ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຄງການເຂື່ອນໄຟຟ້າ ຫຼວງພະບາງ ເທິງແມ່ນ້ຳຂອງ ຈະກໍ່ສ້າງສຳເລັດ ແລະສົ່ງໄຟຟ້າໄປຂາຍໃຫ້ໄທ ພາຍໃນປີ 2030


ແບບຈຳລອງຂອງເຂື່ອນໄຟຟ້ານ້ຳຕົກຫຼວງພະບາງ
ແບບຈຳລອງຂອງເຂື່ອນໄຟຟ້ານ້ຳຕົກຫຼວງພະບາງ

ໂຄງການເຂື່ອນໄຟຟ້າຫຼວງພະລາງ ເທິງແນວແມ່ນ້ຳຂອງ ຈະກໍ່ສ້າງແລ້ວສຳເລັດ ແລະສົ່ງໄຟຟ້າໄປຂາຍໃຫ້ໄທ ພາຍໃນປີ 2030 ໂດຍກຸ່ມຜູ້ລົງທຶນຢືນຢັນ ວ່າ ຈະນຳໃຊ້ເທັກນິກກໍ່ສ້າງທີ່ສະໄໝໃໝ່ ຊຶ່ງຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ຢືນຢັນວ່າ ຄະນະກຳມະການບໍລິຫານຂອງ EGAT ໄດ້ລົງມະຕິເຫັນຊອບຈະຊື້ກະແສໄຟຟ້າຈາກໂຄງການເຂື່ອນຫຼວງພະບາງໃນລາວ ເມື່ອບໍ່ນານມານີ້ ຊຶ່ງດ້ວຍມະ ຕິດັ່ງກ່າວນີ້ ກໍຈະເຮັດໃຫ້ກ້າວໄປສູ່ການຈັດທຳສັນຍາ ວ່າດ້ວຍການຊື້-ຂາຍກະແສໄຟຟ້າຮ່ວມກັບກຸ່ມຜູ້ລົງທຶນໃນໂຄງການເຂື່ອນຫຼວງພະບາງ ທີ່ຄາດວ່າ ຈະມີຂຶ້ນໃນໄວໆນີ້ ໂດຍ EGAT ຈະຮັບຊື້ໃນສັດສ່ວນ 95 ເປີເຊັນຂອງໄຟຟ້າທີ່ຜະລິດໄດ້ທັງໝົດ ຈາກໂຄງການເຂື່ອນໄຟຟ້າທີ່ມີກຳລັງຕິດຕັ້ງລວມ 1,460 ເມກາວັດ ທີ່ລາຄາສະເລ່ຍ 2.85 ບາດຕໍ່ກິໂລວັດໂມງ ນັບຈາກປີ 2030 ເປັນ ຕົ້ນໄປ.

ແຕ່ຢ່າງໃດກໍຕາມ ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມນ້ຳຂອງ ກໍໄດ້ເຄື່ອນໄຫວຄັດຄ້ານການຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຫຼວງພະບາງ ມາຢ່າງຕໍ່ເນື່ອງ ທັງນີ້ ໂດຍຫລ້າສຸດ ກໍໄດ້ຮ່ວມກັບສູນວິທະຍາສາດການປັບຕົວຕໍ່ສະພາວະອາກາດ ສຳນັກງານສຳຫຼວດດ້ານທໍລະນີວິທະຍາແຫ່ງສະຫະລັດອາເມຣິກາ ໃນການເກັບກຳຂໍ້ມູນພາກສະໜາມເພື່ອການສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນເທິງແນວນ້ຳຂອງໃນລາວ ເມື່ອທ້າຍປີ 2022 ທີ່ເປັນການເກັບຂໍ້ມູນສະພາບຕົວຈິງ ຢູ່ກຸ່ມບ້ານແຄມຝັ່ງນ້ຳຂອງໃນເຂດອຳເພີສັງຄົມ ຈັງ ຫວັດໜອງຄາຍ ທີ່ໄດ້ຮັບຜົນກະທົບຈາກສະພາບແວດລ້ອມ ທີ່ປ່ຽນແປງໄປຢ່າງສິ້ນເຊິງ ນັບຕັ້ງແຕ່ເຂື່ອນໄຊຍະບູລີ ໄດ້ເລີ້ມການຜະລິດໄຟຟ້າໃນທ້າຍປີ 2019 ເປັນຕົ້ນມາ ຊຶ່ງຜົນກະທົບທີ່ຊັດເຈນ ກໍຄືການປ່ຽນແປງຂອງລະບົບນິເວດ ໂດຍເຫັນໄດ້ຈາກການຕາຍຂອງໄຄນ້ຳ ຊາວປະມົງຫາປາໄດ້ໜ້ອຍລົງກວ່າ 50 ເປີເຊັນ ທັງຍັງພົບການກັດເຊາະຕາຝັ່ງທີ່ໄດ້ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສແລະທີ່ຫາກິນຂອງປະຊາຊົນທີ່ຮຸນແຮງຂຶ້ນນັບມື້.

ສ່ວນຜູ້ຊ່ຽວຊານທາງດ້ານສິ່ງແວດລ້ອມທຳມະຊາດ ສະຖາບັນວິໄຈພູມິສາດ ມະນຸດສາດແຫ່ງມະຫາວິທະຍາໄລຊິດນີ້ ປະເທດອອສເຕຣເລຍ ໃຫ້ທັດສະ ນະວ່າ ບັນຫາທີ່ໜ້າກັງວົນໃຈຢ່າງຍິ່ງທີ່ກ່ຽວຂ້ອງໂດຍກົງກັບໂຄງການກໍ່ສ້າງເຂື່ອນຫຼວງພະບາງເທິງແນວນ້ຳຂອງ ກໍຄືຄວາມສ່ຽງສູງທີ່ຈະເກີດອັນຕະລາຍຕໍ່ຊີວິດຂອງປະຊາຊົນລາວ ຢ່າງກວ້າງຂວາງ ເພາະວ່າ ໂຄງການມີທີ່ຕັ້ງຢູ່ເທິງເຂດຮອຍເລື່ອນແຜ່ນດິນໄຫວທີ່ຍັງມີພະລັງງານຄວາມຮ້ອນອັນສາມາດຈະເຮັດໃຫ້ເກີດເຫດແຜ່ນດິນໄຫວໄດ້ທຸກເມື່ອ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນ້ຳຂອງ ຫຼື MRC ເປີດເຜີຍວ່າ ກຸ່ມຜູ້ລົງທຶນໃນໂຄງການເຂື່ອນຫລວງພະບາງ ຍັງຈະເດີນໜ້າກໍ່ສ້າງເຂື່ອນໃຫ້ສຳເລັດຕາມກຳນົດໂດຍຈະນຳໃຊ້ເທັກໂນໂລຈີ ທີ່ທັນສະໄໝ ເຂົ້າໃນການກໍ່ສ້າງເພື່ອປ້ອງກັນຜົນກະທົບໃນທຸກໆດ້ານໃຫ້ໄດ້ຢ່າງແທ້ຈິງດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ MRC ໄດ້ໃຫ້ການຢືນຢັນວ່າ:

“ຫຼວງພະບາງ ຈະເດີນໜ້າຕໍ່ໄປຕາມທີ່ພວກເຮົາເຫັນ ຂ່າວນຶ່ງທີ່ດີກໍແມ່ນວ່າ ເປັນບໍລິສັດພັດທະນາຄືກັນກັບຢູ່ໄຊຍະບູລີ ສະນັ້ນພວກເຂົາຈະນຳເອົາເທັກໂນໂລຈີທີ່ທັນສະໄໝຊັ້ນນຳຂອງໂລກ ເຂົ້າມາໃນການກໍ່ສ້າງເຊັ່ນດ້ານມາດຕະການຫລຸດຜ່ອນຄວາມເສຍຫາຍຕ່າງໆ ດ້ານຄວາມປອດໄພຂອງເຂື່ອນ ດ້ານຄວາມປອດໄພຂອງຕະກອນດິນແລະປາ ຂ້າພະເຈົ້າຄິດວ່າ ມັນຢູ່ພາຍໃຕ້ມາດຕະຖານ.”

ສ່ວນເຈົ້າໜ້າທີ່ໃນກະຊວງພະລັງງານແລະບໍ່ແຮ່ ເປີດເຜີຍວ່າ ໃນປັດຈຸບັນໃນລາວ ມີແຫລ່ງຜະລິດໄຟຟ້າ 91 ແຫ່ງ ມີກຳລັງຕິດຕັ້ງລວມ 11,661 ເມກາວັດ ຜະລິດກະແສໄຟຟ້າໄດ້ 58,813 ລ້ານກິໂລວັດໂມງຕໍ່ປີ ແລະວາງເປົ້າໝາຍຈະເພີ້ມກຳລັງຕິດຕັ້ງລວມໃຫ້ເຖິງ 20,000 ເມກາວັດ ໃນປີ 2030 ໃນນີ້ເປັນໄຟຟ້າທີ່ໄດ້ຈາກເຂື່ອນ 75 ເປີເຊັນ ຈາກຖ່ານຫີນ 20 ເປີເຊັນ ແລະພະລັງງານທາງເລືອກ 5 ເປີເຊັນ ດັ່ງທີ່ເຈົ້າໜ້າທີ່ລາວ ຢືນຢັນວ່າ:

“ເຂື່ອນພະລັງງານຈາກນໍ້າຊ້າລົງເຖິງຈຸດຕໍ່າ ເພາະວ່າເຮົາກາງຕໍ່ນໍ້າ ພວກເຮົາມີຄວາມແຫ້ງແລ້ງໃນລະດູຝົນ ໃນລະຫວ່າງລະດູຝົນພວກເຮົາມີພະລັງງານສຳລັບໄຟຟ້າຫຼາຍໂພດ ແຕ່ໃນລະຫວ່າງລະດູແລ້ງ ບາງເຂື່ອນກໍບໍ່ສາມາດຜະລິດພະລັງງານໄຟຟ້າໄດ້ຢ່າງເຕັມສ່ວນ ຫຼື ເຕັມຄວາມອາດສາມາດ ເພາະສະນັ້ນພວກເຮົາຕ້ອງໄດ້ດຸ່ນດ່ຽງຄວາມຂາດເຂີນອັນນັ້ນ ວາງຍຸດທະສາດໄລຍະຍາວ ທີ່ວ່າ ເຮົາມີ 75 ເປີເຊັນຂອງພະລັງງານຈາກນ້ຳ ແລະປະມານ 14 ເປີເຊັນຈາກຖ່ານຫີນໂຮງງານເຜົາຖ່ານຫີນ ແລະທີ່ເຫຼືອຈາກແຫລ່ງທາງເລືອກອື່ນ ເຊັ່ນວ່າ ພະລັງຈາກແສງອາທິດ ແລະໄບໂອແມສ.”

ກ່ອນໜ້ານີ້ ລັດວິສາຫະກິດໄຟຟ້າລາວ ຫຼື EDL ໄດ້ຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ EDL-T ທີ່ເປັນການຮ່ວມທຶນກັບ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຫຼື CSG ເມື່ອປີ 2022 ເພື່ອພັດທະນາລະບົບສາຍສົ່ງໄຟຟ້າແຮງສູງດ້ວຍເງິນລົງທຶນ ແລະເທັກນິກທັນສະໄໝຈາກຈີນ ຊຶ່ງເລີ້ມຈາກການລົງທຶນ 2,000 ລ້ານໂດລາ ເພື່ອວາງແນວສາຍສົ່ງໄຟຟ້າແຮງສູງຂະໜາດ 500 ກິໂລໂວ້ນ ເຊື່ອມຕໍ່ລາວ ກັບແຂວງຢຸນໜານຂອງຈີນ.

XS
SM
MD
LG