິງ
ຜູ້ຊ່ຽວຊານດ້ານສິ່ງແວດລ້ອມໃຫ້ທັດສະນະວ່າ ການພັດທະນາ ລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າແຫຼ່ງໃຫຍ່ຂອງອາຊຽນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມລາວຢ່າງກວ້າງຂວາງໃນໄລຍະ 10 ກວ່າປີທີ່ຜ່ານມາ
ໃນປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ 72,330 ຕອນ
ແຕ່ຢ່າງໃດກໍຕາມ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມນ້ຳຂອງ ກໍໄດ້ເຄື່ອນໄຫວຄັດຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຫຼວງພະບາງ ມາຢ່າງຕໍ່ເນື່ອງ
ແຮງງານຕ່າງຊາດຕົກເປັນເຫຍື່ອຂອງການຄ້າມະນຸດໃນປະເທດໄທ ແມ່ນຢູ່ໃນ 3 ຮູບແບບ ຄື: ການຖືກ ບັງຄັບໃຫ້ຂາຍບໍລິການທາງເພດ, ການເປັນແຮງງານໃນເຮືອປະມົງ ແລະ ການບັງຄັບເປັນເດັກຂໍທານ
ນັກທຸລະກິດລາວໃຫ້ທັດສະນະວ່າ ການຂາດດຸນການຄ້າຕ່າງປະເທດຂອງລາ ວບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ຫາກແຕ່ຍັງລວມເຖິງຄວາມເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດທີ່ມີຕໍ່ສະຖຽນລະພາບຂອງເງິນກີບດ້ວຍ
ທ່ານຣັງສີມັນ ໂຣມ ສະມາຊິກລັດຖະສະພາໄທ ຖະແຫລງວ່າການທີ່ກຸ່ມແກັ່ງອາດຊະຍາກອນຈີນ ສາມາດສ້າງເຄື່ອຂ່າຍດຳເນີນທຸລະກິດຜິດກົດໝາຍໄດ້ຢ່າງກວ້າງຂວາງຢູ່ໃນເຂດລຸ່ມແມ່ນ້ຳຂອງໃນປັດຈຸບັນນີ້ກໍຍ້ອນວ່າໄດ້ຮັບການສະໜັບສະໜູນ ຢູ່ເບື້ອງຫລັງ
ໂຫລດຕື່ມອີກ