ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ລາວ ຍັງບໍ່ສາມາດຢຸດຢັ້ງ ການຕົກຕໍ່າ ຂອງຄ່າເງິນກີບໄດ້ ເພາະວ່າລັດຖະບານ ບໍ່ສາມາດເຮັດໃຫ້ປະຊາຊົນເຊື່ອໝັ້ນ ໃນສະຖຽນລະພາບຂອງເງິນກີບ


ທະນະບັດໃບລະແສນກີບ ຂອງ ສປປ ລາວ.
ທະນະບັດໃບລະແສນກີບ ຂອງ ສປປ ລາວ.

ລັດຖະບານລາວ ຍັງບໍ່ສາມາດຢຸດຢັ້ງການຕົກຕໍ່າຂອງຄ່າເງິນກີບໄດ້ ເພາະວ່າລັດຖະບານ ບໍ່ສາມາດເຮັດໃຫ້ປະຊາຊົນລາວ ແລະຕ່າງຊາດມີຄວາມເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບໄດ້ຢ່າງແທ້ຈິງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດການຄ້າຂາອອກ-ຂາເຂົ້າໃນລາວ ໃຫ້ທັດສະນະວ່າ ການຂາດດຸນການຄ້າຕ່າງປະເທດຂອງລາວບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ຄ່າເງິນກີບຕົກຕໍ່າລົງ ຫາກແຕ່ຍັງລວມເຖິງຄວາມເຊື່ອໝັ້ນຂອງປະຊາຊົນລາວ ແລະຊາວຕ່າງຊາດທີ່ມີຕໍ່ສະຖຽນລະພາບຂອງເງິນກີບດ້ວຍ ໂດຍສາເຫດສໍາຄັນທີ່ເຮັດໃຫ້ເກີດບັນຫາຂອງການບໍ່ເຊື່ອໝັ້ນດັ່ງກ່າວກໍຄື ການດໍາເນີນມາດຕະການຄວບຄຸມດ້ານເງິນຕາທີ່ບໍ່ມີປະສິດທິພາບຂອງທະນາຄານລາວເປັນສໍາຄັນ ເຊິ່ງຈະເຫັນໄດ້ຈາກການທີ່ທະນາຄານແຫ່ງຊາດບໍ່ສາມາດຄວບຄຸມອັດຕາການແລກປ່ຽນເງິນຕາໄດ້ເລີຍ ເຊິ່ງກໍເປັນສາເຫດສໍາຄັນທີ່ເຮັດໃຫ້ບໍ່ສາມາດດຶງເອົາເງິນຕາເຂົ້າມາໃນລະບົບທະນາຄານອີກດ້ວຍ ໂດຍບັນຫາດຽວກັນນີ້ເຄີຍເກີດຂຶ້ນໃນຫວຽດນາມເຊັ່ນກັນ ແຕ່ວ່າລັດຖະບານຫວຽດນາມກໍສາມາດແກ້ໄຂໄດ້ຢ່າງມີປະສິດທິຜົນມາແລ້ວ, ດັ່ງທີ່ນັກທຸລະກິດລາວ ໃຫ້ການຢືນຢັນວ່າ:

“ເວົ້າເລື້ອງເງິນຕາກ່ອນໜ້ານີ້ 20 ປີນີ້ ຢູ່ຫວຽດນາມເງິນເຟີ້ເກືອບສາມໂຕເລກ ແຕ່ເພິ່ນກໍແກ້ໄຂໄດ້, ຖາມວ່າເພິ່ນແກ້ໄຂແນວໃດ ເພິ່ນກໍເວົ້າວ່າ ກ່ອນອື່ນໝົດຈະຕ້ອງໄດ້ຄຸມເມັດເງິນນີ້ ໃຫ້ເຂົ້າສູ່ລະບົບໃຫ້ມັນໄດ້ແທ້ໆ, ຜະລິດສິນຄ້າເພື່ອທົດແທນການນໍາເຂົ້າ ຄົນຫວຽດນາມນີ້ຕ່າງຄົນລາວໜ້ອຍນຶ່ງ ເພິ່ນມີວິໄນແທ້ໆ ການກິນ ການບໍລິໂພກ ແມ່ນຈັບປູກຝັງຈິດສໍານຶກໃຫ້ກັນໃຫ້ມັນໄດ້ ໄທເຮົານີ້ ຄຸມກັນບໍ່ຢູ່ເດະ. ເພາະສະນັ້ນ ຢາກແກ້ໄຂວິກິດອັນນີ້ນິ ກ່ອນອື່ນໝົດ ການນໍາເຂົ້າເງິນຕ້ອງໄດ້ຜ່ານທະນາຄານໝົດ, ມາຮອດເມືອງລາວນີ້ ຕ້ອງໃຊ້ເງິນກີບແມ້ ເອົາມາແລກເອົາເງິນກີບແມ້, ອັນນີ້ ຫຼາຍທະນາຄານທົ່ວປະເທດ ເພິ່ນກໍເຮັດແນວນັ້ນເດ.”

ແຕ່ຢ່າງໃດກໍຕາມ, ດຣ. ອັດ ພິສານວານິດ ຜູ້ອໍານວຍການສູນສຶກສາການຄ້າລະຫວ່າງປະເທດ ມະຫາວິທະຍາໄລຫໍການຄ້າໄທໄດ້ໃຫ້ທັດສະນະວ່າ ບັນຫາການຂາດດຸນການຄ້າຕ່າງປະເທດ ຍັງຖືເປັນປັດໃຈສໍາຄັນທີ່ສຸດ ທີ່ຈະເຮັດໃຫ້ເງິນກີບຂອງລາວອ່ອນຄ່າລົງໄດ້ອີກ ເຊັ່ນດຽວກັບອັດຕາເງິນເຟີ້ທີ່ຈະປັບໂຕສູງຂຶ້ນໄດ້ອີກໃນປີ 2023 ນີ້ ຖ້າຫາກວ່າລັດຖະບານລາວຍັງຄົງບໍ່ສາມາດແກ້ໄຂບັນຫາການຂາດດຸນການຄ້າຕ່າງປະເທດໄດ້ຢ່າງແທ້ຈິງ ເພາະການຂາດດຸນການຄ້າ ບໍ່ພຽງແຕ່ຈະເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຫຼຸດລົງເທົ່ານັ້ນ ແຕ່ຍັງເຮັດໃຫ້ລະດັບຄວາມເຊື່ອຖືທີ່ມີຕໍ່ເງິນກີບຫຼຸດລົງອີກດ້ວຍ, ເຊິ່ງຕໍ່ບັນຫາດັ່ງກ່າວນີ້ ທະນາຄານແຫ່ງ ສປປ ລາວ ກໍໄດ້ເພີ້ມຄວາມເຂັ້ມງວດ ໃນການຄວບຄຸມການແລກປ່ຽນເງິນຕາ ດ້ວຍການຍົກເລີກຮ້ານແລກປ່ຽນຕົວແທນຂອງທຸລະກິດທັງໝົດໃນທົ່ວປະເທດເມື່ອບໍ່ນານມານີ້ ໂດຍກໍານົດໃຫ້ ສາມາດແລກ ປ່ຽນເງິນໄດ້ສະເພາະກັບທະນາຄານເທົ່ານັ້ນ ເຊິ່ງລວມເຖິງການເຮັດຂໍ້ຕົກລົງໃນການນໍາໃຊ້ເງິນກີບ ເພື່ອຊໍາລະຄ່າສິນຄ້າ ແລະບໍລິການຕ່າງໆ ຮ່ວມກັບສະກຸນເງິນຂອງປະເທດຄູ່ຄ້າໃຫ້ໄດ້ເພີ້ມຂຶ້ນ, ດັ່ງທີ່ ທ່ານບຸນເຫຼືອ ສິນໄຊວໍລະວົງ ຫົວໜ້າທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ການຢືນຢັນວ່າ:

“ສະພາບທີ່ພວກເຮົາຈະເຮັດໄດ້ ອັນທີ 1 ກໍຄື ຄຸ້ມຄອງເງິນຕານີ້ລະ ໃຫ້ເຂົ້າລະບົບທະນາຄານ ສ້າງສົມດຸນ ຫຼືວ່າເກີນດຸນທາງດ້ານເງິນຕາໃຫ້ມັນໄດ້, ອັນທີ 2 ກໍແມ່ນ ພວກເຮົາກໍຮ່ວມມືກັບບັນດາປະເທດເພື່ອນມິດທີ່ມີການຄ້າຫຼາຍອັນນີ້ລະ ເຮັດລະບົບການຊໍາລະສະສາງທີ່ເປັນສະກຸນເງິນທ້ອງຖິ່ນ, ກັບ ຈີນ ພວກເຮົາກໍໄດ້ເຮັດ ແລະເລີ້ມຕົ້ນແລ້ວ ເຊິ່ງພວກເຮົາມີລະບົບ Swap ເງິນກີບ ກັບເງິນຢວນ, ສະນັ້ນ ເມື່ອເງິນຢວນເຂົ້າມາຢູ່ໃນລະບົບ ກໍເຮັດໃຫ້ຄັງແຮສໍາຮອງພວກເຮົາເພີ້ມຂຶ້ນ, ພວກເຮົາຈະຕ້ອງຄຸ້ມຄອງການຄ້າຊາຍແດນໃຫ້ເຂົາເຈົ້າຫັນຈາກການຄ້າເງິນສົດນັ້ນ ມາສູ່ລະບົບທະນາຄານ.”

“ໂດຍໃນປີ 2022, ການຄ້າຕ່າງປະເທດຂອງລາວ ມີມູນຄ່າລວມ 13,650 ລ້ານໂດລາ ໃນນີ້ກໍແບ່ງເປັນການສົ່ງສິນຄ້າອອກໃນມູນຄ່າລວມ 7,600 ລ້ານໂດລາ, ແລະການນໍາເຂົ້າສິນຄ້າໃນມູນຄ່າລວມ 6,050 ລ້ານໂດລາ ແຕ່ເນື່ອງຈາກວ່າລາຍໄດ້ຈາກການສົ່ງອອກພະລັງງານໄຟຟ້າໃນມູນຄ່າ 1,760 ລ້ານໂດລານັ້ນ ຈະຕ້ອງນໍາໃຊ້ເພື່ອຊໍາລະໜີ້ຕ່າງປະເທດ ຈຶ່ງເຮັດໃຫ້ພາກທຸລະກິດໃນລາວຍັງຕ້ອງປະເຊີນບັນຫາຂາດເຂີນເງິນຕາຢ່າງໜັກໜ່ວງ ເພາະວ່າເງິນຕາໄດ້ຖືກໂອນໄປຕ່າງປະເທດຫຼາຍກວ່າໂອນທີ່ເຂົ້າມາລາວ ໃນຂະນະທີ່ການສົ່ງເສີມ ການຜະລິດສິນຄ້າເພື່ອເພີ້ມການສົ່ງອອກນັ້ນ ກໍສາມາດປະຕິບັດໄດ້ຢ່າງຈໍາກົດ ເພາະມີການປ່ອຍສິນເຊື່ອໃຫ້ວິສາຫິກິດຂະໜາດນ້ອຍ-ຂະໜາດກາງ (SME) ໄດ້ພຽງແຕ່ສ່ວນໜ້ອຍ ຈຶ່ງເຮັດໃຫ້ SME ສ່ວນໃຫຍ່ ບໍ່ມີທຶນຟື້ນຟູການຜະລິດສິນຄ້າ ເພື່ອເພີ້ມການສົ່ງອອກໄປຕ່າງປະເທດນັ້ນເອງ.”

XS
SM
MD
LG