ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະພັນແມ່ຍິງລາວ ຊ່ວຍເຫຼືອແມ່ຍິງ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ໃນຕ່າງປະເທດ ໄດ້ 100 ກວ່າຄົນ ແຕ່ຈຳນວນນຶ່ງ ກັບຄືນໄປສູ່ສະຖານະ​ພາບເດີມ


ພາບ​ທີ່​ໂຄ​ສະ​ນາປຸກ​ລະ​ດົມ​ໃຫ້​ຄົນ​ລະ​ວັງ​ເພື່ອບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ຕັ້ງ​ໄວ້​ໃນ​ເຂດ​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ນຶ່ງ​ຂ​ອງ​ໄທ
ພາບ​ທີ່​ໂຄ​ສະ​ນາປຸກ​ລະ​ດົມ​ໃຫ້​ຄົນ​ລະ​ວັງ​ເພື່ອບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ຕັ້ງ​ໄວ້​ໃນ​ເຂດ​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ນຶ່ງ​ຂ​ອງ​ໄທ

ສະຫະພັນແມ່ຍິງລາວ ໃຫ້ການຊ່ວຍເຫຼືອແມ່ຍິງລາວທີ່ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດ ໃນຕ່າງປະເທດໄດ້ 100 ກວ່າຄົນໃນປີ 2022 ແຕ່ກໍ່ມີຈຳນວນນຶ່ງທີ່ໄດ້ກັບຄືນໄປສູ່ສະຖານະເດີມ ຊົງ​ຣິດ ໂພນ​ເງິນ​ມີ​ລາຍ​ງານນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້​ປະ​ສານ​ງານເຄືອ​ຂ່າຍ​ແຮງ​ງານ​ອົບ​ພະ​ຍົບ​ໃນ​ອາ​ຊຽນເປີດ​ເຜີຍ​ວ່າ ການ​ປະ​ສານ​ງານດ້ານ​ຂໍ້​ມູນ ແລະ​ຂ່າວ​ສານ​ແຮງ​ງານ​ຢ່າງ​ໃກ້​ຊິດ ລະ​ຫວ່າງ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ​ກັບ​ເຄືອ​ຂ່າຍ​ແຮງ​ງານອົບ​ພະ​ຍົບ​ໃນ​ອາ​ຊຽນ ໂດຍ​ສະ​ເພາະ​ແມ່ນ​ຂໍ້​ມູນ​ກ່ຽວ​ກັບ​ແຮງ​ງານ​ເພດ​ຍິງ ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດຂ້າມ​ຊາດ​ໃນ​ປີ 2022 ທີ່ຜ່ານ​ມາ ນອກ​ຈາກ​ຈະ​ເຮັດ​ໃຫ້​ສາ​ມາດ​ສະ​ກັດ​ກັ້ນບໍ່​ໃຫ້​ມີ​ແຮງ​ງານ​ຕ້ອງ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດເພີ້ມ​ຂຶ້ນຈາກ​ປີ​ກ່ອນ​ໜ້າຢ່າງ​ໄດ້​ຜົນ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ສາ​ມາດ​ຊ່ວຍ​ເຫລືອ​ແຮງ​ງານ ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ໄດ້​ເພີ້ມ​ຂຶ້ນ​ອີກ​ດ້ວຍ ໂດຍ​ເຫັນ​ໄດ້​ຈາກ​ການ​ປະ​ສານ​ງານ​ກັບ​ທາງ​ການ​ໄທ ທີ່ສາມາດສະກັດກັ້ນການຄ້າມະນຸດໄດ້ເຖິງ 2,400 ກວ່າກໍລະນີ ແລະຈັບກຸມຜູ້ກະທຳຜິດ ໄດ້ຫຼາຍກວ່າ 3,300 ຄົນ ແລະໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຕົກເປັນເຫຍື່ອໄດ້ຫຼາຍກວ່າ 6,500 ຄົນ ຊຶ່ງໃນນີ້ ເກີນກວ່າ 90 ເປີ​ເຊັນ ແມ່ນແຮງງານພະມ້າ, ກຳປູເຈຍ ແລະລາວ ທີ່ລັກລອບມາເຮັດວຽກໂດຍຜິດກົດໝາຍໃນໄທ ຈຶ່ງເຮັດໃຫ້ສາມາດທີ່ຈະຕົກເປັນເຫຍື່ອຂອງການ ຄ້າມະນຸດໄດ້ຕະຫຼອດເວລາ ເພາະຈ​ະ​ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດ້ານ​ສະ​ຫວັດ​ດີ​ການ​ຕ່າງໆ​ຕາມ​ກົດ​ໝາຍ​ແຮງ​ງານ​ໄທ​ນັ້ນ​ເອງ.

ໂດຍກຸ່ມແຮງງານທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນໄທຫຼາຍທີ່ສຸດ ກໍແມ່ນແຮງງານເພດຍິງ ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ, ຊຶ່ງ​ສ່ວນ​ໃຫຍ່ກໍ​ເປັນ​ແຮງ​ງານເພດ​ຍິງຈາກ ​ມຽນ​ມາ, ກຳ​ປູ​ເຈຍ ແລະ​ລາວ ຕາມ​ລໍ​າດັບ ໂດຍ​ແຮງ​ງານ​ເຫລົ່າ​ນີ້ ຈະ​ຖືກ​ບັງ​ຄັບ​ໃຫ້​ຂາຍ​ບໍ​ລິ​ການທາງ​ເພດ​ຢູ່​ຕາມ​ສະ​ຖານ​ບັນ​ເທິງ​ຕ່າງໆ ທີ່​ຕັ້ງ​ຢູ່​ເຂດ​ເມືອງ​ຊາຍ​ແດນ ລະ​ຫວ່າງ​ໄທ​ກັບ​ປະ​ເທດເພື່ອ​ນບ້ານນັ້ນ​ຊຶ່ງ​ສອດ​ຄ່ອງ​ກັບ​ລາຍ​ງານ​ຂອງ ສະຫະພັນແມ່ຍິງລາວ ທີ່ຢືນຢັນວ່າໃນປີ 2022 ທີ່ຜ່ານມາ ສາມາດໃຫ້ການຊ່ວຍເຫຼືອແມ່ຍິງລາວທີ່ ຕົກເປັນເຫຍື່ອການຄ້າມະນຸດໄດ້ເກີນກວ່າ 100 ຄົນ ແລະ ໄດ້ດຳເນີນການສົ່ງກັບ ໄປພູມລຳເນົາ ເດີມແລ້ວ.​ ແຕ່ບັນຫາກໍ່ຄືຈຳນວນໜຶ່ງໄດ້ກັບໄປສູ່ສະຖານະເດີມ ທັງໂດຍສະໝັກໃຈ ແລະ ຖືກບັງຄັບໂດຍພໍ່ແມ່. ດັ່ງທີ່ ທ່ານນາງ ອິນລາວັນ ແກ້ວບຸນພັນ,​ ປະທານສະຫະພັນແມ່ຍິງລາວ ໄດ້ຢືນຢັນວ່າ:
“ການຕິດຕາມຜູ້ຖືກເຄາະຮ້າຍພາຍຫຼັງທີ່ກັບຄືນສູ່ຄອບຄົວພູມລຳເນົາແລ້ວ ຍັງມີຈຳນວນນຶ່ງ ກະຖືວ່າ ຍັງກັບຄືນມາເຮັດອັນເກົ່າຫັ້ນຢູ່. ຕາມການພວກເຮົາໄດ້ເບິ່ງຫັ້ນ ກໍ່ຍັງແມ່ນຕິດພັນກັບຄວາມ ຮັບຮູ້ຂອງຄອບຄົວ-ຜູ້ປົກຄອງເອງ ຈຳນວນນຶ່ງ ກະແມ່ນຊຸກຍູ້ໃຫ້ລູກຫຼານໄປທາງນີ້ ເພາະໄດ້ເງິນ ເພື່ອວ່າຢາກຫາເງິນນຳທາງນີ້ ແລ້ວບໍ່ເຮັດຫຍັງໃຫ້ລູກຫຼານຫັ້ນ ສົ່ງມາໃຫ້ຕົວເອງ ກະໄດ້ບັງຄັບ ຜູ້ທີ່ຖືກເຄາະຮ້າຍຫັ້ນໄປກັບຄືນອັນເກົ່າ ອັນນີ້ກະຖືວ່າ ແມ່ນຍັງຂໍ້ຄົງຄ້າງທີ່ຍັງແກ້ບໍ່ຕົກ

ຍິ່ງ​ໄປ​ກວ່າ​ນັ້ນ​ເມື່ອ​ສົມ​ທົບ​ດ້ວຍ​ບັນ​ຫາ​ຄ່າ​ຄອງ​ຊີບ​ທີ່​ປັບ​ຕົວ​ສູງ​ຂຶ້ນ​ນັບ​ມື້ ແຕ່​ປະ​ຊາ​ຊົນ​ລາວ​ຍັງ​ມີ​ລາຍ​ໄດ້​ເທົ່າ​ເດີມ ​ໂດ​ຍ​ສະ​ເພາະ​ກໍ​ແມ່ນ​ອັດ​ຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ລາວ ​ທີ່ບໍ່​ໄດ້​ມີ​ການ​ປັບ​ຂຶ້ນ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ​ ​ກໍ​ຄື​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ​ຕ້ອງ​ພາ​ກັນ​ເດີນ​ທາງ​ໄປ​ລັກ​ລອບ​ທຳ​ງານ​ໃນ ໄທ​ເພີ້ມ​ຂຶ້ນ ເນື່ອງ​ຈາກ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ແຮງ​ງານ​ລາວ ​ສາ​ມາດ​ເດີນ​ທາງ​ໄປ​ໄດ້​ງ່າຍ​ທີ່​ສຸດ ທັງ​ຍັງ​ມີ​ອັດ​ຕາ​ຄ່າ​ຈ້າງ​ສູງກວ່າ​ຢູ່ລາວ​ເກີນກວ່າ 4 ເທົ່າ​ຕົວ​ອີກດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ເດີນ​ທາງ​ໄປ​ໄທ​ເພີ່ມ​ຂຶ້ນນັບ​ມື້ ໃນ​ຂະ​ນະ​ທີ່ການ​ປະ​ຕິ​ບັດການ​ເພື່ອ​ປ້ອງ​ກັນ​ຂອງ​ທາງ​ການ​ລາວ ກໍ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ​ແລະ​ຫາກໍ່​ຈັດ​ທຳ​ຖານ​ຂໍ້​ມູນ​ແຮງ​ງານ​ເຊື່ອມ​ຕໍ່​ Online ເມື່ອບໍ່​ນານ​ມານີ້ ດັ່ງທີ່ເຈົ້າ​ໜ້າ​ທີ່​ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໄດ້​ຢືນ​ຢັນ​ວ່າ:

"ສຳລັບ ວຽກຈຸດສຸມກະແມ່ນລົງກວດກາ ຄຸ້ມຄອງແຮງງານຢູ່ຕາມຫົວໜ່ວຍແຮງງານຕ່າງໆ ແລະ ພ້ອມກັນນັ້ນ ກະແມ່ນປັບປຸງລະບົບຖານຂໍ້ມູນແຮງງານ ທີ່ທັນສະໄໝ ແລະກະລົງເກັບກຳຂໍ້ມູນແຮງງານ ແລ້ວກະຂຶ້ນທະບຽນແຮງງານນີ້ໃຫ້ສາມາດຮູ້ໄດ້ ID ຂອງຜູ້ອອກແຮງງານຢູ່ພາຍໃນ ແລະຕ່າງປະເທດ ສືບຕໍ່ພັດທະນາລະບົບຖານຂໍ້ມູນການອະນຸຍາດ ແລະ ຈັດສົ່ງແຮງງານໄປອອກແຮງງານ ຕ່າງປະເທດ ໃຫ້ເປັນລະບົບ Online ເພື່ອສະດວກໃນການຕິດຕາມ ແລະການເຊື່ອມຖານຂໍ້ມູນເຫລົ່ານັ້ນ ກັບຂະ ແໜງການທີ່ກ່ຽວຂ້ອງ

ປັດ​ຈຸ​ບັນ​ມີ​ແຮງ​ງານ​ລາວ​ທີ່​ທຳ​ງານ​ຢ່າງ​ຖືກ​ຕ້ອງຕາມ​ກົດ​ໝາຍ​ໃນ​ໄທ 213,203 ຄົນ ແລະ​ນາຍ​ຈ້າງໄທ ​ຍັງ​ຕ້ອງ​ການ​ແຮງ​ງານເພີ້ມ​ອີກກວ່າ 4 ແສນ​ຄົນ​ ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ງານທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກລັດ​ເທົ່າ​ນັ້ນ.

XS
SM
MD
LG