ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ​ຖືກ​ລັກ​ລອບ​ນຳ​ໃຊ້​ກະ​ແສ​ໄຟ​ຟ້າ​ໂດຍ​ຜິດ​ກົດ​ໝາຍ ແລະ ຈັບ​ກຸມ​ໄດ້ຫຼາຍກວ່າ 200 ກໍ​ລະ​ນີ​


ສະ​ຖາ​ນີ​ໄຟ​ຟ້າ ຜາ​ອຸ​ດົມ, ແຂວງບໍ່​ແກ້ວ.
ສະ​ຖາ​ນີ​ໄຟ​ຟ້າ ຜາ​ອຸ​ດົມ, ແຂວງບໍ່​ແກ້ວ.

ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ​ຖືກ​ລັກ​ລອບ​ນຳ​ໃຊ້​ກະ​ແສ​ໄຟ​ຟ້າ​ໂດຍ​ຜິດ​ກົດ​ໝາຍ ແລະ ຈັບ​ກຸມ​ໄດ້ຫຼາຍກວ່າ 200 ກໍ​ລະ​ນີ​ຊຶ່ງ​ສ່ວນ​ໃຫຍ່​ຢູ່​ໃນ​ກິດ​ຈະ​ການ​ຂຸ​ດ​ຄົ້ນ Crypto ຄິດ​ເປັນ​ມູນ​ຄ່າ​ເສຍ​ຫາຍ​ເຖິງ 68 ຕື້​ກີບ.

ນັກ​ທຸ​ລະ​ກິດ​ລາວ​ໃນ​ອຸດ​ສາ​ຫະ​ກຳ​ຂຸດ​ຄົ້ນ​ບໍ່​ແຮ່​ເປີດ​ເຜີຍ​ວ່າ​ການ​ທີ່​ລັດ​ຖະ​ບານ​ລາວ​ໄດ້​ຕົກ​ລົງ​ອະ​ນຸ​ມັດ​ໃຫ້ 13 ບໍ​ລິ​ສັດ​ຕ່າງ​ຊາດ​ດຳ​ເນີນ​ການ​ຂຸດ​ຄົ້ນ​ເງິນ ຄ​ຣິບ​ໂຕ ໃນ​ລາວ​ນັບ​ຕັ້ງ​ແຕ່​ທ້າຍ​ປີ 2021 ເປັນ​ຕົ້ນ​ມາ​ເຖິງ​ແມ່ນ​ວ່າ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ ມີ​ລາຍ​ຮັບ​ຈາກ​ການ​ອະ​ນຸ​ມັດ​ດັ່ງ​ກ່າວ​ຄິດ​ເປັນ​ມູນ​ຄ່າ​ສະ​ເລ່ຍ 11 ລ້ານ​ໂດ​ລາ​ຕໍ່​ປີ​ກໍ່​ຕາມ ແຕ່​ເນື່ອງ​ຈາກວ່າ​ການ​ຂຸດ​ຄົ້ນ ຄ​ຣິບ​ໂຕ ນັ້ນ​ຈະ​ຕ້ອງ​ມີ​ການ​ຊົມ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ຕະຫຼອດ 24 ຊົ່ວ​ໂມງ ແລະ ທຸກວັນ​ຈຶ່​ງ​ຖື​ເປັນ​ພາກ​ສ່ວນ​ທີ່​ມີ​ການ​ຊົມ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ອັດ​ຕາ​ທີ່​ສູງ​ແຕ່​ລັດ​ຖະ​ບານ​ລາວ​ກັບ​ໄດ້​ຮັບ​ຜົນ​ຕອບ​ແທນ​ຕ່ຳ ແລະ ທີ່​ສຳ​ຄັນ​ກໍ​ຄື​ການກວດ​ກາ​ໃນ​ປີ 2022 ຜ່ານ​ມາ​ຍັງ​ພົບ​ດ້ວຍ​ວ່າ​ມີ​ການ​ລັກ​ລອບ​ນຳ​ໃຊ້​ກະ​ແສ​ໄຟ​ຟ້າ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ (EDL) ເພີ່ມ​ຂຶ້ນ ແລະ ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍ​ສົມ​ຄວນ ໃນ​ຂະ​ນະ​ທີ່​ການ​ດຳ​ເນີນ​ມາດ​ຕະ​ການ​ຈັບ​ກຸມ​ຜູ້​ທີ່​ກະ​ທຳ​ຜິດ​ນັ້ນ​ຍັງ​ເຮັດ​ໄດ້​ຢ່າງ​ຈຳ​ກັດ ຊຶ່ງ​ສອດ​ຄ່ອງ​ກັບ​ການ​ຖະ​ແຫຼງ​ຂອງ​ທ່ານ ຈັນ​ທະ​ບູນ ສຸກ​ອາລຸນ ຜູ້​ອຳ​ນວຍ​ການ​ໃຫຍ່ EDL ທີ່​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ຜົນ​ການ​ດຳ​ເນີນ​ມາ​ດ​ຕະ​ການກວດ​ກາ​ເພື່ອຫຼຸດ​ກາ​ນ​ຮົ່ວ​ໄຫຼ​ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ເກີດ​ຈາກ​ການ​ລັກ​ລອບ​ນຳ​ໃຊ້​ກະ​ແສ​ໄຟ​ຟ້າ​ໂດຍ​ຜິດ​ກົດ​ໝາຍ​ວ່າ

“ສາ​ເຫດ​ທີ່​ພາ​ໃຫ້​ສາ​ມາດຫຼຸດ​ຜ່ອນ​ພະ​ລັງ​ງານ​ຕົກ​ເຮ່ຍ​ໄດ້ຫຼາຍ​ກໍ​ເນື່ອງ​ຈາກ​ມີ​ການ​ນຳ​ໃຊ້​ມາດ​ຕະ​ການ​ເດັດ​ຂາດ​ຕໍ່​ກັບ​ຜູ້​ລັກ​ໄຟ​ໃນ​ປີ 2022 ເຮົາ​ສາ​ມາດ​ຈັບ​ຜູ້​ລັກ​ໄຟ​ໄດ້ 200 ກວ່າ​ລາຍ ແລະ ປັບ​ໄໝ​ເປັນ​ເງິນ 68 ຕື້​ກີບ ພ້ອມ​ດຽວ​ກັນ​ນັ້ນ​ການຫຼຸດ​ຜ່ອນ​ພະ​ລັງ​ງານ​ຕົກ​ເຮ່ຍ​ໃນ​ລະ​ບົບ​ພວກ​ເຮົາ​ຈະ​ສູ້​ຊົນ​ໃຫ້ຫຼຸດ​ລົງ​ຕື່ມ ໂດຍ​ການ​ປັບ​ປຸງ​ລະ​ບົບ​ສົ່ງ ແລະ ຈຳ​ໜ່າຍ​ຂອງ​ພວກ​ເຮົາ​ໃນ​ປີ 2023.”

ໃນ​ປັດ​ຈຸ​ບັນ​ລາວ​ມີ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ທັງ​ໝົດ 91 ແຫ່ງ​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 11,661 ເມ​ກະ​ວັດ ຜະ​ລິດ​ກະ​ແສ​ໄຟ​ຟ້າ​ໄດ້ 58,813 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ແລະ ວາງ​ເປົ້າ​ໝາຍ​ຈະ​ເພີ່ມ​ກຳ​ລັງ​ຕິດ​ຕັ້ງ​ໃຫ້​ເຖິງ 20,000 ເມ​ກະ​ວັດໃນ​ປີ 2030 ສ່ວນ​ໃນ​ປີ 2022 ລາວ​ສົ່ງ​ອອກ​ໄຟ​ຟ້າ​ໄປ​ຕ່າງ​ປະ​ເທດ 72 ເປີ​ເຊັນ​ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ຜະ​ລິດ​ໄດ້​ທັງ​ໝົດ​ກັບ 28 ເປີ​ເຊັນ​ຕອບ​ສະ​ໜອງ​ພາຍ​ໃນ​ໂດຍ EDL ມີ​ໜີ້​ສິນ​ລວມ​ເກີນກວ່າ 2,000 ລ້ານ​ໂດ​ລາ.

ອີກ​ດ້ານ​ນຶ່ງ​ລັດ​ຖະ​ບານ ລາວ ຍັງ​ໄດ້​ອະ​ນຸ​ມັດ​ໃຫ້ 2 ບໍ​ລິ​ສັດ ຈີນ ດຳ​ເນີນ​ການ​ສຳຫຼວດ ແລະ ຂຸດ​ຄົ້ນ​ແຮ່​ທາດ​ຫາ​ຍາກ​ຢູ່​ໃນ 2 ພື້ນ​ທີ່​ຂອງ​ແຂວງ​ຊຽງ​ຂວາງ​ດ້ວຍ ກໍ​ຄື​ບໍ​ລິ​ສັດ ຊຸນ​ຕ້າ​ພັດ​ທະ​ນາບໍ່​ແຮ່​ຈຳ​ກັດ ໄດ້​ຮັບ​ອະ​ນຸ​ຍາດ​ການ​ຂຸດ​ຄົ້ນ​ໃນ​ພື້ນທີ່ 3 ກິ​ໂລ​ແມັດ​ມົນ​ທົນ​ທີ່​ເຂດ​ບ້ານ​ປຸງ ແລະ ບ້ານ​ນາ​ຂີ່ ເມືອງ​ຜາ​ໄຊ ແລະ ບໍ​ລິ​ສັດ​ຕົງຫຼີ​ເຊິງ ພັດ​ທະ​ນາບໍ່​ແຮ່​ຈຳ​ກັດ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ການ​ຂຸດ​ຄົ້ນ​ຢູ່​ໃນ​ພື້ນ​ທີ່ 25.28 ກິ​ໂລ​ແມັດ​ມົນ​ທົນ​ທີ່​ເຂດ​ບ້ານ​ໃໝ່ ແລະ ບ້ານ​ນາ​ສາບ ເມືອງ​ຜ​າ​ໄຊ ໂດຍ​ຜ່ານ​ມາ​ທັງ 2 ບໍ​ລິ​ສັດ​ໄດ້​ທຳ​ການ​ຂຸດ​ເຈາະ​ເພື່ອ​ສຳຫຼວດ​ຫາ​ແຮ່​ທາດ​ດັ່ງ​ກ່າວ​ແລ້ວ​ເຖິງ 30 ຂຸມ ແຕ່​ວ່າ​ຍັງ​ບໍ່​ມີ​ລາຍ​ງານ​ຜົນ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຕ່​ຢ່າງ​ໃດ ໃນ​ຂະ​ນະ​ທີ່​ການ​ດຳ​ເນີນ​ງານ​ຂອງ​ທັງ 2 ບໍ​ລິ​ສັດ​ນີ້​ກໍ​ຈະ​ຄົບ​ອາ​ຍຸ​ສຳ​ປະ​ທານ​ໃນ​ກາງ​ປີ 2025 ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ສົງ​ໄສວ່າ​ແຮ່​ທາດ​ທີ່​ຂຸດ​ຄົ້ນ​ພົບ​ນັ້ນ​ຈະ​ຄຸ້ມ​ຄ່າ​ທີ່​ຈະ​ລົງ​ທຶນ​ຂຸດ​ຄົ້ນ​ແຮ່​ທາດ​ຂຶ້ນ​ມາ​ນຳ​ໃຊ້​ໃນ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ ແລະ ເທັກ​ໂນ​ໂລ​ຈີ​ດ້ານ​ຂໍ້​ມູນ​ຂ່າວ​ສານຫຼືບໍ່ ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້​ທັດ​ສະ​ນະ​ວ່າ

“ບັນ​ຫາ​ທີ່​ເກີດ​ຂຶ້ນ​ນຶ່ງ ບໍ່​ໄດ້​ສຳຫຼວດ, ສອງ ບໍ່​ໄດ້​ມີ​ຄ່າ​ຊົດ​ເຊີຍ, ອັນ​ສາມ ເວ​ລາ​ເຮັດ​ໄປ​ແລ້ວ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ແຮ່​ທາດ​ມັນ​ບໍ່​ຊ່ຳ​ກັບ​ເວົ້າ​ໃນ​ການ​ຈັດ​ຕັ້ງ​ຈັ່ງ​ຊັ້ນ​ບົດ​ລາຍ​ງານ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກໍ​ຖືວ່າ​ເຮົາ​ຍັງ​ຊິ​ໄປ​ປັບ​ລາ​ຄາ​ໂຕນີ້​ລົງ​ມາ ເພື່ອ​ໃຫ້​ມັນ​ໄປ​ໄດ້​ໃນ​ກາ​ນ​ຈັດ​ຕັ້ງ​. ຈຸດ​ໂຕ​ທີ​ສອງ​ເວ​ລາ​ເຮົາ​ເຊັນ​ສັນ​ຍາ​ກ່ຽວ​ກັບ​ເລື່ອງ​ທົດ​ລອງ​ຂຸດ​ຄົ້ນ​ເພິ່ນ​ເຮັດ 3 ປີບໍ່ຫຼື​ເພິ່ນ​ເຮັດ 10 ປີ​ແຮ່​ຫາ​ຍາກນີ້​ເຮັດ​ຈັກ​ປີ ແລະ ກວດ​ເບິ່ງ​ຄວາມ​ສາ​ມາດ​ມັນ​ບໍ່​ມີ​ບາ​ງ​ເທື່ອ​ມັນ​ບໍ່​ມີ​ວຽກ​ກ່ຽວ​ກັບ​ເລື່ອງນີ້ ບາງ​ເທື່ອ​ບໍ​ລິ​ສັດ​ຊົນ​ລະ​ປະ​ທານ​ເອົາ​ມາ​ຕັ້ງ​ບໍ​ລິ​ສັດ​ຂຶ້ນ​ມາ ເພື່ອ​ຈະ​ເອົາ​ໃນ​ຂະ​ບວນ​ການ​ຂອງ​ການ​ແກ້​ໄຂວາ​ລະ​ແຫ່ງ​ຊາດ.”

ໃນ​ປີ 2022 ບັນ​ດາ​ບໍ​ລິ​ສັດ ຈີນ ໄດ້​ເຂົ້າ​ມາ​ລົງ​ທຶນ​ໃນ​ລາວ​ເພີ່ມ​ຂຶ້ນ 112 ໂຄງ​ການ ຊຶ່ງ​ເຮັດ​ໃຫ້​ຈີນ​ມີ​ການ​ລົງ​ທຶນ​ລວມ​ໃນ​ລາວ​ເຖິງ 933 ໂຄງ​ການ​ດ້ວຍ​ມູນ​ຄ່າ​ລົງ​ທຶນ​ລວມ​ເກີນກວ່າ 18,000 ລ້ານ​ໂດ​ລາໂດຍ​ສະ​ເພາະ​ແມ່ນ​ພາກ​ການ​ຂຸດ​ຄົ້ນ​ແຮ່​ທາດ​ນັ້ນ​ກໍ​ຍັງ​ປາ​ກົດ​ວ່າ​ບັນ​ດາ​ບໍ​ລິ​ສັດ ຈີນ ໄດ້​ເຂົ້າ​ມາ​ລົງ​ທຶນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ ຫາກ​ແຕ່​ວ່າ​ດ້ວຍ​ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ຂອງ​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບ​ຂອງ​ທາງ​ການ​ລາວ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ມີ​ລາຍ​ຮັບ​ຈາກ​ຄ່າ​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ພຽງ​ແຕ່ 100 ກວ່າລ້ານ​ໂດ​ລາ​ເທົ່າ​ນັ້ນ​ໃນ​ຕະຫຼອດ​ປີ 2022 ທີ່​ຜ່ານມາ.

XS
SM
MD
LG