ການຊໍ້າຊ້ອນກັນທາງດ້ານອຳນາດການບໍລິຫານລະຫວ່າງໜ່ວຍງານຂອງລັດຖະບານ ລາວ ຖືເປັນສາເຫດສຳຄັນທີ່ເຮັດໃຫ້ການອອກໃບຕາດິນໃຫ້ກັບປະຊາຊົນ ລາວ ຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້.
ນັກທຸລະກິດການພັດທະນາທີ່ດິນ ແລະ ອະສັງຫາລິມະຊັບໃນ ລາວ ເປີດເຜີຍວ່າສາເຫດສຳຄັນທີ່ສຸດທີ່ໄດ້ສົ່ງຜົນກະທົບ ແລະ ເຮັດໃຫ້ການອອກໃບຕາດິນໃຫ້ກັບປະຊາຊົນ ລາວ ໃນໄລຍະທີ່ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ຕໍ່າກວ່າແຜນການທີ່ວາງໄວ້ກໍຄືການຊໍ້າຊ້ອນກັນທາງດ້ານອຳນາດການບໍລິຫານຕາມກົດໝາຍລະຫວ່າງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມກັບກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງບັນຫາທີ່ເກີດຂຶ້ນຫຼາຍທີ່ສຸດໃນປັດຈຸບັນກໍຄືການກຳນົດເຂດອະນຸລັກປ່າໄມ້ຂອງກະຊວງກະສິກຳ ແລະ ປ່າໄມ້ໄດ້ກວມເອົາທີ່ດິນ ແລະ ເຂດທີ່ຢູ່ອາໄສຂອງປະຊາຊົນທີ່ຢູ່ໃນແຜນການອອກໃບຕາດິນຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໂດຍຫຼາຍພື້ນທີ່ທີ່ປະສົບບັນຫາດັ່ງກ່າວນີ້ປາກົດວ່າມີການທັບຊ້ອນກັນເຖິງ 90 ເປີເຊັນຂອງຈຳນວນບ້ານທັງໝົດທີ່ຢູ່ໃນແຜນການອອກໃບຕາດິນດັ່ງກ່າວ ຫາກແຕ່ກັບເປັນພື້ນທີ່ທີ່ຢູ່ໃນເຂດກຳນົດໃຫ້ເປັນປ່າອະນຸລັກ 3 ປະເພດກໍຄືປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດໄປແລ້ວດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ
“ກຳນົດທີ່ດິນ 3 ປະເພດປ່ານີ້ນະຍັງບໍ່ທັນສອດຄ່ອງ ຍັງບໍ່ຖືກກັບຄວາມເປັນຈິງເນາະ ສ່ວນຫຼາຍມີແຕ່ການກຳນົດ ແຕ່ວ່າການຈັດສັນນີ້ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດເທື່ອ ຂ້າພະເຈົ້າຂໍຍົກເມືອງຮຸນ ເປັນເມືອງນຶ່ງທີ່ວ່າໄດ້ຮັບການສ້າງຕັ້ງໜ່ວຍງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ຊຶ່ງໃນປັດຈຸບັນເມືອງດັ່ງກ່າວກຳລັງພົບບັນຫາຢູ່ ຍ້ອນວ່າອີງໃສ່ການກຳນົດພື້ນທີ່ດິນ 3 ປະເພດຂອງກະຊວງກະສິກຳ-ປ່າໄມ້ ລະແມ່ນເມືອງຮຸນ 90 ປາຍບ້ານລະແມ່ນເມືອງທີ່ວ່ານອນຢູ່ໃນ 3 ປະເພດປ່າ ໂດຍສະເພາະແມ່ນປ່າປ້ອງກັນແຫ່ງຊາດ ແນ່ນອນເປັນແນວນັ້ນນີ້ກໍຈະເຮັດໃຫ້ການຈັດຕັ້ງປະຕິບັດອອກໃບຕາດິນເປັນໄປບໍ່ໄດ້.”
ໃນປີ 2022 ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ 72,330 ຕອນ ຄິດເປັນ 24 ເປີເຊັນຂອງແຜນການປີທີ່ວາງເປົ້າໝາຍຈະອອກໃບຕາດິນໃຫ້ປະຊາຊົນລາວໃຫ້ໄດ້ 3 ແສນຕອນ ແລະ ຖືເປັນການຈັດຕັ້ງປະຕິບັດໄດ້ຕໍ່າກວ່າ 5 ເປີເຊັນຂອງເປົ້າໝາຍທີ່ຈະອອກໃບຕາດິນໃຫ້ໄດ້ທັງໝົດ 1.6 ລ້ານຕອນພາຍໃນປີ 2025 ອີກດ້ວຍ.
ນອກຈາກນັ້ນກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກໍຍັງມີໜ່ວຍວັດແທກທີ່ດິນຢ່າງຈຳກັດ ແລະ ບໍ່ມີເທັກໂນໂລຈີການສື່ສານທີ່ທັນສະໄໝເພື່ອໃຊ້ໃນການວັດແທກ ທັງຍັງບໍ່ມີຖານຂໍ້ມູນທີ່ດິນທີ່ເຊື່ອມຕໍ່ກັນດ້ວຍລະບົບອອນໄລນ໌ໃນທົ່ວປະເທດ ລວມທັງຍັງຂາດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດທີ່ປະຕິບັດໜ້າທີ່ຢ່າງໂປ່ງໃສອີກດ້ວຍ ດັ່ງທີ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ
“ມີຫາງສຽງຕໍ່ພະນັກງານ ແລະ ລັດຖະກອນທີ່ເຮັດວຽກຢູ່ໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມໂດຍສະເພາະແມ່ນຂະແໜງທີ່ດິນ ເພາະຜ່ານມານີ້ມັນກະມີອັນສັບສົນ ດິນຕອນນຶ່ງຜັດມີເອກະສານຫຼາຍໂດຍສະເພາະແມ່ນເອກະສານດິນທີ່ໄປຄໍ້າທະນາຄານແລ້ວ ແຕ່ວ່າດິນຫັ້ນເອົາໄປຊວດຈຳເອົາເງິນສິນເຊື່ອນອກລະບົບຢູ່ທາງນອກກະມີ ນອກຈາກນັ້ນກະແມ່ນການອອກໃບຕາດິນທີ່ບໍ່ຖືກຕ້ອງ ແລ້ວກະມີບາງອັນນີ້ທີ່ພວກເຮົາໄດ້ກຳນົດເປັນເຂດຂອງດິນລັດ ແຕ່ວ່າມີຄົນສວຍໂອກາດຈັບຈອງສະເໜີອົງການຂອງພວກເຮົາໃຫ້ໄປອອກໃບຕາດິນໃຫ້.”
ທາງດ້ານຜູ້ຊ່ຽວຊານການລົງທຶນໃນເຂດລຸ່ມແມ່ນໍ້າຂອງເປີດເຜີຍວ່າການທີ່ກຸ່ມນັກທຸລະກິດຈີນເປັນຜູ້ທີ່ລົງທຶນຫຼາຍທີ່ສຸດໃນລາວນັ້ນ ໃນດ້ານນຶ່ງກໍຍ່ອມຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດລາວໃຫ້ຂະຫຍາຍຕົວເພີ່ມຂຶ້ນນັບມື້ ແຕ່ໃນອີກດ້ານນຶ່ງກໍໄດ້ສ້າງບັນຫາ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວເພີ່ມຂຶ້ນນັບມື້ດ້ວຍເຊັ່ນກັນ ໂດຍສະເພາະແມ່ນກຸ່ມທຸລະກິດຈີນທີ່ໄດ້ຮັບສຳປະທານທີ່ດິນເພື່ອການຜະລິດດ້ານກະສິກຳກໍຄືພາກສ່ວນທີ່ໄດ້ສ້າງບັນຫາ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວຢ່າງກວ້າງຂວາງທີ່ສຸດ ເພາະວ່າໄດ້ມີການນຳໃຊ້ສານເຄມີຢ່າງຫຼວງຫຼາຍໃນໄລຍະທີ່ຜ່ານມາ.
ສ່ວນຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ລາວ ເປີດເຜີຍວ່າບັນຫາຫຍຸ້ງຍາກທີ່ເກີດຂຶ້ນຢ່າງກວ້າງ ຂວາງໃນລາວຄື ການຂັດແຍ້ງກ່ຽວກັບສຳປະທານການຂຸດຄົ້ນແຮ່ທາດລະຫວ່າງປະຊາຊົນກັບພາກລັດ ແລະ ນັກລົງທຶນທີ່ໄດ້ມີການຟ້ອງຮ້ອງເປັນຄະດີໃນສານປະຊາຊົນເພີ່ມຂຶ້ນ ທັງນີ້ລັດຖະບານລາວໄດ້ອະນຸຍາດໃຫ້ສຳປະ ທານຂຸດຄົ້ນແຮ່ທາດໄປແລ້ວ 649 ລາຍໃນ 942 ກິດຈະການ ແລະ ອະນຸຍາດສຳປະທານທີ່ດິນຈຳນວນ 1,758 ໂຄງການທີ່ມີພື້ນທີ່ລວມກວ່າ 11 ລ້ານເຮັກຕາ ແຕ່ວ່າມີການນຳໃຊ້ທີ່ດິນຈິງ 549,248 ເຮັກຕາຫຼືບໍ່ເຖິງ 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດ ໃນນີ້ອະນຸຍາດໂດຍອຳນາດທ້ອງຖິ່ນເຖິງ 1,331 ໂຄງການຊຶ່ງເຮັດໃຫ້ອຳນາດຂອງລັດ ຖະບານລາວຢູ່ຂັ້ນສູນກາງບໍ່ສາມາດກວດກາໄດ້ຢ່າງທົ່ວເຖິງຈົນເຖິງປັດຈຸບັນ.