ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຍົາວະຊົນລາວ ກາຍເປັນຜູ້ເຄາະຮ້າຍຂອງການຄ້າມະນຸດຂ້າມຊາດເພີ້ມຂຶ້ນນັບມື້ ເພາະການຮັບຮູ້ທີ່ບໍ່ເທົ່າທັນກັບເລ່ຫຼ່ຽມຂອງແກັ່ງອາຊະຍາກອນ


ນັກຮຽນຂອງໂຮງຮຽນວິຊາຊີບແຫ່ງນຶ່ງ ໃນ ສປປ ລາວ.
ນັກຮຽນຂອງໂຮງຮຽນວິຊາຊີບແຫ່ງນຶ່ງ ໃນ ສປປ ລາວ.

ເຍົາວະຊົນລາວ ກາຍເປັນຜູ້ເຄາະຮ້າຍຂອງການຄ້າມະນຸດຂ້າມຊາດເພີ້ມຂຶ້ນນັບມື້ ເພາະການຮັບຮູ້ທີ່ບໍ່ເທົ່າທັນກັບເລ່ຫຼ່ຽມຂອງແກັ່ງອາຊະຍາກອນທີ່ມີການໂຄສະນາໃນສື່ສັງຄົມອອນລາຍຢ່າງກວ້າງຂວາງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ປະສານງານ ດ້ານແຮງງານຂ້າມຊາດໃນລຸ່ມແມ່ນໍ້າຂອງເປີດເຜີຍວ່າ ການນໍາໃຊ້ Internet ຄວາມໄວສູງທີ່ມີເຄືອຂ່າຍກວມເອົາເກືອບ 60 ເປີເຊັນຂອງປະຊາກອນລາວໃນປັດຈຸບັນ ແລະຍັງມີທ່າອ່ຽງເພີ້ມຂຶ້ນນັບມື້ນັ້ນ ໃນດ້ານນຶ່ງ ຍ່ອມສົ່ງຜົນດີຕໍ່ທຸລະກິດການຄ້າ ແລະບໍລິການຕ່າງໆໃນລາວທີ່ມີການຂະຫຍາຍໂຕເພີ້ມຂຶ້ນ ແຕ່ໃນອີກດ້ານນຶ່ງນັ້ນ ກໍເຮັດໃຫ້ເກີດບັນຫາຫຍໍ້ທໍ້ໃນສັງຄົມລາວເພີ້ມຂຶ້ນເຊັ່ນກັນ ເພາະປາກົດມີການນໍາໃຊ້ສື່ສັງຄົມ Online ຂອງບັນດາກຸ່ມແກັ່ງອາຊະຍາກໍາຢ່າງກວ້າງຂວາງ ທັງການຂາຍຢາເສບຕິດ, ການພະນັນ, ແລະການຫຼອກລວງໃນທຸກຮູບແບບ ເຊິ່ງລວມເຖິງການຫຼອກລວງເພື່ອໃຫ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດດ້ວຍນັ້ນ ໂດຍສາເຫດສໍາຄັນທີ່ເຮັດໃຫ້ເກີດປາກົດການດັ່ງກ່າວກໍຄື ຄົນລາວຮູ້ບໍ່ເທົ່າທັນກັບການຫຼອກລວງຂອງຂະບວນການຂ້າມຊາດ ທີ່ມີການໂຄສະນາໃນສື່ສັງຄົມອອນລາຍ Online ໃນຂະນະທີ່ການໃຫ້ຂໍ້ມູນຂ່າວສານຂອງທາງການລາວ ທີ່ກ່ຽວກັບການປ້ອງກັນໂຕບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດທີ່ຍັງດ້ອຍປະສິດທິພາບ ກໍຍິ່ງເຮັດໃຫ້ຄົນລາວຕົກເປັນເຫຍື່ອເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນເຍົາວະຊົນລາວ, ດັ່ງທີ່ຜູ້ປະສານງານຢືນຢັນວ່າ:

ປະຊາຊົນ ໂດຍສະເພາະຊາວໜຸ່ມ-ເຍົາວະຊົນ ຍັງຂາດຄວາມຮູ້-ທັກສະ ໃນການຕີລາຄາຂໍ້ມູນຂ່າວສານໃນເວທີສື່ສັງຄົມ Online ແລະຕັດສິນໃຈຢ່າງຖືກຕ້ອງ, ສະນັ້ນ ເພື່ອເປັນການຕ້ານ ແລະສະກັດກັ້ນການຄ້າມະນຸດ ຈະຕ້ອງໄດ້ເພີ້ມທະວີການເຊື່ອມຊຶມບັນດາໜ້າວຽກ ແລະນິຕິກໍາທີ່ກ່ຽວຂ້ອງລົງສູ່ຮາກຖານ, ເຊື່ອມຊຶມແນວທາງກົດໝາຍ, ລະບຽບການ, ແລະຫຼັກການຕ່າງໆຂອງພາຍໃນ ແລະສາກົນໃຫ້ພະນັກງານທຸກຂັ້ນ ລວມທັງພະນັກງານຂັ້ນຄຸ້ມຄອງ, ພະນັກງານຂັ້ນວິຊາການທີ່ກ່ຽວຂ້ອງກັບການຄ້າມະນຸດ ເພື່ອໃຫ້ເຂົາເຈົ້າມີເຄື່ອງມືເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ກ່ອນໜ້ານີ້ ທາງການສະຖານທູດລາວຢູ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍໄດ້ຮັບຂໍ້ມູນຈາກກະຊວງແຮງງານມາເລເຊຍວ່າ ມີແຮງງານລາວຫຼາຍກວ່າ 2,000 ຄົນທີ່ລັກລອບເຮັດວຽກໂດຍຜິດກົດໝາຍ ແລະໄດຮັບການຊ່ວຍເຫຼືອຈາກການຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດ ທີ່ບັງຄັບໃຫ້ແຮງງານລາວດັ່ງກ່າວເປັນກໍາມະກອນໃນເຮືອປະມົງຢູ່ໃນເຂດທະເລຂອງມາເລເຊຍ ໂດຍບໍ່ໄດ້ຮັບຄ່າຈ້າງ ແລະບໍ່ໄດ້ຮັບການຄຸ້ມຄອງຕາມກົດໝາຍແຮງງານແຕ່ຢ່າງໃດ ໂດຍທັງໝົດນີ້ກໍຄື ການຖືກຫຼອກລວງດ້ວຍສື່ສັງຄົມ Online ຈຶ່ງເຮັດໃຫ້ທາງການລາວຈະຕ້ອງເລັ່ງດໍາເນີນການປ້ອງກັນໃຫ້ມີປະສິດທິພາບຢ່າງແທ້ຈິງ ເຊິ່ງຫຼ້າສຸດ ກໍໄດ້ບັນຈຸຄວາມຮູ້ກ່ຽວກັບການຄ້າມະນຸດ ເຂົ້າໃນຫຼັກສູດການຮຽນ-ການສອນຕັ້ງແຕ່ຊັ້ນປະຖົມປີທີ 5 ເຖິງການສຶກສາຂັ້ນສູງ, ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:

“ຖ້າວ່າຄູບໍ່ໄດ້ຮັບການຝຶກອົບຮົມ,​ ຄູບໍ່ເຂົ້າໃຈ ກໍຖືວ່າຈະມີແຕ່ປຶ້ມທີ່ສາມາດເອົາໄປສິດສອນໄດ້, ນໍາເອົາເນື້ອໃນວຽກງານຕ້ານການຄ້າມະນຸດເຂົ້າໃນຫຼັກສູດແຫ່ງຊາດໃນຂັ້ນປະຖົມສຶກສາ ປ.5 ແລ້ວກໍຢູ່ໃນຊັ້ນຮຽນສາຍອາຊີວະສຶກສາ, ການສຶກສາຊັ້ນສູງ, ການສຶກສານອກໂຮງຮຽນ ຖືວ່າ ຈະເອົາເນື້ອໃນນີ້ສົມທົບກັບກອງເລຂາລະດັບຊາດ ແລ້ວກໍເອົາເນື້ອໃນນີ້ ນໍາເຂົ້າໄປຢ່າງອັດຕະໂນມັດ.”

ສ່ວນເຈົ້າໜ້າທີ່ກະຊວງແຮງງານໄທເປີດເຜີຍວ່າ ໃນປີ 2020-2022 ທາງການຕໍາຫຼວດໄທ ສາມາດສະກັດກັ້ນການຄ້າມະນຸດໄດ້ 2,500 ກວ່າກໍລະນີ ແລະຈັບຜູ້ກະທໍາຜິດໄດ້ຫຼາຍກວ່າ 4,000 ຄົນ ພ້ອມທັງໃຫ້ການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອໄດ້ 7,500 ກວ່າຄົນ, ໃນນີ້ ຫຼາຍກວ່າ 90 ເປີເຊັນ ຄືແຮງງານມຽນມາ, ກໍາປູເຈຍ ແລະລາວ ທີ່ລັກລອບມາເຮັດວຽກໃນໄທໂດຍຜິດກົດໝາຍ ຈຶ່ງເຮັດໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ງ່າຍ ເພາະບໍ່ໄດ້ຮັບການຄຸ້ມຄອງຕາມກົດ ໝາຍແຮງງານໃນໄທ, ແລະທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຫຼາຍທີ່ສຸດກໍຄື ແຮງງານເພດຍິງ ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ, ສ່ວນແຮງງານເພດຊາຍ ກໍເປັນແຮງງານໃນເຮືອປະມົງ, ແລະເດັກນ້ອຍທີ່ຖືກລັກພາໂຕມາ ກໍເປັນຂໍທານ.

ໃນປັດຈຸບັນ, ມີແຮງງານລາວທີ່ເຮັດວຽກຢ່າງຖືກຕ້ອງໃນໄທ 213,203 ຄົນ, ແຕ່ເຄືອຂ່າຍແຮງງານອົບພະຍົບໃນອາຊຽນປະເມີນວ່າ ຍັງຈະມີແຮງງານລາວເດີນທາງໄປລັກລອບເຮັດວຽກໂດຍຜິດກົດໝາຍຢູ່ໃນໄທເພີ້ມຂຶ້ນຫຼາຍກວ່າ 5 ແສນຄົນ ເພາະການເຮັດວຽກຢ່າງຖືກຕ້ອງໃນໄທມີຄ່າໃຊ້ຈ່າຍຫຼາຍກວ່າ 10 ລ້ານກີບຕໍ່ຄົນ ຈຶ່ງເປັນຄ່າໃຊ້ຈ່າຍທີ່ສູງເກີນໄປສໍາລັບແຮງງານລາວສ່ວນໃຫຍ່ທີ່ບໍ່ມີຝືມືນັ້ນ.

XS
SM
MD
LG