ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກໄທຢືນຢັນວ່າ ຈະຮ່ວມມືກັບ ສະຫະລັດແລະຍີ່ປຸ່ນ ເພື່ອຮັກສາສິ່ງແວດລ້ອມທຳມະຊາດໃນເຂດລຸ່ມ ແມ່ນໍ້າຂອງ


ແຜງພະລັງງານແສງຕາເວັນ ຢູ່ໃນຕຶກສູງແຫ່ງນຶ່ງໃນ​ປະ​ເທດ​ໄທ. ນາຍົກລັດຖະມົນຕີໄທ ຢືນຢັນວ່າຈະຮ່ວມມືກັບສະຫະລັດ ແລະ ຍີ່ປຸ່ນເພື່ອຮັກສາ ສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງດ້ວຍການສົ່ງເສີມໂຄງການ ພັດທະນາພະລັງານສະອາດໃຫ້ຫຼາຍຂຶ້ນ
ແຜງພະລັງງານແສງຕາເວັນ ຢູ່ໃນຕຶກສູງແຫ່ງນຶ່ງໃນ​ປະ​ເທດ​ໄທ. ນາຍົກລັດຖະມົນຕີໄທ ຢືນຢັນວ່າຈະຮ່ວມມືກັບສະຫະລັດ ແລະ ຍີ່ປຸ່ນເພື່ອຮັກສາ ສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງດ້ວຍການສົ່ງເສີມໂຄງການ ພັດທະນາພະລັງານສະອາດໃຫ້ຫຼາຍຂຶ້ນ

ນາຍົກລັດຖະມົນຕີໄທ ຢືນຢັນວ່າຈະຮ່ວມມືກັບສະຫະລັດ ແລະ ຍີ່ປຸ່ນເພື່ອຮັກສາ ສິ່ງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນໍ້າຂອງດ້ວຍການສົ່ງເສີມໂຄງການ ພັດທະນາພະລັງານສະອາດໃຫ້ຫຼາຍຂຶ້ນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ພົນເອກະປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ ຈະໃຫ້ ການສົ່ງເສີມໂຄງການພັດທະນາພະລັງງານສະອາດ ໃຫ້ເພີ່ມຂຶ້ນຢ່່າງຕໍ່ເນື່ອງ ພາຍໃຕ້ເປົ້າ ໝາຍ ທີ່ຈະຫລຸດການປ່ອຍອາຍຄາບອນໄດອອ໊ກໄຊ ໃຫ້ໄດ້ 25 ເປີເຊັນ ພາຍໃນປີ 2030 ດ້ວຍການເສີມສ້າງການຮ່ວມມື ກັບປະເທດເພື່ອນບ້ານໃນລຸ່ມແມ່ນໍ້າຂອງ ໃຫ້ຫຼາຍ ຂຶ້ນ, ລວມທັງເສີມຂະຫຍາຍການຮ່ວມມືກັບສະຫະລັດ ແລະ ຍີ່ປຸ່ນ ດ້ວຍການສົ່ງເສີມການ ຈັດຕັ້ງການເປັນຫຸ້ນສ່ວນ ທາງດ້ານພະລັງງານສະອາດ ໃນລຸ່ມແມ່ນໍ້າຂອງ ຂຶ້ນມາຢ່າງ ເປັນຮູບປະທຳໃຫ້ໄດ້ໄວທີ່ສຸດ ດັ່ງທີ່ ພົນເອກປຣະ​ຢຸດ ໄດ້ໃຫ້ການຢືນຢັນວ່າ:
ໃນສ່ວນຂອງໄທໃຫ້ຄວາມສຳຄັນ ດ້ານຄວາມໝັ້ນຄົງດ້ານພະລັງງານການພັດທະນາ ຕະຫຼາດໄຟຟ້າ ພະລັງງານທົດແທນ ສ່ົງເສີມການຈັດຕັ້ງຂອບຄວາມຮ່ວມມື Japan-US-Mekong Power Partnership ເພື່ອສະໜັບສະໜຸນໃນເລື່ອງຂອງການພັດທະນາໄຟຟ້າ (Asia Energy Transition Initiatives และ Asia Zero Emission Community) ເພື່ອທີ່ ຈະສະໜັບສະໜຸນໃຫ້ປະເທດໃນພູມີພາກ ປ່ຽນຜ່ານພະລັງງານໄປສູ່ພະລັງງານ ສະອາດ ຢ່າງເປັນຮູບປະທຳ ພ້ອມກັບຮັກສາຄວາມໝັ້ນຄົງດ້ານພະລັງງານໄປພ້ອມ ເພື່ອກ້າວສູ່ ສັງຄົມປາດ​ສະ​ຈາກອາຍຄາບອນ ແລະ ໃຫ້ເອກະຊົນທີ່ມີເທັກໂນໂລຈີ ແລະ ນະວັດຕະ ກຳທີ່ທັນສະໄໝເຂົ້າມາລົງທຶນໃຫ້ຫຼາຍຂຶ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະ​ນະ​ຜູ້​ຊ່ຽວ​ຊານ​ຈາກ​ສູນ​ວິ​ທະ​ຍາ​ສາດ​ການ​ປັບ​ຕົວ​ຕໍ່​ສະ​ພາບ​ອາ​ກາດຂອງສຳ​ນັກ​ງານ​ສຳຫຼວດ​ດ້ານ​ທໍ​ລະ​ນີ​ວິ​ທະ​ຍາ ​ແຫ່ງ​ສະ​ຫະ​ລັດອາ​ເມ​ຣິ​ກາ ແລະ ຄະ​ນະ​ຕົວ​ແທນ​ເຄືອ​ຂ່າຍ​ປະ​ຊາ​ຊົນ ໄທ 8 ຈັງ​ຫວັດ ​ໃນເຂດ​ລຸ່ມແມ່​ນ້ຳ​ຂອງ ​ໄດ້​ຮ່ວມ​ມື​ກັນ​ເກັບ​ກຳ​ຂໍ້​ມູນ​ພາກ​ສະ​ໜາມ ​ເພື່ອ​ການ​ສຶກ​ສາ​ວິ​ໄຈ ​ກ່ຽວ​ກັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ໃນ​ແນວ​ແມ່​ນ້ຳ​ຂອງ​ໃນລາວ ແລະ ຈີນ ເມື່ອ​ວັນ​ທີ 27 ກັນ​ຍາ-26 ຕຸ​ລາ 2022 ທີ່​ຜ່າ​ນມາ ​ໂດຍ​ເປັນ​ການ​ເກັບ​ຂໍ້​ມູນ​ສະ​ພາບ​ການ​ຕົວ​ຈິງ ​ຢູ່​ບັນ​ດາ​ກຸ່ມ​ບ້ານ​ທີ່​ຕັ້ງ​ຢູ່​ເຂດ​ແຄມ​ຝັ່ງ​ແມ່ນ້ຳ​ຂອງ ໃນ​ເຂດ​ອຳ​ເພີ​ສັງ​ຄົມຈັງ​ຫວັດ​ໜອງ​ຄາຍ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ແວດ​ລ້ອມ​ທີ່​ປ່ຽນ​ແປງ​ໄປ​ຢ່າງ​ສິ້ນ​ເຊີງ.

ໃນ​ການ​ສຶກ​ສາ​ວິ​ໄຈ​ໃນ​ຄັ້ງ​ນີ້ ​ພົບ​ວ່າ​ຜົນ​ກະ​ທົບ​ທີ່​ເກີດ​ຂຶ້ນ​ຢ່າງ​ຊັດ​ເຈນ​ກໍ​ຄື​ການ​ປ່ຽນ​ແປງ​ຂອງ​ລະ​ບົບ​ນິ​ເວດ​ໂດຍ​ເຫັນ​ໄດ້​ຈາກ​ການ​ຕາຍ​ຂອງ​ໄຄ​ນ້ຳ, ຊາວ​ປະ​ມົງ​ຈັບ​ປາ​ໄດ້​ໜ້ອຍ​ລົງ​ກວ່າ 50 ເປີ​ເຊັນ ຊຶ່ງ​ຜົນ​ກະ​ທົບ​ໂດຍ​ກົງ ​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ​ຂອງ​ປະ​ຊາ​ຊົນ ທັງ​ຍັງ​ພົບ​ບັນ​ຫາ​ການ​ກັດ​ເຊາະ​ຕາ​ຝັ່ງ ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ທີ່​ຢູ່​ອາ​ໄສ ແລະ ດິນ​ທຳ​ກິນ​ຂອງ​ປະ​ຊາ​ຊົນ​ຮຸນ​ແຮງ​ຂຶ້ນ​ນັບ​ມື້.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ​ລາວ ຢືນ​ຢັນ​ວ່າ ພະ​ລັງ​ງານ​ໄຟ​ຟ້າ​ທີ່​ຜະ​ລິດ​ຈາກ​ເຂື່ອນ ຖື​ເປັນ​ພະ​ລັງ​ງານ​ສະ​ອາດ ເພາະ​ເປັນ​ການ​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ ທີ່ບໍ່​ມີ​ການ ປ່ອຍ​ອາຍ​ຄາ​ບອນ​ເລີຍ. ພ້ອມ​ກັນ​ນີ້ ລັດ​ຖະ​ບານ​ລາວ ກໍ​ຍັງ​ໄດ້​ວາງ​ແຜນ​ການ​ທີ່​ຈະ​ຜະ​ລິດ ພະ​ລັງ​ງານ​ໝູນ​ວຽນ​ໃຫ້​ຫລາຍ​ຂຶ້ນ​ອີກ ໂດຍ​ສະ​ເພາະ​ແມ່ນ​ພະ​ລັງ​ງານ​ແສງ​ອາ​ທິດ ແລະ​ພະ​ລັງ​ງານ​ລົມ​ນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັນ​ສູງ​ຂອງ​ລາວ ໃຫ້​ການ​ຢືນ​ຢັນ​ວ່າ:​
“ຫວ່າງ​ມໍ່ໆ​ມາ​ນີ້, ພວກ​ເຮົາ​ມີ​ໂຄງ​ການໄຟ​ຟ້າ​ແສງ​ຕາ​ເວັນ​ເຂົ້າມາ​ຢູ່​ໃນ​ລະ​ບົບ​ຂອງ​ພວກ​ເຮົາ, ທັງ​ໝົດ​ແມ່ນ​ມີປະ​ມານ 80 ເມ​ກະ​ວັດ. ແຕ່ຢ່າງໃດກໍຕາມ, ໃນປີ 2025 ພວກ ເຮົາວາງແຜນທີ່ຈະເພີ່ມມັນຂຶ້ນເຖິງ 20 ຫາ 30 ສ່ວນຮ້ອຍ. ພວກເຮົາ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫລາຍພໍ​ສົມ​ຄວນ​ໃນ​ການ​ສະໜອງ​ພະລັງງານ​ລົມ, ​ໂດຍ​ສະ​ເພາະ​ແມ່ນ​ເຂດທີ່​ຢູ່​ລະຫວ່າງ ລາວ ແລະ ​ຫວຽດນາມ. ແຕ່​ໃນປັດຈຸ​ບັນ ​ມີ​ພຽງ​ໂຄງການດຽວທີ່​ເປັນ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ​ເພື່ອ​ພັດທະນາ​ໂຄງການ​ຂະໜາດ​ໃຫຍ່ ຊຶ່ງ​ເປັນຟາມ​ລົມທີ່​ມີ​ຂະ​ໜາດ 600 ​ເມ​ກະ​ວັດ, ​ແຕ່​ມີ​ແຜນການທີ່​ຈະ​ສະໜອງ​ໃຫ້​ຫວຽດນາມ.”

ໃນປັດຈຸບັນ ມີເຂື່ອນໄຟຟ້າເທິງແ​ລວແມ່ນ້ຳຂອງຈຳນວນ 11 ໂຄງການ ໃນແຂວງຢຸນ ໜານຂອງຈີນກັບ 2 ໂຄງການໃນລາວ ທີ່ໄດ້ຜະລິດໄຟຟ້າແລ້ວ ແລະຍັງອີກ 7 ໂຄງການໃນລາວ ກັບ 2 ໂຄງການໃນກຳປູເຈຍ ທີ່ກຳລັງກໍ່ສ້າງເຊັ່ນ ເຂື່ອນຫລວງ ພະບາງ, ເຂື່ອນປາກແບງ ແລະເຂື່ອນປາກລາຍໃນລາວ ຊຶ່ງ ຈະກໍ່ສ້າງໃຫ້ສຳເລັດ ໃນປີ 2030 ຫາປີ 2033 ພາຍ​ໃຕ້​ແຜນ​ການ​ພັດ​ທະ​ນາ​ລາວ ​ໃຫ້​ເປັນ​ໝໍ້​ໄຟ​ຂອງ​ອາ​ຊຽນ​ພາຍ​ໃນ​ປີ 2035.

​ໂດຍຫຼ້າສຸດ ລັດຖະບານໄທ ໄດ້ຕົກລົງຈະຮັບຊື້ໄຟຟ້າຈາກລາວເພີ່ມຂຶ້ນຈາກ 9,000 ເມກະວັດ ເປັນ 10,500 ເມກະວັດໃນປີ 2035 ຫາກແຕ່ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງກໍ່ໄດ້ຄັດຄ້ານການຕົກລົງດັ່ງກ່າວ ເພາະວ່າໄທມີໄຟຟ້າເກີນ ຄວາມຕ້ອງການກວ່າ 20,000 ເມກະວັດ ເຊິ່ງຄິດເປັນ 52 ເປີເຊັນ ຂອງໄຟຟ້າທີ່ ໄທຊົມໃຊ້ໃນປັດຈຸບັນ ຈຶ່ງບໍ່ມີຄວາມຈຳເປັນຈະຕ້ອງຊື້ໄຟຟ້າຈາກລາວເພີ່ມຂຶ້ນແຕ່ຢ່າງໃດ ແລະ ການກໍ່ສ້າງເຂື່ອເທິງແນວແມ່ນໍ້ຂອງໃນລາວ ກໍ່ຍັງກະທົບໂດຍກົງຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງອີກດ້ວຍ. ສະນັ້ນ ການຄັດຄ້າຈະຍົງຄົງສືບຕໍ່ໄປ.

XS
SM
MD
LG