ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຄື່ອຂ່າຍປະຊາຊົນໄທ ໃນລຸ່ມແມ່ນ້ຳຂອງ ຮຽກຮ້ອງໃຫ້ຄະນະກຳມາທິການແມ່ນ້ຳຂອງ ມີ​ການປັບ​ປຸງ​ ແລະ ມີສິດຄັດຄ້ານ ໂຄງການສ້າງເຂື່ອນ ທີ່ບໍ່ໄດ້ມາດຕະຖານ


ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນຫລວງວຽງຈັນ
ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນຫລວງວຽງຈັນ

ເຄື່ອ​ຂ່​າຍ​ປະ​ຊ​າ​ຊົນ​ໄທ​ໃນ​ລຸ່ມ​ແມ່​ນ້ຳ​ຂອງຮຽກ​ຮ້ອງ​ໃຫ້​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ (MRC) ປະ​ຕິ​ບັດ​ງານ​ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ​ມີ​ສິດ​ຄັດ​ຄ້ານ​ໂຄງ​ການກໍ່​ສ້າງ​ເຂື່ອນ​ທີ່ບໍ່​ໄດ້​ມາດ​ຕະ​ຖານ ຊຶ່ງ​ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ນິ​ວັດ ​ຮ້ອຍ​ແກ້ວ ແກນ​ນຳ​ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ 8 ຈັງ​ຫວັດ ​ໃນ​ລຸ່​ມ​ແມ່​ນ້ຳ​ຂອງ​ເປີດ​ເຜີຍ​ວ່າ ເຄື່ອ​ຂ່າຍ​ປະ​ຊາ​ຊົນ​ໄທ​ຈະ​ລົນນາ​ລົງ​ໃຫ້​ມີ​ການ​ສ້າງ​ຕັ້ງ​ອົງ​ການມະ​ຫາ​ຊົນຂອງ​ພ​າກ​ປະ​ຊາ​ຊົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຂຶ້ນມາ ເພື່ອຂະ​ຫຍາຍ​ຄວາ​ມ​ຮ່ວ​ມ​ມື​ເພື່ອ​ການ​ນຳ​ໃຊ້​ປະ​ໂຫຍດ​ຈາກ​ແມ່​ນ້ຳ​ຂອງ​ຢ່າງ​ຍືນ​ຍົງ ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ເພາະ​ວ່າ​ການ​ນຳ​ໃຊ້​ປະ​ໂຫຍດ​ຈາກ​ແມ່​ນ້ຳ​ຂອງ​ໃນ​ຊ່ວງ​ທີ່​ຜ່ານ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ ນອກ​ຈາກ​ຈະ​ບໍ່​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ​ແລ້ວ ກໍ​ຍັງ​ປາ​ກົດ​ວ່າ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆເທິງ​ແລວ​ແມ່​ນ້ຳ​ຂອງນັ້ນ ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ລຸ່ມ​ແມ່​ນ້ຳ​ຂອງຫລາຍກວ່າ 60 ລ້ານ​ຄົນ ຢ່າງ​ຮຸນ​ແຮງ​ນັບ​ມື້.

ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ ຫລື MRC ​ເພື່ອ​ໃຫ້​ເປັນ​ກົນ​ໄກປະ​ສານ​ງານ​ລະ​ຫວ່າງລັດ​ຖະ​ບານ​ລາວ, ​ໄທ, ກຳ​ປູ​ເຈຍ, ຫວຽດ​ນາມ ກ່ຽວກັບ​ການ​ນຳ​ໃຊ້​ປະ​ໂຫຍດ​ຈາກ​ແມ່ນ​ນ້ຳ​ຂອງ ນັບ​ແຕ່​ປີ 1995 ເປັນ​ຕົ້ນ​ມາແລ້ວ​ກໍ​ຕາມ​ ຫາກ​ແຕ່​ວ່າ ການ​ປະ​ສານ​ງານ​ຂອງ MRC ກໍ​ບໍ່​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ປະ​ຊ​າ​ຊົນ​ຢ່າງ​ແທ້​ຈິງແຕ່​ຢ່າງ​ໃດ ແລະປາ​ກົດ​ວ່າ​ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ນັ້ນ ໄດ້​ດຳ​ເນີນ​ໄປ​ໃນ​ແນວ​ທາງ​ຂອງການສ້າງ ຄວາມຊອບທຳໃຫ້ແກ່ກຸ່ມທຸລະກິດທີ່ຕ້ອງການຈະລົງທຶນ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ແມ່​ນ້ຳ​ຂອງ​ດ້ວຍ ຊຶ່ງ​ຈະ​ເຫັນ​ໄດ້​ຈາກ​ຂະ​ບວນ​ການ​ປຶ​ກ​ສາ​ຫາ​ລື​ລ່ວງ​ໜ້າ ຫລື PNPCA ກ່ອນຈະ​ພັດ​ທະ​ນາ​ໂຄງ​ການ ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ MRC ບໍ່​ມີ​ສິດ​ຄັດ​ຄ້ານ​ໂຄງ​ການ​ໃດ​ໄດ້​ເລີຍ ຈຶ່ງ​ຈະ​ຕ້ອງ​ມີ​ການ​ປະ​ຕິ​ຮູບ MRC ຢ່າງ​ຮີບ​ດ່ວນ​ທີ່​ສຸ​ດ ດັ່ງ​ທີ່​ທ່ານ​ນິ​ວັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

ປັດຈຸບັນນີ້ ຈະ​ມີເຂື່ອນຕອນໃຕ້ລົງໄປອີກ ອັນນີ້ຄືເປັນປະເດັນບັນຫາໃຫຍ່ຫຼາຍ ທີ່ຈະມີຜົນກະທົບ ເພາະການຈັດການເຂື່ອນຕ່າງໆນີ້ ອາດຈະບໍ່ສອດຮັບກັນ ຫຼື ອັນໃດ ຕ່າງໆ ເຊັ່ນ PNPCA ຈັ່ງຊີ້ ຂ້າພະເຈົ້າບໍ່ເຫັນດີນຳ ເພາະວ່າ ມັນເປັນຂະບວນການ ຮັບຟັງຄວາມຄິດເຫັນ ແລ້ວກໍບໍ່ໄດ້ສາມາດນຳໄປໃຊ້ໄດ້ຢ່າງແທ້ຈິງ ເຊິ່ງມັນກໍເປັນຈຸດ ອ່ອນທີ່ສຸດ ກໍ່ຄືມັນເປັນກາຢາງປະ​ທັບລົງໄປໃຫ້ສ້າງເຂື່ອນໃນແມ່ນ້ຳຂອງເພີ້ມຫຼາຍ ຂຶ້ນເລື້ອຍໆ ແຕ່ແມ່ນ້ຳຂອງນີ້ ມັນຄືແມ່ນ້ຳນາໆຊາດ ແຕ່ວ່າ ການດູແລຮັກສາຮ່ວມກັນ ບໍ່ເຄີຍເວົ້າເຖິງ ມີແຕ່ການຍາດແຍ່ງກັນໃຊ້ປະໂຫຍດ ຈີນກໍ່ຈະເອົາ ລາວກໍ່ຈະເອົາ ໄທກໍ່ຈະເອົາ ຫວຽດນາມກໍ່ຈະເອົາ ກຳປູເຈຍກໍ່ຈະເອົາ ແລ້ວການຮັກສາ-ການດູແລບໍ່ມີໃຜເວົ້າເຖິງ.

ສ່ວນທ່ານ​ສຸຣະ​ສີ ກິ​ຕິ​ມົນ​ທົນ ເລ​ຂາ​ທິ​ການ​ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນ​ນ້ຳ​ແຫ່ງ​ຊາດໄທ ໃນ​ຖາ​ນະ​ທີ່ເປັນ​ຜູ້​ແທນ​ຂອງ​ລັດ​ຖະ​ບານ​ໄທ​ໃນ MRC ຢືນ​ຢັນ​ວ່າ ທາງ​ການ​ໄທ ກຳ​ປູ​ເຈຍ ຫວຽດ​ນາມ ຍັງ​ບໍ່​ເຫັນ​ດີ​ກັບ​ໂຄງ​ການ​ກໍ່​ສ້າງ​ເຂື່ອນສະ​ນະ​ຄາມເທິງ​ແລວ​ແມ່​ນ້ຳ​ຂອງ​ໃນ​ລ​າວ ເພາະຍັງ​ບໍ່​ໝັ້ນ​ໃຈ​ໃນ​ແຜນ​ການ​ປ້ອງ​ກັນ​ບັນ​ຫາ​ຜົນ​ກະ​ທົບ​ຕໍ່​ສະ​ພາບ​ແວດ​ລ້ອມ​ ແລະ​ສັງ​ຄົມ ຈຶ່ງຍັງຕ້ອງການຂໍ້ມູນເພີ່ມເຕີມ ກ່ຽວກັບການປ້ອງກັນຜົນກະທົບດັ່ງກ່າວ ແລະ ໄດ້ສະເໜີໃຫ້ເລື່ອນການກໍ່ສ້າງເຂື່ອນສະນະຄາມອອກໄປກ່ອນ ໃນຂະນະທີ່ເຄືອຂ່າຍປະ ຊາຊົນໄທ ກໍ່ໄດ້ຍື່ນຈົດໝາຍເພື່ອຄັດຄ້ານການຊື້ໄຟຟ້າຈາກທຸກໂຄງການເຂື່ອນເທິງ ແນວແມ່ນໍ້າຂອງໃນລາວ ດັ່ງທີ່ຕົວແທນດ້ານກົດໝາຍຂອງເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງ ໄດ້ໃຫ້ການຢືນຢັນວ່າ:

ເຮົາມີການເຮັດໜັງສືເຖິງໜ່ວຍງານອື່ນໆ ອີກດ້ວຍ ພວກກົມປະມົງ, ກົມຊົນລະປະທານ ຕ່າງໆ ສອບຖາມໄປວ່າ ຄິດເຫັນຈັ່ງໃດກັບໂຄງການ ແລ້ວຂໍ້ທີ່ໄດ້ຮັບຕອບກັບມາກໍ່ຄື ທຸກຄົນເປັນຫ່ວງ-ກັງວົນກັບຜົນກະທົບໃນແມ່ນໍ້າຂອງທັງ​ນັ້ນເລີຍ ກົມຊັບພະຍາກອນນໍ້າ ໃນຖານະເປັນຄະນະກຳມະການແມ່ນໍ້າຂອງ ກໍ່ໄດ້ສະເໜີຂໍ້ທ້ວງຕິງເຫລົ່ານີ້ໄປຍັງ ທັງລັດ ຖະບານລາວ ແລ້ວກໍທັງ MRC ເພື່ອໃຫ້ມີການຊະລໍໂຄງການໄປກ່ອນ ບໍ່ແມ່ນວ່າ ດຳເນີນ ການ ຮີບເຮັດໃຫ້ສຳເລັດພາຍໃນ 60 ວັນ ຕາມຂັ້ນຕອນທີ່ລະບຸມາ ຊຶ່ງອັນນີ້ເຮົາ ກໍເຫັນວ່າມັນບໍ່ໜ້າຈະຖືກຕ້ອງເລີຍ.

ໃນປັດຈຸບັນ ມີເຂື່ອນໄຟຟ້າເທິງແ​ລວແມ່ນ້ຳຂອງຈຳນວນ 11 ໂຄງການ ໃນແຂວງຢຸນ ໜານຂອງຈີນກັບ 2 ໂຄງການໃນລາວ ທີ່ໄດ້ຜະລິດໄຟຟ້າແລ້ວ ແລະຍັງອີກ 7 ໂຄງການໃນລາວ ກັບ 2 ໂຄງການໃນກຳປູເຈຍ ທີ່ກຳລັງກໍ່ສ້າງເຊັ່ນ ເຂື່ອນຫລວງ ພະບາງ, ເຂື່ອນປາກແບງ ແລະເຂື່ອນປາກລາຍໃນລາວ ທີ່ມີກຳນົດການກໍ່ສ້າງໃຫ້ສຳເລັດ ໃນປີ 2030 ຫາປີ 2033 ນັ້ນ.

XS
SM
MD
LG