ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ໂດຍ​ສານ​ລົດ​ໄຟ​ລາວ-​ຈີນ ຈະ​ຕ້ອງ​ໃຊ້​ເວ​ລາ​ເຖິງ 4 ຊົ່ວ​ໂມງ ​ໄປ​ກັບ ​ເພາະ​ການກວດ​ຄົນ​ເຂົ້າ​ອອກ​ເມືອງ ​ທັງ​ຢູ່​ລາວ ແລະ​ຈີນ


ການ​ເດີ​ນ​ທາງລົດ​ໄຟ​ລາວ​ຈີນ ໃນ ສ​ປ​ປ ລາວ​
ການ​ເດີ​ນ​ທາງລົດ​ໄຟ​ລາວ​ຈີນ ໃນ ສ​ປ​ປ ລາວ​

ຜູ້​ໂດຍ​ສານ​ລົດ​ໄຟ​ລາວ-​ຈີນ ຈະ​ຕ້ອງ​ໃຊ້​ເວ​ລາ​ເຖິງ 4 ຊົ່ວ​ໂມງ​ໄປ​ກັບ ​ເພາະ​ການກວດ​ຄົນ​ເຂົ້າ​ອອກ​ເມືອງ ​ທັງ​ຢູ່​ລາວ ແລະ​ຈີນ ເຮັດ​ໃຫ້​ການ​ເດີນ​ທາງ ​ລ​ະ ຫວ່າງຄຸນ​ໝິງ ນະ​ຄອນ​ວຽງ​ຈັນ ຕ້ອງ​ໃຊ້​ເວ​ລາ​ເຖິງ 12 ຊົ່ວ​ໂມງ.

ນັກ​ທຸ​ລະ​ກິດ​ໃນ​ລາ​ວ​ເປີດ​ເຜີຍ​ວ່າ ການ​ໃຊ້​ບໍ​ລິ​ການ​ຂົນ​ສົ່ງ ແລະ​ໂດຍ​ສານ​ດ້ວຍ​ລົດ​ໄຟ​ລາວ-ຈີນ ນັ​ບ​ຈາກ​ທີ່​ໄດ້​ເປີດ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ວັນ​ທີ 3 ທັນ​ວາ ປີ 2021 ເປັນ​ຕົ້ນ​ມາ ​ໄດ້​ພົບ​ບັນ​ຫາ​ຫ​ຍຸ້ງ​ຍາກ ທາງ​ການ​ຈອງ​ຊື້​ປີ້​ໂດຍ​ສານ ການ​ຂາດ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ແລະ​ບ່ອນ​ພັກ​ເຊົາ​ສຳ​ລັບ​ຜູ້​ໂດຍ​ສານ ຫລື​ການ​ເກັບ​ຄ່າ​ຜ່ານ​ທາງ ຈາກຍວດ​ຍານ​ພາ​ຫາ​ນະ​ທຸກ​ຊະ​ນິດ ທີ່​ເຂົ້າ​ໄປ​ພາຍ​ໃນ​ບໍ​ລິ​ເວນ​ສະ​ຖາ​ນີລົດ​ໄຟ​ກໍ​ຕາມ ລ້ວນ​ແລ້ວ​ແຕ່​ເປັນ​ການ​ຕັດ​ສິນ​ໃຈ ໂດຍ​ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຈີນ​ພຽງ​ຝ່າຍ​ດຽວ ໂດຍ​ທີ່​ລັດ​ຖະ​ບານ​ລາວ ບໍ່​ມີ​ສິດ​ແຊກ​ແຊງ​ໄດ້​ເລີ​ຍ ໃນ​ທຸກ​ກໍ​ລະ​ນີ​ຊຶ່ງ​ເປັນ​ໄປ​ຕາມ​ສັນ​ຍາ​ຮວມທຶນ​ທີ່​ຝ່າຍ​ຈີນ ກັບ​ຝ່າຍ​ລາວຖື​ຮຸ້ນ​ໃນ​ສັດ​ສ່ວນ 70 ​ເປີ​ເຊັນ ແລະ 30 ເປີ​ເຊັນ ​ຂອງ​ມູນ​ຄ່າ​ການ​ລົງ​ທຶນ​ທັງ​ໝົດ 37,450 ລ້ານ ຢວນນັ້ນ ຈຶ່ງ​ເຮັດ​ໃຫ້​ກຸ່ມ​ຜູ້​ລົງ​ທຶນ​ຈາກ​ຈີນ ມີ​ສິດຄວບ​ຄຸມ​ກິດ​ຈະ​ການ​ທັງ​ໝົດ​ອັນ​ຮວມ​ເຖິງ​ການ​ຕ້ອງ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ເຂັ້ມງວດ​ອີກ​ດ້ວຍ ໂດຍ​ເຫັນ​ໄດ້​ຈາກ​ການກຳ​ນົດການ​ເດີນ​ລົດ​ໄຟ​ໄດ້​ລະ​ຫວ່າງນະ​ຄອນ​ຫລວງວຽງ​ຈັນ ​ເຖິງບໍ່​ເຕັນ ແລະ​ການ​ຈຳ​ກັດ​ຊະ​ນິດ​ສິນ​ຄ້າ ທີ່​ຂົນ​ສົ່ງ​ຈາກ​ລາວ​ໄປ​ຈີນ​ ອັນ​ເປັນ​ມາດ​ຕະ​ການ​ສະ​ກັດ​ກັ້ນໄວ​ຣັ​ສ​ໂຄວິດ-19 ບໍ່​ໃ​ຫ້​ແຜ່​ລະ​ບາດ ຈາກ​ລາວ​ເຂົ້າ​ໄປ​ປະ​ເທດ​ຈີນ​ນັ້ນ.

​ຫລ້າ​ສຸດ​ທາງ​ການ​ຈີນ​ຍັງ​ໄດ້​ມີ​ຄຳ​ສັ່ງ ​ໃຫ້​ດຳ​ເນີນ​ມາດ​ຕະ​ການກວດ​ກາ​ ການ​ເຂົ້າ​ອອກເມືອງ​ຂອງ​ຜູ້​ທີ່​ເດີນ​ທາງ​ໂດຍ​ລົດ​ໄຟ​ລາວ-ຈີນ ​ຢ່າງ​ເຂັ້ມ​ງວດ​ດ້ວຍ ຊຶ່ງ​ຄາດ​ວ່າ​ຈະ​ຕ້ອງ​ໃຊ້​ເວ​ລາ​ເຖິງ 4 ຊົ່ວ​ໂມງ​ທັງ​ຢູ່​ລາວແລະ​ຢູ່​ຈີນ ອັນ​ຈະ​ເຮັດ​ໃຫ້​ການ​ເດີ​ນ​ທາງ​ລະ​ຫວ່າງ​ເມືອງ​ຄຸນ​ໝີງ​ກັບ​ນະ​ຄອນ​ຫລວງ​ວຽ​ຈັນ ຈະ​ຕ້ອງ​ໃຊ້​ເວ​ລາ​ເຖິງ 12 ຊົ່ວ​ໂມງ ຊຶ່ງ​ຖື​ວ່າ​ຍາວ​ນານ​ເກີນ​ໄປ ແລະ​ຈະ​ຕ້ອງ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ ດັ່ງ​ທີີ່​ນັກ​ທຸ​ລະ​ກິດ​ລາວ ​ໃຫ້​ການ​ຢືນ​ຢັນ​ວ່າ:“

​ການ​ເດີນ​ທາງ​ໃນ​ເສັ້ນ​ທາງ​ລົດ​ໄຟ ຈາກ​ນະ​ຄອນ​ຫລວງວຽງ​ຈັນ​ ຫາ​ຄຸນໝີງ ຄ​າດ​ວ່າຈະ​ໃຊ້​ເວ​ລ​າ​ໃນ​ການ​ເດີນ​ທາງ​ທັງ​ໝົດ 12 ຊົ່ວ​ໂມງ ໃນ​ນັ້ນ​ແມ່ນ​ການ​ດຳ​ເນີນ​ເອກ​ກະ​ສານ​ເບື້ອງ​ລາວ 2 ຊົ່ວ​ໂມງ ດຳ​ເນີນ​ເອກ​ກະ​ສານ​ເບື້ອງ​ຈີນ​ຫັ້ນ 2 ຊົ່ວ​ໂມງ ແລະ​ການ​ເດີນ​ທາງດ້ວຍ​ລົດ​ໄຟ 8 ຊົ່ວ​ໂມງ ຮວມ​ກັນ​ທັງ​ໝົດ​ລະ​ເປັນ 12 ຊົ່ວ​ໂມງ ເນາະ ອັນ​ນີ້​ແມ່ນ​ສະ​ເໜີ​ໃຫ້​ລັດ​ຖະ​ບານ​ທັງ 2 ປະ​ເທດ​ຊ່ວຍ​ປັບ​ປຸງ​ໃນ​ຈຸດ​ດັ່ງ​ກ່າວ​ຫັ້ນ ໂດຍ​ສະ​ເພາະ​ແມ່ນ ກ​ານ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ອອກ​ເອກ​ກະ​ສານ ຫລື​ວ່າ​ອະ​ນຸ​ມັດ​ຕີ​ເອກ​ກະ​ສານ​ໃຫ້​ແກ່​ຜູ້​ເດີນ​ທາງ​ຢູ່​ເບື້ອງ​ລາວ ແລະ​ຢູ່​ເບື້ອງ​ຈີນ​ອັນ​ນັ້ນຖື​ວ່າ​ເປັນ​ຂໍ້​ຫ​ຍຸ້ງ​ຍາກອັນ​ນຶ່ງ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ປັບ​ປຸງ.

ທັງ​ນີ້​ໂດຍ​ທາງ​ລົ​ດ​ໄຟ​ລາວ​-ຈີນ ໃນ​ລາວ​ນັບ​ເປັນພາກ​ສ່ວນ​ນຶ່ງໃນ​ແຜ​ນ​ການ​ນຶ່ງ​ແລວ​-​ນຶ່ງ​ເສັ້ນ​ທາງ ຫລື BRI ຂອງ​ຈີນ ໂດຍ​ລັດ​ຖະ​ບານ​ຈີນ ແລະ​ລາວ​ໄດ້​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມທຶ​ນ​ລາວ-​ຈີນ ຂຶ້ນ​ມາ​ຮັບ​ຜິດ​ຊອບ​ການ​ບໍ​ລິ​ຫານ​ງານ​ໃນ​ໂຄງ​ການ​ທັງ​ໝົດຊຶ່ງ​ຝ່າຍ​ລາວ ແລ​ະຈີນ​ຮ່ວມລົ​ງ​ທຶນ​ໃນ​ສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີ​ເຊັນ ຂອງ​ມູນ​ຄ່າການ​ລົງ​ທຶນ​ລວມ​ເຖິງ 37,450 ລ້ານຢວນ ໃນ​ນີ້​ແບ່ງ​ເປັນ​ທຶນ​ເລີ້ມ​ຕົ້ນ 40 ເປີ​ເຊັນ ທີ່​ລັດ​ວິ​ສາ​ຫະ​ກິ​ດ​ລົດ​ໄຟ​ລາວ​-ຈີນ ຮັບ​ຜິດ​ຊອ​ບ​ຮ່ວມ​ກັນ ສ່ວນ​ 60 ເປີ​ເຊັນ ນັ້ນ​ຮັບ​ຜິດ​ຊອບ​ໂດຍ​ບໍ​ລິ​ສັດ​ຮ່ວມ​ທຶນ​ທາງ​ລົດ​ໄຟ ຊຶ່ງ​ພາຍ​ໃຕ້​ການ​ຕົກ​ລົງ​ດັ່ງ​ກ່າວ ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ລາວ ໄດ້ກູ້​ຢືມ​ຈາກ​ທະ​ນາ​ຄານ​ຈີນ​ເພື່ອ​ປະ​ກອບ​ສ່ວນເປັນ​ທຶນ​ເລີ້ມ​ຕົ້ນ​ໃນ​ມູນ​ຄ່າ 4,494 ລ້ານຢວນ ກັບ​ຝ່າຍ​ຈີນ​ປະ​ກອບ​ສ່ວນ 10,486 ລ້ານຢວນ ສ່ວນ​ບໍ​ລິ​ສັດ​ຮ່ວມ​ທົງ​ທຶນ​ລົດ​ໄຟ​ລາວ​ຈີນ​ນັ້ນ ຮັບ​ຜິດ​ຊອບ​ທຶນ​ໃນ​ມູນ​ຄ່າ 22,470 ລ້ານຢວນ ຈຶ່ງ​ເຮັດ​ໃຫ້​ກຸ່ມລົງທຶນ​ຈີນ​ເປັນ​ຝ່າຍຄວບ​ຄຸມ​ທຸກ​ຢ່າງ​ໃນ​ກິດ​ຈະ​ການ​ລົດ​ໄຟ​ລາວ-​ຈີນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາກ​ເບິ່ງ​ໃນ​ດ້ານ​ຂອງ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ ລະ​ຫວ່າງ​ປະ​ເທດ ທີ່​ລາວ​ເປັນ​ເຂດ​ເຊື່ອມ​ຕໍ່​ຈີນ​ກັບ​ໄທ​ນັ້ນ ຍ່ອມ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ​ຂອງ​ລາວ ດັ່ງ​ທີ່ ດ​ຣ. ປິ​ຕິ ສ​ຣີ​ແສງນ​າມ ຜູ້​ອຳ​ນວຍກ​ານ​ສູ​ນ​ສຶກ​ສາ​ເສດ​ທະ​ກິດ ລະ​ຫວ່າງ​ປະ​ເທດ ແຫ່ງ​ຈຸ​ລາ​ລົງ​ກອນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ໄທ ໄດ້​ໃຫ້​ທັດ​ສະ​ນະ​ວ່າ:

“​ຄົນ​ໄທ​ກຸ່ມ​ໃຫຍ່ໆ ເລີຍ​ແຫລະ ທີ່​ຢາກ​ຈະ​ຂີ່ລົດ​ໄຟ​ຈາກວຽງ​ຈັນ ຂຶ້ນ​ໄປ​ຄຸນໝິງ ​ກໍ​ຈະ​ເຫັນ​ເສດ​ຖະ​ກິດ​ທີ່​ຄຶກ​ຄັກ​ຫລາຍ​ຍິ່ງ​ຂຶ້ນ​ແລ້ວ ກໍ​ເຂົ້າ​ໄປ​ຊ່​ວຍ​ກະ​ຕຸ້ນ​ເສດ​ຖະ​ກິດ ສ​ປ​ປ. ລາວ ໂດຍ​ທີ່​ ສ​ປ​ປ. ລາວ ເປັນ Gateway ທີ່​ສຳ​ຄັນ​ຫລາຍ ​ໃນ​ການ​ທີ່​ຈະ​ເຊື່ອມ​ໂຍງ ບໍ່​ແມ່ນ​ແຕ່​ສະ​ເພາະ​ການ​ສົ່ງ​ສິນ​ຄ້າ​ຂອງ​ໄທ​ເຂົ້າ​ໄປ​ໃນ​ຈີນ ຫລື​ການ​ນຳ​ເຂົ້າ​ສີນ​ຄ້າ​ຈາກ​ຈີນ ຜ່ານ​ລາວ​ເຂົ້າ​ມາ​ ໃນ​ໄທ​ເທົ່າ​ນັ້ນ ແຕ່​ວ່າ​ໃນ​ຄວາມ​ເປັນ​ຈິງ​ໃນຕອນ​ນີ້​ຄື Gateway ທີ່​ຈະ​ເຊື່ອມ​ໄທ​ໄປ​ສູ່​ຢູ​ໂຣບ ເຊື່ອມ​ໄທ​ໄປ​ສູ່​ເອ​ເຊຍ​ຕາ​ເວັນ​ອອກ ເຊື່ອມ​ໄທ​ໄປ​ສູ່​ເອ​ເຊຍ​ກາງ ແລ້ວ​ໃນ​ອະນາ​ຄົດ​ຈະ​ເຊື່ອມ​ໄທ​ໄປ​ສູ່​ອາ​ຟ​ຣິ​ກາ ພາຍ​ໃຕ້ Belt and Road Initative ຂອງ​ຈີນ.”

​ໂດຍ​ຄາດ​ໝາຍ​ວ່າ ການເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາ​ວ-​ຈີນ ໄທ​ນັ້ນ​ຈະ​ເຮັດ​ໃຫ້​ສາ​ມາດ​ຄືນ​ທຶນ​ໄດ້​ພາຍ​ໃນ 15 ປີ ຫລັງ​ຈາກ​ທີ່​ໄດ້​ມ​ມີ​ການເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະ​ຫວ່າງ​ກັນ​ຢ່າງ​ຄົບ​ຖ້ວນ.

XS
SM
MD
LG