ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການພັດທະນາຊັບພະຍາກອນມະນຸດ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການ ໃນດ້ານແຮງງານມີຝີມື ຂອງບັນດາບໍລິສັດຕ່າງຊາດ ໃນລາວ


ແຮງງານລາວຜູ້ນຶ່ງ ຢູ່ທີ່ໂຮງງານຜະລິດເຄື່ອງເຮືອນແຫ່ງນຶ່ງ ກຳລັງກຽມພ້ອມຊິ້ນສ່ວນນຶ່ງຂອງເຄື່ອງເຮືອນ
ແຮງງານລາວຜູ້ນຶ່ງ ຢູ່ທີ່ໂຮງງານຜະລິດເຄື່ອງເຮືອນແຫ່ງນຶ່ງ ກຳລັງກຽມພ້ອມຊິ້ນສ່ວນນຶ່ງຂອງເຄື່ອງເຮືອນ

ການພັດທະນາຊັບພະຍາກອນມະນຸດໃນລາວ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການໃນດ້ານແຮງງານມີຝີມື ຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຈຶ່ງເຮັດໃຫ້ຕ້ອງນຳເຂົ້າແຮງງານຕ່າງຊາດຕໍ່ໄປ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດລາວ ໃຫ້ການຢືນຢັນວ່າ ສາເຫດສຳຄັນ ທີ່ເຮັດໃຫ້ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວ ຍັງຕ້ອງນຳເຂົ້າແຮງງານຈາກຕ່າງປະເທດ ເພາະວ່າ ແຮງງານລາວ ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຂອງບໍລິສັດຕ່າງຊາດ ໄດ້ຢ່າງພຽງພໍ ເນື່ອງຈາກວ່າ ແຮງງານລາວ ສ່ວນໃຫຍ່ເປັນແຮງງານທີ່ບໍ່ມີຝີມື ກໍຄືບໍ່ມີຄວາມຮູ້-ຄວາມສາມາດທາງດ້ານເທັກນິກສະໄໝໃໝ່ ໃນອຸດ ສາຫະກຳການຜະລິດສິນຄ້າຕ່າງໆ ຈຶ່ງເຮັດໃຫ້ບໍ່ສາມາດຈະຮັບປະກັນໄດ້ເລີຍວ່າ ການຜະລິດສິນຄ້າຕ່າງໆນັ້ນ ຈະດຳເນີນໄປຕາມແຜນການທີ່ວາງໄວ້ ໂດຍສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ ກໍຄືຫລັກສູດການສຶກສາຊັ້ນສູງໃນລາວ ບໍ່ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ຊຶ່ງເຮັດໃຫ້ຈະຕ້ອງດຳເນີນມາດຕະການແກ້ໄຂຢ່າງຮີບດ່ວນທີ່ສຸດ ດັ່ງທີ່ນັກທຸລະກິດລາວ ໄດ້ຢືນຢັນວ່າ:

“ຊາວໜຸ່ມຈົບຫຼືວ່າ ຮຽນອອກມາແລ້ວ ໄປເຮັດວຽກນຳເອກະຊົນ ມັນກໍບໍ່ມີໃບປະກາດ ຫຼືອີ່ຫຍັງສິໃຫ້ເຂົາເຈົ້າຮັບຮູ້ວ່າ ຜູ້ນີ້ຈົບຊັ້ນນັ້ນ ຊັ້ນນີ້ ຊັ້ນໃດ ເພື່ອເປັນພື້ນຖານໃນການປະຕິບັດເງິນນະໂຍບາຍອຸດໜຸນເງິນເດືອນ ຫຼືອີ່ຫຍັງຕ່າງໆ ຂອງຜູ້ກ່ຽວ ເພາະວ່າ ເອກະຊົນນີ້ ມັນຕ່າງກັບລັດເນາະ ບາງເທື່ອໃບປະກາດຊັ້ນກາງ ແຕ່ວ່າ ມັນເກັ່ງ ສາມາດເປັນຊ່ຽວຊານ ບາງເທື່ອ ເງິນເດືອນມັນສູງກວ່າໝໍຈົບປະລິຍາຕີ ປະລິນຍາໂທເດ້ ເຂົາເອົາຄວາມຊຳນານ ເຂົາເອົາປະສິດທິຜົນຂອງວຽກເປັນຕົວຊີ້ວັດ ວ່າ ຈະໃຫ້ເງິນເດືອນລາວ ແນວໃດຈະໃຫ້ນະໂຍບາຍລາວແນວໃດ ອັນນີ້ ເຮົາສິເຮັດແນວໃດ?”

ປັດຈຸບັນ ອັດຕາການເຂົ້າຮຽນຂອງເດັກນ້ອຍລາວ ອາຍຸ 3-5 ປີຢູ່ທີ່ລະດັບ 52 ເປີເຊັນ ສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນກັບ 82.2 ເປີເຊັນ ແລະ 47.8 ເປີເຊັນຕາມລຳດັບ ໂດຍເຖິງແມ່ນວ່າ ຈະເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍຕົວເພີ້ມຂຶ້ນໃນທຸກລະດັບກໍຕາມ ແຕ່ການພັດທະນາການສຶກສາໃນລາວ ກໍຍັງບໍ່ມີຄຸນນະພາບ ໂດຍເຫັນໄດ້ຈາກອັດຕາການຄ້າງຫ້ອງຮຽນລະດັບປະຖົມສຶກສາ ຍັງຢູ່ທີ່ລະດັບ 3.8 ເປີເຊັນ ສ່ວນບັນຫາຍາກ ຈົນຂອງປະຊາຊົນລາວ ໃນເຂດຊົນນະບົດນັ້ນ ກໍຍັງເຮັດໃຫ້ເດັກນ້ອຍລາວ ຕ້ອງປະການຮຽນໃນອັດຕາສະເລ່ຍສູງກວ່າ 20 ເປີເຊັນ ຂອງຈຳນວນນັກຮຽນຊັ້ນປະຖົມທັງໝົດໃນເຂດຊົນນະບົດທົ່ວປະເທດລາວ ຊຶ່ງຖືເປັນສາເຫດທີ່ສຳຄັນປະການນຶ່ງທີ່ເຮັດໃຫ້ເຍົາວະຊົນລາວ ຕ້ອງຕົກຢູ່ໃນສະຖານະຫວ່າງງານໃນປັດຈຸບັນນີ້ ອັນຮວມເຖິງການຂາດແຄນໃນດ້ານການພັດທະນາຝີມືແຮງງານໃນລາວດ້ວຍ ດັ່ງທີ່ ທ່ານນາງໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ໄດ້ໃຫ້ການຢືນຢັນວ່າ:

“ຜູ້ໃຊ້ແຮງງານ ຍັງບໍ່ທັນສະໜອງເຂົ້າໃນລະບົບຂໍ້ມູນ-ຂ່າວສານຕະຫຼາດແຮງງານໄດ້ຢ່າງຊັດເຈນ ຊຶ່ງເປັນສາເຫດທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຂະແໜງ ການກ່ຽວຂ້ອງ ພື້ນຖານໂຄງລ່າງດ້ານການພັດທະນາຝີມືແຮງງານ ການສະໜອງ ອຸບປະກອນ ເຄື່ອງຈັກໃຫ້ແກ່ການຝຶກ ຮວມທັງຄູຝຶກ ແລະຄູທົດສອບຍັງບໍ່ພຽງພໍກັບຄວາມຕ້ອງການ ແລະຈຳກັດ ນັກຮຽນທີ່ຮຽນຈົບຊັ້ນສາມັນຕ່າງໆ ບໍ່ມີຄວາມກະຕືລືລົ້ນ ທີ່ຈະເຂົ້າຮຽນວິຊາຊີບ ແລະພັດທະນາຝີມືແຮງງານ ອຸດສາ ຫະກຳປຸງແຕ່ງທີ່ເປັນບ່ອນສ້າງຕຳແໜ່ງງານໃນຈຳນວນຫຼາຍມີລັກຊະນະທີ່ໝັ້ນຄົງ ຍັງມີຄວາມຈຳກັດຫຼາຍ.”

ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍບັນຫາຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ແຕ່ປະຊາຊົນລາວ ບັນດາເຜົ່າກັບຍັງມີລາຍໄດ້ເທົ່າເດີມ ໂດຍສະເພາະກໍແມ່ນອັດຕາຄ່າຈ້າງຂັ້ນຕ່ຳຂອງຜູ້ອອກແຮງງານໃນລາວ ທີ່ບໍ່ໄດ້ມີການປັບຂຶ້ນໃຫ້ສອດຄ່ອງກັບສະພາບການຕົວຈິງນັ້ນ ກໍຄືສາເຫດສຳຄັນທີ່ເຮັດໃຫ້ແຮງງານລາວ ຕ້ອງພາກັນເດີນທາງໄປລັກລອບເຮັດວຽກໂດຍຜິດກົດໝາຍໃນປະເທດໄທ ຫຼາຍຂຶ້ນນັບມື້ ເພາະວ່າ ເປັນຈຸດໝາຍປາຍທາງທີ່ແຮງງານລາວ ສາມາດເດີນທາງໄປໄດ້ງ່າຍທີ່ສຸດ ທັງຍັງມີອັດຕາຄ່າຈ້າງສູງກວ່າຢູ່ໃນລາວ ເກີນກວ່າ 4 ເທົ່າດ້ວຍແລ້ວ ຈຶ່ງເຮັດໃຫ້ແຮງງານລາວ ເດີນທາງໄປໄທ ເພີ້ມຂຶ້ນດັ່ງກ່າວ ເພາະຢ່າງໜ້ອຍກໍຍັງມີເງິນເຫຼືອສຳລັບທີ່ຈະສົ່ງກັບຄືນມາຈຸນເຈືອຄອບຄົວໃນລາວ ໄດ້ບາງສ່ວນ ຫາກແຕ່ວ່າ ບັນຫາທີ່ເພີ້ມຂຶ້ນນັບມື້ເຊັ່ນດຽວກັນກໍຄືແຮງງານລາວ ທີ່ເດີນທາງໄປລັກລອບເຮັດວຽກໃນໄທນັ້ນ ໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດເພີ້ມຂຶ້ນ ໂດຍທີ່ລັດຖະບານລາວ ຍັງບໍ່ມີມາດຕະການໃຫ້ການຊ່ອຍເຫຼືອແຮງງານເຫຼົ່ານີ້ ຢ່າງມີປະສິດທິພາບແຕ່ຢ່າງໃດ ຂະນະທີ່ແຮງງານລາວ ທີ່ຕ້ອງການໄປເຮັດວຽກຕ່າງປະເທດຕ້ອງເສຍຄ່າທຳນຽມກວ່າ 10 ລ້ານກີບ.

XS
SM
MD
LG