ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ລາວ-ຈີນ ຈະສຳເລັດການສຶກສາຄວາມເປັນໄປໄດ້ ໃນການລົງທຶນ ກໍ່ສ້າງທາງດ່ວນ ວຽງຈັນ-ປາກເຊ ພາຍໃນ 2 ປີ


ພາບບາງສ່ວນຈາກໂຄງການທາງດ່ວນ ຈຳປາສັກ-ວຽງຈັນ-ວັງວຽງ
ພາບບາງສ່ວນຈາກໂຄງການທາງດ່ວນ ຈຳປາສັກ-ວຽງຈັນ-ວັງວຽງ

ບໍລິສັດລາວ-ຈີນ ຈະສຳເລັດການສຶກສາຄວາມເປັນໄປໄດ້ ໃນການລົງທຶນ ກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນວຽງຈັນ ໄປປາກເຊ ແຂວງຈຳປາສັກ ພາຍໃນ 2 ປີຂ້າງໜ້າ ຫຼືປີ 2025 ເປັນຢ່າງຊ້າ. ຊົງ​ລິດ ໂພນ​ເງິນ ມີ​ລາຍ ​ງານ​ຈາກ​ບາງກອກ.

ນັກທຸລະກິດລາວ ເປີດເຜີຍວ່າ ທາງການກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຄັດເລືອກບໍລິສັດ China Yunnan Sunny Road ແລະ ບໍລິສັດ China Road and Bridge ຈາກຈີນ ພ້ອມດ້ວຍ 2 ບໍລິສັດລາວ ກໍ່ຄືບໍລິສັດດວງຈະເລີນ ພັດທະນາ ຈຳກັດ ແລະ ບໍລິສັດພູສີ ກໍ່ສ້າງ ແລະ ພັດທະນາ (ມະຫາຊົນ) ຈຳກັດ ໃຫ້ເປັນຜູ້ລົງທຶນກໍ່ສ້າງທາງດ່ວນເຊື່ອມຕໍ່ຈາກນະຄອນວຽງຈັນ ໄປຫານະ​ຄອນປາກເຊ ແຂວງຈຳປາສັກ ແລະ ໄດ້ກຳນົດໃຫ້ດຳເນີການສຶກສາສຳຫຼວດຄວາມເປັນໄປໄດ້ ຂອງໂຄງການໃຫ້ສຳເລັດພາຍໃນ 2 ປີ ຫຼື ໃນປີ 2025 ແລະ ຖ້າຫາກການສຶກສາພົບວ່າໂຄງການມີຄວາມຄຸ້ມຄ່າ ທາງການລາວກໍ່ຈະອະນຸຍາດໃຫ້ເປັນການລົງທຶນແບບ BOT ທີ່ມີໄລຍະເວລາຂອງການເກັບເອົາຜົນປະໂຫຍດ 50 ປີ ໂດຍທາງດ່ວນນະຄອນວຽງຈັນ - ປາກເຊ ຈະມີຄວາມກວ້າງ 23 ແມັດ ມີ 4 ຊ່ອງຈະລາຈອນ ແຕ່ລະຊ່ອງຈະລາຈອນກວ້າງ 3.5 ສ່ວນ 2 ຂ້າງທາງກວ້າງ 4.5 ແມັດ, ໄລຍະທາງລວມ 580 ກິໂລແມັດ ໂດຍຈະກໍ່ສ້າງແລ້ວສຳເລັດໃນ 5 ປີ ພາຍຫຼັງຈາກສຳເລັດການສຶກສາຄວາມເປັນໄປໄດ້ ທີ່ແບ່ງເປັນ 5 ຊ່ວງທີ່ກຳລັງດຳເນີນການໃນປະຈຸບັນນີ້. ດັ່ງທີ່ນັກທຸລະກິດລາວ ທີ່ຮ່ວມລົງທຶນໃນໂຄງການໄດ້ໃຫ້ການຢືນຢັນວ່າ

ທາງດ່ວນແຕ່ນະຄອນຫຼວງວຽງຈັນ ຫາປາກເຊ ແມ່ນແບ່ງອອກ 5 ຊ່ວງ ຄື: ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາບໍລິຄຳໄຊ ສຳເລັດການຮັບຮອງທາງດ້ານເທັກນິກ; ຊ່ວງທີ 2 ແຕ່ປາກຊັນ ແຂວງບໍລິຄຳໄຊ ຫາທ່າແຂກ; ຊ່ວງທີ 3 ແຕ່ທ່າແຂກ-ແຍກທາງເລກທີ 12 ແຂວງຄຳມ່ວນ ຫາສະຫວັນນະເຂດ-ທາງແຍກທາງເລກ 9B; ຊ່ວງທີ 4 ແຕ່ສະຫວັນນະເຂດແຍກທາງເລກ 9B ຫາແຂວງສາລະວັນ-ທາງແຍກທາງເລກ 15 ຊ່ວງທີ 5 ແຕ່ແຂວງສາລະວັນ-ທາງແຍກທາງເລກ 15 ຫາປາກເຊ ແຂວງຈຳປາສັກ ແມ່ນຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້”

ນອກຈາກນີ້ ບໍລິສັດ Yunnan Sunny ກໍ່ສ້າງຂົວ-ທາງ ກໍ່ຍັງໄດ້ດຳເນີການສຶກສາຄວາມເປັນໄປໄດ້ ໃນການລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບດ່ານບໍ່ເຕັນ ໃນແຂວງຫຼວງນໍ້າທາອີກດ້ວຍ, ເຊິ່ງພົບວ່າຈະຕ້ອງໃຊ້ເງິນລົງທຶນກໍ່ສ້າງໃນມູນຄ່າ 24,126 ລ້ານຢວນ ຫຼື $3,800 ລ້ານ ໂດຍທາງດ່ວນຈະມີ 4 ຊ່ອງຈະລາຈອນ ກວ້າງ 21 ແມັດ ແລະ ມີໄລຍະທາງລວມ 176.3 ກິໂລແມັດ ເຊິ່ງຈະຫຼຸດເວລາໃນການເດີນທາງລົງຈາກເດີມ 5 ຊົ່ວໂມງ ເຫຼືອພຽງ 1 ຊົ່ວໂມງເຄິ່ງເທົ່ານັ້ນ.

ອີກດ້ານນື່ງ, ການທີ່ລັດຖະບານລາວ ຈະໄດ້ເປັນປະທານຂອງກຸ່ມອາຊຽນໃນປີ 2024 ເຊ່ິງຈະຕ້ອງມີການຈັດກອງປະຊຸມຕ່າງໆ ຫຼາຍກວ່າ 200 ຄັ້ງ ທີ່ລວມເຖິງກອງປະຊຸມສຸດຍອດອາຊຽນ 2 ຄັ້ງດ້ວຍນັ້ນ ເຮັດໃຫ້ຈະຕ້ອງມີການພັດທະນາ-ປັບປຸງຖະໜົນໃນເຂດນະຄອນວຽງຈັນໃຫ້ສຳເລັດ ພາຍໃນປີ 2023 ເຊິ່ງຈະຕ້ອງໃຊ້ງົບປະມານກວ່າ 190 ຕື້ກີບ ແຕ່ບັນຫາກໍ່ຄືລັດຖະບານລາວຍັງບໍ່ມີງົບປະມານດັ່ງກ່າວ ຈຶ່ງຈະຕ້ອງຂໍການຊ່ວຍເຫຼືອ ຈາກຕ່າງປະເທດເປັນດ້ານຫຼັກ ໂດຍງົບປະມານດັ່ງກ່າວ ຍັງບໍ່ລວມເຖິງການປັບປຸງອາຄານ-ສະຖານທີ່ຕ່າງໆແຕ່ຢ່າງໃດ. ດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ຢືນຢັນວ່າ

ພວກເຮົາກໍ່ໄດ້ມີການກະກຽມແລ້ວ ກໍຂຶ້ນແຜນໃນການບູລະນະຮັກສາ ຫຼືວ່າປັບປຸງບັນດາເສັ້ນທາງຕ່າງໆ ທີ່ຕິດພັນກັບການຮັບໃຊ້ໃນກອງປະຊຸມ ໂດຍສະເພາະແມ່ນບັນດາເສັ້ນທາງທີ່ເຂົ້າໄປຫາຫໍປະຊຸມ ແລ້ວກໍເສັ້ນທາງທີ່ເຂົ້າໄປຫາຈຸດທີ່ບັນດາແຂກຂອງບັນດາປະເທດຕ່າງໆ ທີ່ຈະມາພັກໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວນີ້ ເຊິ່ງໃນນັ້ນ, ເບື້ອງຕົນພວກເຮົາກໍ່ໄດ້ນຳສະເໜີແຜນເປັນຈຳນວນປະມານ 190 ປາຍກວ່າຕື້ ແຕ່ວ່າໂຕເລກນີ້ເປັນໂຕເລກປະເມີນເບື້ອງຕົນຊື່ື້ໆເນາະ

ທັງນີ້ໂດຍຄາດວ່າລັດຖະບານຈີນ ຈະໃຫ້ການຊ່ວຍເຫຼືອດັ່ງກ່າວແກ່ລັດຖະບານລາວ ດ້ວຍການມອບໝາຍໃຫ້ບໍລິສັດ Yunnan Sunny ກໍ່ສ້າງຂົວ-ທາງ ຈຳກັດ ເປັນພາກສ່ວນຮັບຜິດຊອບທັງໝົດ ເນື່ອງຈາກວ່າເປັນບໍລິສັດຈີນ ທີ່ລົງທຶນທາງດ້ານຄົມມະນາຄົມ-ຂົນສົ່ງ ໃນລາວຫຼາຍທີ່ສຸດ ກໍ່ຄືນອກຈາກໂຄງການທາງດ່ວນນະຄອນວຽງຈັນ-ປາກເຊ ແລະ ໂຄງການທາງດ່ວນບໍເຕັນ-ຫ້ວຍຊາຍແລ້ວ ຍັງມີໂຄງການທາງດ່ວນນະຄອນວຽງຈັນ-ບໍເຕັນ ທີ່ມີໄລຍະທາງລວມ 440 ກິໂລແມັດ ດ້ວຍທຶນກໍ່ສ້າງ $6,000 ລ້ານ ເຊິ່ງລັດຖະບານລາວອະນຸມັດໃຫ້ສຳປະທານແກ່ບໍລິສັດ Yunnan Sunny ນັບຈາກປີ 2018 ເປັນຕົ້ນມາ ໂດຍວາງເປົ້າໝາຍຈະກໍ່ສ້າງໃຫ້ສຳເລັດຕະຫຼອດເສັ້ນທາງ 440 ກິໂລແມັດໃນປີ 2030.

XS
SM
MD
LG