ກອງປະຊຸມທີ່ ທ່ານ ເຊເລັນສກີ (Zelenskyy) ຮ້ອງຂໍໃນການສົນທະນາທາງໂທລະສັບ ກັບເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເທັນເບີກ (Jens Stoltenberg) ຈະປຶກສາຫາລືກ່ຽວກັບສະຖານະການ ຫລັງຈາກຣັດເຊຍ ໄດ້ຖອນຕົວອອກຈາກຂໍ້ຕົກລົງທີ່ມີອາຍຸນຶ່ງປີ ກ່ຽວກັບການກວດກາການສົ່ງອອກເມັດພືດຈາກທ່າເຮືອຂອງຢູເຄຣນ
ທ່ານພິທາ ຜູ້ນຳຂອງພັກກ້າວໄກ ທີ່ໄດ້ຊະນະການເລືອກຕັ້ງໃນວັນທີ 14 ພຶດສະພາ ຢ່າງບໍ່ຄາດຝັນນັ້ນ ບໍ່ສາມາດເອົາຊະນະ ໃນຄວາມພະຍາຍາມຂັ້ນຕົ້ນ ທີ່ຈຳເປັນຕ້ອງໄດ້ຮັບການສະໜັບສະໜຸນ ຈາກຫຼາຍກວ່າເຄິ່ງຂອງທັງສະພາຕ່ຳ ແລະສະພາສູງ
ນັກເທັນນິສຊາວເຊີເບຍ ໄວ 36 ປີ ບໍ່ເຄີຍມີໃຜເອົາຊະນະລາວໄດ້ຢູ່ໃນເດີ່ນໃຈກາງຂອງວິມໂບດັນ ເປັນເວລານຶ່ງທົດສະຫວັດ ແຕ່ໃນວັນອາທິດວານນີ້ ໃນທີ່ສຸດລາວ ໄດ້ພົບກັບຄູ່ແຂ່ງໃນເກມທີ່ລາວ ໝົດແນວຄິດທີ່ຈະຢຸດຢັ້ງທ້າວອາລກາຣາສ
ໂຄງການລູກສອນໄຟຂີປະນາວຸດແລະອາວຸດນິວເຄລຍແມ່ນຖືກຫ້າມໂດຍມະຕິຕ່າງໆຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ໄດ້ລົງໂທດຕໍ່ເກົາຫຼີເໜືອ
ການຊ້ອມລົບ ທີ່ມີຊື່ວ່າ “Northern/Interaction-2023” ແມ່ນຂີດໝາຍໃນການເສີມຂະຫຍາຍ ການຮ່ວມມືທາງທະຫານ ລະຫວ່າງຈີນກັບຣັດເຊຍ ນັບແຕ່ ມົສກູໄດ້ທຳການຮຸກຮານຕໍ່ຢູເຄຣນ ແລະມີຂຶ້ນໃນຂະນະທີ່ປັກກິ່ງສືບປະຕິເສດຕໍ່ການຮຽກຮ້ອງຂອງສະຫະລັດ ໃຫ້ເລີ້ມການສື່ສານທາງທະຫານຄືນໃໝ່
ຈີນໄດ້ດຳເນີນການຊ້ອມລົບຢູ່ອ້ອມຮອບໄຕ້ຫວັນ ໃນເດືອນສິງຫາປີກາຍນີ້ ແລະຊ້ອມອີກຄັ້ງນຶ່ງໃນເດືອນເມສາຜ່ານມາ
ໂຄສົກຂອງກະຊວງປ້ອງກັນປະເທດຂອງເກົາຫຼີເໜືອ ເວົ້າວ່າ “ບໍ່ມີການຮັບປະກັນໄດ້ວ່າ ເຫດການທີ່ໜ້າຕື່ນຕົກໃຈຊຶ່ງເຮືອບິນສອດແນມຍຸດທະສາດຂອງກອງທັບອາກາດສະຫະລັດ ແມ່ນຖືກຍິງຕົກຢູ່ເໜືອທະເລຕາເວັນອອກນັ້ນ ຈະບໍ່ເກີດຂຶ້ນ”
ທ່ານພິທາ ຜູ້ນຳຂອງພັກກ້າວໄກ ປະເຊີນກັບ ເສັ້ນທາງແຫ່ງຄວາມບໍ່ແນ່ນອນ ໃນການເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີ ທັງໆທີ່ໄດ້ຮັບໄຊຊະນະຢ່າງບໍ່ໜ້າເຊື່ອໃນການເລືອກຕັ້ງເມື່ອເດືອນພຶດສະພາຜ່ານມາ
ຮູບເງົາ “Barbie” ເປັນຮູບເງົາເລື້ອງຫຼ້າສຸດທີ່ໄດ້ຖືກຫ້າມຢູ່ໃນຫວຽດນາມຍ້ອນ ການບັນຍາຍເຖິງ ເລື້ອງເສັ້ນເກົ້າຂີດ ທີ່ມີບັນຫາຖົກຖຽງກັນນັ້ນ ຊຶ່ງໄດ້ຖືກໂຕ້ແຍ້ງໂດຍການຕັດສິນຂອງສານສາກົນ ຢູ່ນະຄອນ The Hague ປີ 2016
ຄວາມຂັດແຍ້ງຍັງຄົງທະວີຄວາມຮຸນແຮງຂຶ້ນ ຕໍ່ວີກິດການທາງດ້ານມະນຸດສະທໍາ ແລະເປັນໄພຂົ່ມຂູ່ທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຢູ່ໃນພູມິພາກອື່ນໆຂອງປະເທດ
ຜູ້ຊາຍຄົນນຶ່ງ ໄດ້ຈີກ ແລະກໍຈູດຄຳພິໂກຣ່ານ ນອກວັດອິສລາມໃນເຂດໃຈກາງນະຄອນສະຕອກໂຮມ ເມື່ອວັນພຸດແລ້ວ ຊຶ່ງເປັນມື້ທຳອິດຂອງວັນພັກບຸນອີດ ອາລ ອາດາ
ການພະຍາຍາມສ້າງຄວາມເປັນນຶ່ງດຽວກັນຂອງບໍລິສັດດັ່ງກ່າວແມ່ນໄດ້ມີຄວາມຊັດເຈນ ໃນຂະນະທີ່ ສະຫະລັດ ກະກຽມສຳລັບການເລືອກຕັ້ງປະທານາທິບໍດີໃນປີໜ້າ
ການຕັດສິນດັ່ງກ່າວໄດ້ສະໜບັສະໜູນການຕັດສິນເມື່ອປີ 2022 ໂດຍສານສູງສຸດລັດຄາໂຣໄລນາເໜືອ
ກຳປັ່ນຍາມຝັ່ງສະຫະລັດລຳນຶ່ງ ແລ່ນຜ່ານຊ່ອງແຄບໄຕ້ຫວັນ ເມື່ອວັນອັງຄານທີ່ຜ່ານມາ ໃນການເຄື່ອນໄຫວ ທີ່ຈີນບັນລະຍາຍວ່າ “ເປັນການໂຄສະນາໂອ້ ອວດຕໍ່ສາທາລະນະ”
ວໍຊິງຕັນໄດ້ກ່າວຫາກະຊວງປ້ອງກັນປະເທດຂອງມຽນມາ ນຳເຂົ້າສິນຄ້າ ແລະອາວຸດໃນມູນຄ່າ 1 ຕື້ໂດລາ ນັບແຕ່ມີການກໍ່ລັດຖະປະຫານໃນປີ 2021 ເປັນຕົ້ນມາ ຫຼັງຈາກພວກທະຫຼານໄດ້ເຂົ້າຢຶດອຳນາດ
ໄຕ້ຫວັນ ໄດ້ຄັດຄ້ານການອ້າງເອົາອຳນາດອະທິປະໄຕຂອງ ປັກກິ່ງ
ອົງການແພດບໍ່ມີພົມແດນ ກ່າວໃນວັນຈັນຜ່ານມານີ້ວ່າ ມີປະມານ 15,000 ຄົນໄດ້ພາກັນຫຼົບໜີຈາກເຂດດາຟົວຕາເວັນຕົກ ຂອງຊູດານ ໃນໄລຍະສີ່ມື້ທີ່ຜ່ານມາ
ຄຳສັ່ງຂອງຜູ້ພິພາກສາ ຍັງໄດ້ວາງເງື່ອນໄຂຈຳກັດ ໃນການເຂົ້າເຖິງເອກກະສານຂອງທ່ານທຣຳ
Rare admission came at country’s ruling party's latest key meeting, state media KCNA reported Monday
ທ່ານປູຕິນ ກ່າວໃນວັນອັງຄານນີ້ວ່າ ຣັດເຊຍກຳລັງພິຈາລະນາ ຍົກເລີກໂຄງການລິເລີ່ມ ອາຫານປະເພດເມັດທະເລດຳ ທີ່ດຳເນີນການໂດຍສະຫະປະຊາຊາດແລະເທີກີ ໃນເດືອນກໍລະກົດປີທີ່ຜ່ານມາ ເພາະວ່າການຂົນສົ່ງອາຫານປະເພດເມັດ ແລະຝຸ່ນຂອງຕົນ ຍັງປະສົບກັບອຸປະສັກຢູ່
ໂຫລດຕື່ມອີກ