ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນລາວ 1,016 ຄອບຄົວ ຍັງບໍ່ທັນໄດ້ຮັບເງິນຊົດເຊີຍ ສຳ​ລັບ​ດິນ ແລະ​ສິ່ງ​ປູກ​ສ້າງ ທີ່ຖືກເວນຄືນຈາກບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ


ຮູບພາບກ່ຽວກັບເສັ້ນທາງລົດໄຟ ແລະບ້ານຈັດສັນ ສໍາລັບໂຄງການເສັ້ນທາງລົດໄຟ ລາວ-ຈີນ.
ຮູບພາບກ່ຽວກັບເສັ້ນທາງລົດໄຟ ແລະບ້ານຈັດສັນ ສໍາລັບໂຄງການເສັ້ນທາງລົດໄຟ ລາວ-ຈີນ.

ປະຊາຊົນລາວ 1,016 ຄອບຄົວຍັງບໍ່ທັນໄດ້ຮັບເງິນຊົດເຊີຍທີ່ດິນ ແລະສິ່ງປຸກສ້າງທີ່ຖືກເວນຄືນຈາກບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ເພາະເຫັນວ່າ ມີການປະເມີນຄ່າຊົດເຊີຍຕ່ຳກວ່າສະພາບໂຕຈິງ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ໃນຄະນະກວດກາປະຈໍາສະພາແຫ່ງຊາດລາວ ເປີດເຜີຍວ່າ ການກໍ່ ສ້າງທາງລົດໄຟ ລາວ-ຈີນ ໃນລາວ ໄດ້ສົ່ງຜົນກະທົບເຮັດໃຫ້ຕ້ອງເວນຄືນທີ່ດິນ ແລະສິ່ງປຸກສ້າງຂອງປະຊາຊົນລາວຈໍານວນເຖິງ 6,853 ຄອບຄົວ, ເຊິ່ງໃນນີ້ສາມາດຕົກລົງ ແລະຈ່າຍເງິນຊົດເຊີຍຢ່າງຄົບຖ້ວນຕາມລະບຽບຂອງລັດແລ້ວ 5,837 ຄອບຄົວ ຄິດເປັນການຊົດເຊີຍໃນມູນຄ່າລວມກວ່າ 1,436 ຕື້ກີບ ຈຶ່ງຍັງເຫຼືອ 1,016 ຄອບຄົວ ທີ່ຍັງບໍ່ຍອມຮັບເອົາການຊົດເຊີຍໃນມູນຄ່າລວມ 279.98 ຕື້ກີບ ເພາະເຫັນວ່າເປັນການຊົດເຊີຍທີ່ຕໍ່າກວ່າສະພາບໂຕຈິງໃນປັດຈຸບັນກໍຄື ເກີນກວ່າ 600 ຕື້ກີບ ໃນຂະນະທີ່ບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ປະເມີນລາຄາທີ່ດິນ ແລະສິ່ງປຸກສ້າງ ໂດຍອີງຕາມກົດໝາຍທີ່ດິນສະບັບປີ 2003 ຈຶ່ງເຮັດໃຫ້ເກີດບັນຫາດັ່ງກ່າວ, ດັ່ງທີ່ເຈົ້າໜ້າທີ່ລາວ ໃນຄະນະກວດກາປະຈໍາສະພາແຫ່ງຊາດລາວຢືນຢັນວ່າ:

“ບັນຫາໂຄງການເສັ້ນທາງລົດໄຟນີ້ບໍ່ທັນຈະແຈ້ງ ແລະນອກຈາກນີ້ການປະເມີນຂອງຄະນະກໍາມະການກໍບໍ່ທັນເໝາະສົມ ເປັນຕົ້ນບາງເທື່ອດິນໃກ້ຄຽງກັນ ກໍລາຄາແຕກຕ່າງກັນ ປະເພດດິນປຸກສ້າງ ດິນກະສິກໍາ ເຊິ່ງເປັນດິນຕອນດຽວກັນ ກະລາຄາກໍໂຕນກັນແລ້ວ, ສະນັ້ນ ເມື່ອມາເບິ່ງແລ້ວເວົ້າເລື້ອງການຕີລາ ຄາ ຫຼືການປະເມີນຄ່າຊົດເຊີຍກໍຈະແມ່ນປະຕິບັດຕາມກົດໝາຍວ່າດ້ວຍທີ່ດິນ ສະບັບປີ 2003 ແລ້ວເວລານັ້ນ ກົດໝາຍວ່າດ້ວຍທີ່ດິນ ໂດຍສະເພາະ ທີ່ດິນໂອນຈາກບຸກຄົນຕ້ອງຕີລາຄາໃຫ້ມີຄວາມເໝາະສົມ ຄໍາວ່າຕີລາຄາໃຫ້ເໝາະສົມໂຕນີ້ເປັນບັນຫາຄວາມຫຍຸ້ງຍາກວ່າ ເຮັດຈັງໃດໃຫ້ມັນມີຄວາມເໝາະສົມ.”

ທັງນີ້, ໂຄງການທາງລົດໄຟ ລາວ-ຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 6,853 ຄອບຄົວ ໃນເຂດ 13 ເມືອງຂອງແຂວງຫຼວງນໍ້າທາ,​ ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະນະຄອນຫຼວງວຽງຈັນ ໂດຍມີທີ່ດິນທີ່ຖືກເວນຄືນ 3,832 ເຮັກຕ້າ, ສິ່ງປຸກສ້າງ 3,346 ຫຼັງ, ຕົ້ນໄມ້ຫຼາຍກວ່າ 1 ລ້ານຕົ້ນ ແຕ່ວ່າກໍຍັງປາກົດມີການຊັກຊ້າໃນການຈ່າຍເງິນຊົດເຊີຍຕະຫຼອດມາ ໂດຍການຊົດເຊີຍຢູ່ທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ຈະມີອັດຕາສະເລ່ຍລະຫວ່າງ 11,000-80,000 ກີບຕໍ່ຕາແມັດ, ສ່ວນທີ່ແຂວງວຽງຈັນ ແລະເຂດນະຄອນຫຼວງວຽງຈັນ ຈະຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ, ເຊິ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍຢູ່ລະດັບ 1.3 ລ້ານກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍຢູ່ລາຄາສະເລ່ຍ 137,000 ກີບຕໍ່ຕາແມັດ ເຊິ່ງຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາທີ່ເປັນຈິງໃນປັດຈຸບັນ.

ສ່ວນເຈົ້າໜ້າທີ່ໃນກະຊວງແຜນການ ແລະການລົງທຶນເປີດເຜີຍວ່າ ບໍລິສັດທາງລົດໄຟ ລາວ-ຈີນ ຍັງມີສິດໃນການເປັນຜູ້ລົງທຶນພັດທະນາສະຖານີລົດໄຟແລະ ພື້ນທີ່ຕໍ່ເນື່ອງກັບສະຖານີລົດໄຟ 4 ແຫ່ງດ້ວຍ ກໍຄືສະຖານີນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພະບາງ ແລະສະຖານີເມືອງໄຊ ໃນແຂວງອຸດົມໄຊ ເຊິ່ງເປັນສະຖານີໃຫຍ່ທີ່ມີຄວາມສໍາຄັນ ທັງທາງດ້ານການຂົນສົ່ງ ແລະໂດຍສານ, ດ້ານການຄ້າ ແລະການລົງທຶນ, ດ້ານການທ່ອງທ່ຽວ ແລະບໍລິການຄົບວົງຈອນ. ສ່ວນສະຖານີໃຫຍ່ທີ່ດ່ານບໍ່ເຕັນນັ້ນ ກໍຖືເປັນເຂດພັດທະນາເສດຖະກິດຊາຍແດນລະຫວ່າງລັດຖະບານ ລາວ-ຈີນ ນັ້ນ, ເຊິ່ງກໍຈະຕ້ອງມີການເວນຄືນທີ່ດິນ ແລະສິ່ງປຸກສ້າງຂອງປະຊາຊົນລາວເພີ້ມຂຶ້ນອີກຢ່າງຫຼີກບໍ່ໄດ້, ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ:

“ລາວ-ຈີນ ເຫັນດີສະໜັບສະໜຸນ ແລະຊຸກຍູ້ການສ້າງຄວາມເປັນສູນກາງໃນແລວທາງເສດຖະກິດ ລາວ-ຈີນ ຂອງເຂດຮ່ວມມືເສດຖະກິດບໍ່ເຕັນໃຫ້ແໜ້ນແຟ້ນ ບົນຈິດໃຈທີ່ວ່າຮ່ວມກັນພັດທະນາ ຮ່ວມກັນຈະເລີນຮຸ່ງເຮືອງ ຜັນຂະ ຫຍາຍບົດບາດເຂດບໍ່ເຕັນ ກາຍເປັນປະຕູເພື່ອດຶງດູດການລົງທຶນທີ່ມີຄຸນນະ ພາບເຂົ້າໃນຂົງເຂດ ຕາມແລວທາງລົດໄຟ ລາວ-ຈີນ ຊ່ວຍໃຫ້ເຂດຮ່ວມມືເສດຖະກິດບໍ່ເຕັນ ແລະຂົງເຂດຕາມແລວທາງລົດໄຟ ລາວ-ຈີນ ເປັນເຂດທີ່ສົ່ງທ່າແຮງເຊິ່ງກັນ ແລະກັນ.”

ທັງນີ້ ໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ຮັບສິດໃນການເວນຄືນທີ່ດິນທີ່ຕໍ່ເນື່ອງກັບສະຖານີນະຄອນຫຼວງວຽງຈັນ 1,000 ເຮັກຕ້າ, ສະຖານີເມືອງໄຊ 1,000 ເຮັກຕ້າ, ສະຖານີວັງວຽງ 500 ເຮັກຕ້າ ແລະສະຖານີຫຼວງພະບາງ 500 ເຮັກຕ້າ ທີ່ແນໃສ່ການເຊື່ອມຕໍ່ລະບົບ Logistic ລະຫວ່າງລາວກັບຈີນໃຫ້ໄດ້ຢ່າງຄົບວົງຈອນ ທັງຍັງຈະຂະຫຍາຍການເຊື່ອມຕໍ່ລະບົບ Logistic ໄປປະເທດໄທ, ມາເລເຊຍ ແລະສິງກະໂປ ໃຫ້ໄດ້ຢ່າງຄົບຖ້ວນຕາມແຜນການນຶ່ງແລວທາງ-ນຶ່ງເສັ້ນທາງ (Belt and Road Initiative) ຂອງລັດຖະບານຈີນ ພາຍໃນປີ 2030 ອີກດ້ວຍ.

XS
SM
MD
LG