ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານຕ່າງຊາດຕົກເປັນເຫຍື່ອ ການຄ້າມະນຸດ ຢູ່ໄທ ໃນ 3 ຮູບແບບຄື: ຖືກບັງຄັບໃຫ້ຂາຍປະ​ເວ​ນີ, ເຮັດ​ວຽກໃນເຮືອປະມົງ ແລະ ຖືກບັງຄັບເປັນ ເດັກຂໍທານ


ພວກ​ແຮງ​ງານ​ທີ່​ໄປ​ອອກ​ແຮງ​ງານຢູ່​ໃນ​ປະ​ເທດ​ໄທ
ພວກ​ແຮງ​ງານ​ທີ່​ໄປ​ອອກ​ແຮງ​ງານຢູ່​ໃນ​ປະ​ເທດ​ໄທ

ແຮງງານຕ່າງຊາດຕົກເປັນເຫຍື່ອຂອງການຄ້າມະນຸດໃນປະເທດໄທ ແມ່ນຢູ່ໃນ 3 ຮູບແບບຄື: ການຖືກບັງຄັບໃຫ້ຂາຍບໍລິການທາງເພດ, ການເປັນແຮງງານໃນເຮືອປະມົງ ແລະ ການບັງຄັບ ເປັນເດັກຂໍທານ, ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານໄທ ເປີດເຜີຍວ່າ ໃນຊ່ວງປີ 2020–2022 ທາງການ ຕໍາຫຼວດໄທ ສາມາດສະກັດກັ້ນການຄ້າມະນຸດໄດ້ເຖິງ 2,400 ກວ່າກໍລະນີ ແລະຈັບກຸມຜູ້ ກະທຳຜິດໄດ້ຫຼາຍກວ່າ 3,300 ຄົນ. ພ້ອມກັນນີ້ ກໍສາມາດໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ ຕົກເປັນເຫຍື່ອໄດ້ຫຼາຍກວ່າ 6,500 ຄົນ ຊຶ່ງໃນນີ້ ເກີນກວ່າ 90 ເປີ​ເຊັນ ແມ່ນແຮງງານ ພະມ້າ, ກຳປູເຈຍ ແລະລາວ ທີ່ລັກລອບມາເຮັດວຽກໃນໄທ ໂດຍຜິດກົດໝາຍ ຈຶ່ງເຮັດ ໃຫ້ສາມາດທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ຕະຫຼອດເວລາ ເພາະການເປັນແຮງ ງານຜິດກົດໝາຍນັ້ນ, ນອກຈາກຈະບໍ່ໄດ້ຮັບການດູແລຈາກນາຍຈ້າງໃນໄທແລ້ວ ກໍຍັງຈະ ບໍ່ໄດ້ຮັບການຄຸ້ມຄອງດ້ານສະຫວັດດີການຕ່າງໆ ຕາມກົດໝາຍແຮງງານໄທອີກດ້ວຍ. ທັ້ງນີ້, ໂດຍກຸ່ມແຮງງານທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນໄທຫຼາຍທີ່ສຸດ ກໍແມ່ນ ແຮງງານເພດຍິງ ທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດ, ສ່ວນແຮງງານເພດຊາຍ ຈະຖືກບັງຄັບໃຫ້ເປັນແຮງງານໃນເຮືອປະມົງ ແລະເດັກນ້ອຍທີ່ຖືກລັກພາໂຕມານັ້ນ ກໍຈະ ຖືກບັງຄັບໃຫ້ເປັນຂໍທານ. ດັ່ງທີ່ເຈົ້າໜ້າທີ່ໄທ ໄດ້ໃຫ້ການຢືນຢັນວ່າ:
ສຳລັບສະຖານະການການຄ້າມະນຸດໃນປະເທດໄທນັ້ນ ກໍ່ເປັນສະຖານະການທີ່ກ່ຽວຂ້ອງ ກັບການຄ້າມະນຸດ ຊຶ່ງມີທັງໝົດຢູ່ 3 ຮູບແບບກໍ່ຄື: ເລື້ອງຂອງສະແຫວງຫາຜົນປະ ໂຫຍດຈາກການຄ້າໂສ​ເພ​ນີ ​ແລ້ວ​ກໍມີຈຳນວນຫຼາຍອີກ​ດ້ວຍ. ອັນທີ 2 ກໍ່ຄືເລື້ອງການ ບັງຄັບໃຊ້ແຮງງານໃນເຮືອປະມົງ, ອັນທີ 3 ກໍ່ຄື ເລື້ອງການສະແຫວງຫາຜົນປະໂຫຍດ ຈາກການນຳຄົນມາຂໍທານ ສ່ວນໃຫຍ່ພວກນີ້ ກໍ່ຈະເປັນເດັກນ້ອຍ ທີ່ມາຈາກປະເທດ ເພື່ອນບ້ານ. ໃນສາມສະຖານະການນີ້ໜີ້ ກໍ່ຈະມີຄົນຕ່າງດ້າວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ. ໃນກໍລະນີທີ່ກ່ຽວກັບເພດໜີ້ ສ່ວນໃຫຍ່ຈະພົບກໍ່ຄືກຸ່ມຄົນທີ່ ອາຍຸຕໍ່າກວ່າ 18 ປີ ທີ່ເປັນຄົນຕ່າງດ້າວເຂົ້າເມືອງໂດຍຜິດກົດໝາຍ.

ຍິ່ງ​ໄປ​ກວ່າ​ນັ້ນ​ເມື່ອ​ສົມ​ທົບ​ດ້ວຍ​ບັນ​ຫາ​ຄ່າ​ຄອງ​ຊີບ​ທີ່​ປັບ​ຕົວ​ສູງ​ຂຶ້ນ​ນັບ​ມື້ ແຕ່​ປະ​ຊາ​ຊົນ​ລາວ​ຍັງ​ມີ​ລາຍ​ໄດ້​ເທົ່າ​ເດີມ ​ໂດ​ຍ​ສະ​ເພາະ​ກໍ​ແມ່ນ​ອັດ​ຕາ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ລາວ ​ທີ່ບໍ່​ໄດ້​ມີ​ການ​ປັບ​ຂຶ້ນ​ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ​ ​ກໍ​ຄື​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ແຮງ​ງານ​ລາວ​ຕ້ອງ​ພາ​ກັນ​ເດີນ​ທາງ​ໄປ​ລັກ​ລອບ​ທຳ​ງານ​ໂດຍ​ຜິດ​ກົດ​ໝາຍ​ໃນ​ປະ​ເທດໄທ​ເພີ້ມ​ຂຶ້ນ ເນື່ອງ​ຈາກ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ແຮງ​ງານ​ລາວ ​ສາ​ມາດ​ເດີນ​ທາງ​ໄປ​ໄດ້​ງ່າຍ​ທີ່​ສຸດ ທັງ​ຍັງ​ມີ​ອັດ​ຕາ​ຄ່າ​ຈ້າງ​ສູງກວ່າ​ຢູ່ລາວ​ເກີນກວ່າ 4 ເທົ່າ​ຕົວ​ອີກ ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ເດີນ​ທາງ​ໄປ​ໄທ​ເພີ່ມ​ຂຶ້ນນັບ​ມື້ ໃນ​ຂະ​ນະ​ທີ່ການ​ປະ​ຕິ​ບັດການ​ເພື່ອ​ປ້ອງ​ກັນ​ຂອງ​ທາງ​ການ​ລາວ ກໍ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ​ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ ຕ້ອງ​ປະ​ເຊີນ​ກັບຄວາມ​ສ່ຽງຈະ​ຕົກ​ເປັນ​ເຫຍື່ອ​ຂອງການ​ຄ້າ​ມະ​ນຸດຕໍ່​ໄປ ດັ່ງທີ່ ພົນ​ເອກ ວິ​ໄລ ຫລ້າ​ຄຳ​ຟອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃຫ້​ການຍອມ​ຮັບ​ວ່າ:

ວຽກງານຄ້າມະນຸດຢູ່ໃນລາວໜີ້ ຍັງມີບັນຫາທີ່ໜັກໜ່ວງ ສຳລັບການແກ້ໄຂ ແລ້ວ ກໍໜັກໜ່ວງທີ່ປະຊາຊົນລາວບັນດາເຜົ່າ ຍັງບໍ່ທັນຮັບຮູ້ ແລະເຂົ້າໃຈ​ຫຍັງຫຼາຍ ຈັ່ງຊັ້ນ ແຫລະ ຍັງເປັນວຽກ ແລະເປັນພາລະໜ້າທີ່ ຈະຕ້ອງໄດ້ເຮັດໜ້າທີ່ຢ່າງໜັກໜ່ວງໃນຕໍ່ໄປ. ກ່ອນອື່ນໝົດ ກະຕ້ອງເວົ້າເລື້ອງການສຶກສາອົບຮົມ ນໍາພາແນວຄິດຊີ້ນຳ ໃຫ້ເຂົາເຈົ້າ ເຂົ້າໃຈຕໍ່ຜົນຮ້າຍ ແຕ່ວ່າກະຍັງຄິດຍາກຢູ່ວ່າ ມີຫຼາຍບ່ອນຍັງບໍ່ທັນໄດ້ຮັບຮູ້ເທື່ອ ຈາກການໂຄສະນາ ເນື່ອງຈາກວ່າປະຊາຊົນຍັງຂາດເຂີນ, ທຸກຍາກ, ຢາກ ຊອກວຽກເຮັດງານທຳຈຶ່ງພາໃຫ້ເກີດມີ.

ປັດ​ຈຸ​ບັນ​ມີ​ແຮງ​ງານ​ລາວ​ທີ່​ທຳ​ງານ​ຢ່າງ​ຖືກ​ຕ້ອງຕາມ​ກົດ​ໝາຍ​ໃນ​ໄທ 213,203 ຄົນ ​ຫາ​ກແຕ່ວ່າ​ນາຍ​ຈ້າງ​ໃນ​ໄທ ​ຍັງ​ຕ້ອງ​ການ​ແຮງ​ງານເພີ້ມ​ອີກກວ່າ 4 ແສນ​ຄົນ​ ຊຶ່ງ​ລັດ​ຖະ​ບານ​ໄທ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ແຮງ​ງານ​ດັ່ງ​ກ່າວ ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ງານທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຈາກກະ​ຊວງ​ແຮງ​ງານຂອງມຽນ​ມາ, ລາວ ແລະ​ ກຳ​ປູ​ເຈຍ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ແລ້ວ​ເທົ່າ​ນັ້ນ. ສ່ວນເຄືອ​ຂ່າຍ​ແຮງ​ງານ​ອົບ​ພະ​ຍົບ​ໃນ​ອາ​ຊຽນ​ກໍ​ໄດ້ປະ​ເມີນ​ວ່າ ​ຈະ​ມີ​ແຮ​ງ​ງານ​ລາວ​ພາ​ກັນ​ເດີນ​ທາງ​ເຂົ້າ​ມາລັກ​ລອບ​ທຳ​ງານໂດຍ​ຜິດ​ກົດ​ໝາຍ​ໃນ​ໄທ​ເພີ່ມ​ຂຶ້ນ​ອີກກວ່າ 5 ແສນ​ຄົນ ເພາະ​ວ່າການ​ໄປ​ເຮັດ​ວຽກ​ໃນ​ໄທ ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ວຽກ​ນັ້ນ ຈະ​ມີ​ຄ່າ​ໃຊ້​ຈ່າຍຫຼາຍກວ່າ 10 ​ລ້ານ​ກີບ ຕໍ່​ຄົນ ​ຊຶ່ງກໍ​ຖື​ເປັນ​ຄ່າ​ໃຊ້​ຈ່າຍແພງ​ເກີນ​ໄປ​ສຳ​ລັບ​ແຮງ​ງານ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ແຮງ​ງານ​ທີ່ບໍ່​ມີ​ຝີ​ມື ທີ່​ໄດ້​ຮັບ​ພຽງ​ອັດ​ຕາຄ່າ​ຈ້າງ​ຂັ້ນ​ຕ່ຳ​ໃນ​ໄທ​ເທົ່າ​ນັ້ນ ກໍ​ຄືບໍ່​ເກີນ 354 ບາດ​ຕໍ່​ວັນ ແຕ່​ຖ້າ​ຫາກ​ເປັນ​ແຮງ​ງານ​ຜິດ​ກົດ​ໝາຍກໍ​ຈະ​ໄດ້ຕ່ຳ​ກວ່າ​ອັດ​ຕາ​ດັ່ງ​ກ່າວນີ້.

XS
SM
MD
LG