ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບ ຢູໂຣບ ຈະຍັງບໍ່ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນໄມ້ຈາກລາວ


ສະ​ໜາມ​ໄມ້​ທ່ອນ​ທີ່​ມີ​ໄມ້​ທີ່​ຖືກ​ລັກ​ລອບຕັດໃນປະເທດ ລາວ.
ສະ​ໜາມ​ໄມ້​ທ່ອນ​ທີ່​ມີ​ໄມ້​ທີ່​ຖືກ​ລັກ​ລອບຕັດໃນປະເທດ ລາວ.

ສະຫະພາບ ຢູໂຣບ ຈະຍັງບໍ່ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນໄມ້ຈາກລາວ ເພາະວ່າການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໃນ ລາວ ຍັງບໍ່ໄດ້ຮັບການແກ້ໄຂ ແລະ ປາບປາມໃຫ້ໝົດໄປຢ່າງແທ້ຈິງ.

ນັກທຸລະກິດໃນສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ເປີດເຜີຍວ່າຄະນະຜູ້ຕາງໜ້າທາງດ້ານການຄ້າຂອງສະຫະພາບ ຢູໂຣບ EU ຍັງຄົງເຫັນວ່າການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໃນ ລາວ ຍັງເກີດຂຶ້ນຢູ່ເລື້ອຍມາ ຈຶ່ງເຮັດໃຫ້ຄະນະຜູ້ຕາງໜ້າຂອງ EU ບໍ່ໝັ້ນໃຈໃນຜະລິດຕະພັນໄມ້ຂອງລາວວ່າບໍ່ມີສ່ວນປະກອບໃດທີ່ມາຈາກໄມ້ທີ່ຖືກລັກລອບຕັດໂດຍຂະບວນການຄ້າເຖື່ອນດັ່ງກ່າວ ເພາະສະນັ້ນຈຶ່ງເຮັດໃຫ້ຄະນະຜູ້ຕາງໜ້າຂອງ EU ຍັງບໍ່ມີການພິຈາລະນາເພື່ອອະນຸຍາດໃຫ້ນຳເຂົ້າຜະລິດຕະພັນໄມ້ຈາກລາວໃນປັດຈຸບັນ ໂດຍກໍລະນີທີ່ເຮັດໃຫ້ຄະນະຜູ້ຕາງໜ້າຂອງ EU ບໍ່ໝັ້ນໃຈວ່າທາງການໄດ້ສະກັດກັ້ນ ແລະ ປາບປາມການລັກລອບຕັດໄມ້ຢ່າງແທ້ຈິງແລ້ວນັ້ນ ກໍຄືການອະນຸຍາດເປັນກໍລະນີພິເສດເພື່ອໃຫ້ສົ່ງອອກໄມ້ທ່ອນໄປຕ່າງປະເທດໄດ້ໃນປະລິມານລວມເຖິງ 450,000 ກວ່າແມັດກ້ອນ ທີ່ຍຶດໄດ້ຈາກຂະບວນການລັກລອບຕັດໄມ້ຜິດກົດໝາຍໃນຊ່ວງປີ 2021-2022 ທີ່ຜ່ານມານັ້ນ.

ແຕ່ຢ່າງໃດກໍ່ຕາມທາງການລາວກໍໄດ້ພະຍາຍາມຫຼາຍຂຶ້ນທີ່ຈະເຮັດໃຫ້ EU ອະນຸຍາດໃຫ້ສາມາດສົ່ງຜະລິດຕະ ພັນໄມ້ຈາກລາວໄປໃນຕະຫຼາດ EU ໂດຍຫຼ້າສຸດ ຄະນະກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວກໍໄດ້ອອກຄຳສັ່ງໃຫ້ເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດກາບັນດາໂຮງງານປຸງແຕ່ງໄມ້ໃນທົ່ວປະ ເທດ ແລະ ໃຫ້ຄວາມສຳຄັນເປັນພິເສດຕໍ່ການສ້າງການມີສ່ວນຮ່ວມຂອງປະຊາຊົນລາວເຂົ້າໃນການປົກປັກຮັກສາໄມ້ ເພື່ອການນຳໃຊ້ປະໂຫຍດຢ່າງຍືນຍົງເຊັ່ນ ການສ້າງລາຍຮັບຈາກສິນເຊື່ອ ຄາບັອນ ແລະ ການທ່ອງທ່ຽວທຳ ມະຊາດອັນເປັນການສ້າງອາຊີບໃຫ້ແກ່ປະຊາຊົນໃນລະດັບທ້ອງຖິ່ນເປັນສຳຄັນ ດັ່ງທີ່ທ່ານ ເພັດ ພົມພິພັກ ລັດ ຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ການຢືນຢັນວ່າ

“ຄໍາສັ່ງຂອງກົມການເມືອງເລກທີ 097 ໃຫ້ລົງເລິກການຄຸ້ມຄອງໂຮງງານປຸງແຕ່ງໄມ້ ແລະ ເອົາໃຈໃສ່ໃນການປົກປັກຮັກສາປ່າໄມ້ຕິດພັນກັບການສ້າງລາຍຮັບຈາກສິນເຊື່ອ ຄາບັອນ ແລະ ການທ່ອງທ່ຽວທຳມະຊາດ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນຢູ່ທ້ອງຖິ່ນ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໂດຍການປະສານສົມທົບກັບຂະແໜງການທ້ອງຖິ່ນສ້າງແຜນການຊຸກຍູ້ຕິດຕາມກົດວກາການຈັດຕັ້ງປະຕິບັດຕາມຄຳສັ່ງຂອງກົມການເມືອງ.”

ທັງນີ້ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າໝາຍຈະປູກຕົ້ນໄມ້ໃນຕະຫຼອດປີ 2023 ໃຫ້ໄດ້ 37,000 ກວ່າເຮັກຕາໃນທົ່ວປະເທດໃນນີ້ຈະເປັນການປູກໃນພື້ນທີ່ປ່າສະຫງວນ-ປ່າປ້ອງກັນ 7,400 ເຮັກຕາ, ປ່າອຸດສາຫະກຳ 24,800 ເຮັກຕາ ແລະ ປ່າໄມ້ເອກະຊົນ 5,000 ເຮັກຕາ ອັນເປັນສ່ວນຶ່ງຂອງແຜນຍຸດທະສາດການພັດທະນາ ແລະ ຮັກສາພື້ນທີ່ປ່າໄມ້ໃຫ້ໄດ້ເຖິງ 16 ລ້ານເຮັກຕາ ຄິດເປັນອັດຕາການປົກຫຸ້ມປ່າໄມ້ 70 ເປີເຊັນຂອງພື້ນທີ່ທັງໝົດຂອງລາວໃນປີ 2025 ທີ່ແບ່ງເປັນປ່າໄມ້ 3 ປະເພດຄືປ່າສະຫງວນ 4 ລ້ານ 7 ແສນເຮັກຕາ, ປ່າປ້ອງກັນ 8 ລ້ານ 2 ແສນເຮັກຕາ ແລະ ປ່າອຸດສາຫະກຳ 3 ລ້ານ 1 ແສນເຮັກຕາ ແຕ່ວ່າບັນຫາກໍຄືການຄຸ້ມຄອງປ່າໄມ້ດັ່ງກ່າວບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບເພາະວ່າບໍ່ມີການລົງໂທດຢ່າງເດັດຂາດຕໍ່ພະນັກງານລັດທີ່ມີສ່ວນກ່ຽວຂ້ອງໃນການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍນັ້ນ ດັ່ງທີ່ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ

“ອັນນີ້ຢາກຂໍໃຫ້ຊັດເຈນແທ້ໆວ່າມີການລະເມີດກົດໝາຍຢູ່ບ່ອນໃດ ສ້າງຄວາມເສຍຫາຍແກ່ລັດຈໍານວນເທົ່າໃດ ຄັນວ່າເຮົາເຫັນແລ້ວການລະເມີດກົດໝາຍບໍ່ ຫຼືສິແມ່ນການບົກຜ່ອງການປະຕິບັດວຽກງານບໍ່ ສະນັ້ນເມື່ອເບິ່ງແລ້ວຖ້າວ່າຜົນການຕິດຕາມກວດກາແຕ່ລະບັນຫານີ້ ຄັນເຫັນແຈ້ງມີຜູ້ລະເມີດກົດໝາຍນີ້ ການລະເມີດກົດໝາຍນຶ່ງແມ່ນມີການຮັບສິນບົນ, ສອງແມ່ນມີການສວຍໃຊ້ໜ້າທີ່ຕຳແໜ່ງ, ສາມແມ່ນມີການສວຍໂອກາດລັກລອບເອົາຕັດຮອນເອົາ ອັນນີ້ມັນເປັນຄວາມຜິດທາງອາຍາຈະໄດ້ສະເໜີຕໍ່ອົງການໄອຍະການເພື່ອຟ້ອງຂຶ້ນສານໃນຖານສໍ້ລາດບັງຫຼວງ.”

ທັງນີ້ນາຍົກລັດຖະມົນຕີລາວໄດ້ມີຄຳສັ່ງເລກທີ​15/ນຍ ເພື່ອຫ້າມສົ່ງອອກໄມ້ທ່ອນໄປຕ່າງປະເທດ ນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໄດ້ກວດກາໂຮງໄມ້ 3,454 ແຫ່ງພົບວ່າ 2,364 ແຫ່ງຮັບຊື້ໄມ້ຈາກຂະບວນການລັກລອບຕັດໄມ້ ຈຶ່ງສັ່ງໃຫ້ຢຸດກິດຈະການໂຮງໄມ້ທັງ 2,364 ແຫ່ງດັ່ງກ່າວແລ້ວ.

XS
SM
MD
LG