ປະຊາຊົນລາວຕ້ອງການໃຫ້ບັນດາຜູ້ພິພາກສາສານທຸກຂັ້ນ ຕັດສິນຄະດີຢ່າງຍຸດຕິທຳ ແລະຢາກໃຫ້ປັບ ປຸງການປະຕິບັດໜ້າທີ່ຂອງບັນດາພະນັກງານໄອຍະການ ໃຫ້ມີຄວາມໂປ່ງໃສຢ່າງແທ້ຈິງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານນາງວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ບັນຫາສຳຄັນປະການນຶ່ງ ທີ່ ມີການຮຽກຮ້ອງຈາກປະຊາຊົນລາວຫຼາຍທີ່ສຸດ ເພື່ອຂໍໃຫ້ດຳເນີນມາດຕະການແກ້ໄຂ-ປັບປຸງຢ່າງຮີບ ດ່ວນທີ່ສຸດກໍຄືການຕັດສິນຄະດີ ໂດຍບັນດາຜູ້ພິພາກສາສານ ແລະການປະຕິບັດໜ້າທີ່ຂອງບັນດາພະ ນັກງານສານທຸກຂັ້ນ ໃນທົ່ວປະເທດໃຫ້ມີຄວາມໂປ່ງໃສ ແລະມີຄວາມຍຸຕິທຳຢ່າງແທ້ຈິງ ໂດຍມາດຕະ ການນຶ່ງ ທີ່ສາມາດຈັດຕັ້ງປະຕິບັດໄດ້ທັນທີ ກໍຄືການກວດກາສາຍພົວພັນລະຫວ່າງຜູ້ພິພາກສາ ແລະ ພະນັກງານສານກັບຄູ່ຄວາມໃນຄະດີ ແລະການກວດກາຄຳຮ້ອງຕ່າງໆ ຂອງຄູ່ຄວາມໃນຄະດີທີ່ກ່ຽວກັບ ການຄັດຄ້ານການແຕ່ງຕັ້ງຜູ້ພິພາກສາ ແລະພະນັກງານສານທີ່ຮັບຜິດຊອບໃນຄະດີ ອັນຖືເປັນມາດ ຕະການສຳຄັນທີ່ຈະສະກັດກັ້ນບໍ່ໃຫ້ມີສາຍພົວພັນເກີດຂຶ້ນໃນທຸກຄະດີເຊິ່ງສະພາບການຕົວຈິງພາຍ ໃນລາວ ຍັງບໍ່ມີການຈັດຕັ້ປະຕິບັດດັ່ງກ່າວ ຊຶ່ງເຮັດໃຫ້ປະຊາຊົນລາວບໍ່ມີຄວາມເຊື່ອຖື ຕໍ່ລະບົບສານ ຍຸຕິທຳຂອງລາວໃນທຸກມື້ນີ້. ດັ່ງທີ່ທ່ານນາງວາລີ ໄດ້ໃຫ້ການຢືນຢັນວ່າ:
“ວຽກງານຈຸດອ່ອນຂໍ້ຄົງຄ້າງ ຜູ້ພິພາກສາ ພະນັກງານຈຳນວນນຶ່ງຍັງລະເມີດຈັນຍາບັນ ຈັນຍາທຳ ປະພຶດ ກະທຳຜິດ ກະທຳບໍ່ຖືກຕ້ອງ ກະທຳຜິດເຖິງຂະໜາດວ່າ ຕັດສິນຜິດ ຮັບສິນບົນ ຂາດມາດຕະຖານຂອງ ບຸກຄະລາກອນ ທີ່ຈະປະກອບໃນຕຳແໜ່ງຫັ້ນ ຊຶ່ງຕ້ອງໄດ້ເອົາໃຈໃສ່ ຖ້າວ່າກົດໝາຍ ໄດ້ກຳນົດ ຕ້ອງໄດ້ ເອົາໃຈໃສ່ປະກອບໃຫ້ຄົບຖ້ວນ ຖ້າແມ່ນມາດຕະຖານໂຕນັ້ນ ແມ່ນຕ້ອງໄປເບິ່ງໃນລາຍລະອຽດໃຫ້ ຄົບຖ້ວນຕື່ມ ອັນນີ້ແມ່ນປະເດັນຕ້ອງໄດ້ເອົາໃຈໃສ່ເນາະ”
ໂດຍປະຊາຊົນລາວໄດ້ຕັ້ງຂໍ້ສົງໄສຕໍ່ການປະຕິບັດໜ້າທີ່ຂອງບັນດາຜູ້ພິພາກສາ ແລະບັນດກາພະນັກງານສານທຸກຂັ້ນເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຂໍ້ສົງໄສ ຕໍ່ການພິຈາລະນາຕັດສິນ ແລະການດຳເນີນຄະດີ ທີ່ບໍ່ໂປ່ງໃສ ແລະບໍ່ຍຸຕິທຳ ລວມເຖິງການຈັດຕັ້ງປະຕິບັດຂະບວນການ ດ້ານຕຸລາການ ບໍ່ມີປະສິດທິພາບ ແລະບໍ່ທັນໄດ້ລະດັບມາດຕະຖານສາກົນໃນນີ້ ລວມທັງພະນັກງານໄອຍະການທີ່ບໍ່ມີຄຸນນະພາບ ແລະ ປະຕິບັດໜ້າທີ່ໂດຍບໍ່ໂປ່ງໃສ ໂດຍເຫັນໄດ້ຈາກການທີ່ສາມາດບັງຄັບຄະດີ ຕາມການຕັດສິນ ຂອງສານໄດ້ພຽງແຕ່ 5.47 ເປີເຊັນຂອງຄະດີອາຍາທັງໝົດ 39,484 ຄະດີ ແລະ 11.80 ເປີເຊັນ ຂອງຄະດີແພ່ງທັງໝົດ 11,405 ຄະດີ ໃນປີ 2022 ດັ່ງທີ່ທ່ານໄຊຊະນະ ໂຄດພູທອນ, ຫົວໜ້າໄອຍະການສານປະຊາຊົນສູງສຸດໄດ້ຢືນຢັນວ່າ:
“ອົງການໄອຍະການປະຊາຊົນທຸກຂັ້ນ ຕິດຕາມ ກວດກາ ການປະຕິບັດຄຳຕັດສິນ ຂອງສານ ເກັບກຳສະຖິຕິການປະຕິບັດຄຳຕັດສິນຂອງສານ ຜ່ານມາມີຄະດີອາຍາ 39,484 ເລື້ອງ ສຳເລັດແລ້ວ 2,160 ເລື່ອງ ເທົ່າກັບ 5.47 ເປີເຊັນ ພວມປະຕິບັດ 37,324 ເລື້ອງ ຄະດີແພ່ງ 11,405 ເລື້ອງ ສຳເລັດແລ້ວ 1,346 ເລື້ອງ ເທົ່າກັບ 11.8 ເປີເຊັນ ພວມປະຕິບັດຢູ່ 10,059 ເລື້ອງ”
ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາກ່ຽວກັບການທີ່ມີຄະດີຄົງຄ້າງໃນ ຂັ້ນຂອງການບັງຄັບຄະດີເພີ່ມຂຶ້ນນັບມື້ເທົ່ານັ້ນ ແຕ່ໃນຂະນະດຽວກັນສານປະຊາຊົນລາວທຸກຂັ້ນ ກໍປະເຊີນກັບບັນຫາຄະດີຄົງຄ້າງໃນຂັ້ນຂອງການພິຈາລະນາຕັດສິນຄະດີເພີ້ມຂຶ້ນັບມື້ ດ້ວຍເຊັ່ນກັນໂດຍມີສາເຫດສຳຄັນມາຈາກຄວາມບົກຜ່ອງໃນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານສານທີ່ບໍ່ໄດ້ອີງໃສ່ກັບສະ ພາບບັນຫາທີ່ເປັນຈິງ ຈຶ່ງເຮັດໃຫ້ຄູ່ຄວາມຄະດີບໍ່ຍອມຮັບການຕັດສິນຂອງສານ ແລະໄດ້ຟ້ອງຮ້ອງ ໃຫ້ເປັນຄະດີຄວາມຕໍ່ໄປອີກ ສ່ວນຄູ່ຄວາມທີ່ມີສາຍພົວພັນໃນວົງການພັກລັດທີ່ເໜືອກວ່າອີກຝ່າຍນຶ່ງນັ້ນ ກໍເປັນອີກສາເຫດນຶ່ງທີ່ເຮັດໃຫ້ຄູ່ຄວາມໃນຄະດີ ບໍ່ຍອມຮັບການຕັດສິນຂອງສານ ເພາະໝັ້ນໃຈວ່າ ດ້ວຍສາຍພົວພັນໃນວົງການພັກ-ລັດທີ່ເໜືອກວ່ານັ້ນຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ໃນທີ່ສຸດ ໂດຍສະເພາະແມ່ນໃນຂັ້ນຮວບຮວມພະຍານຫຼັກຖານ ເພື່ອປະກອບສຳນວນຄະດີໃນ ການຟ້ອງຮ້ອງ ຕໍ່ສານ ໂດຍພະນັກງານໄອຍະການນັ້ນ ກໍຄືປັດໄຈສຳຄັນທີ່ເຮັດໃຫ້ຜູ້ທີ່ກະທຳຄວາມຜິດ ໃນຄະດີ ກາຍເປັນຝ່າຍທີ່ບໍ່ຕ້ອງຮັບໂທດໃດໆໃນຄະດີຄວາມໄດ້ອີກດ້ວຍ.
ທາງດ້ານອົງການ Human Rights Watch ລາຍງານວ່າການບັງຄັບໃຊ້ກົດໝາຍໃນລາວ ຍັງບໍ່ມີ ປະສິດທິພາບ ທັງຍັງມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກຍົກເລີກໄປແລ້ວ ຊຶ່ງເປັນການເລືອກ ປະຕິບັດກົດໝາຍຕໍ່ປະຊາຊົນ ທີ່ຂັດແຍ້ງກັບພະນັກງານລັດໃນຊັບສິນທີ່ຖືກເວນຄືນຢ່າງບໍ່ຍຸຕິທຳນັ້ນ.