ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໙ ມີນາ ໒໐໒໕

ນັກຄົ້ນຄວ້າກ່າວວ່າ ການກໍ່ສ້າງໂຮງໄຟຟ້າຖ່ານຫີນ ໃນປີ 2024 ຂອງຈີນ ແມ່ນສູງທີ່ສຸດໃນຮອບ 10 ປີ


ໃນຮູບທີ່ສະແດງໃຫ້ເຫັນພາບໃນໃຕ້ດິນຂອງບໍ່ແຮ່ແຫ່ງນຶ່ງ ຢູ່ທີ່ບໍ່ຖ່ານຫິນ ສຽງບາວດັງ (Xiaobaodang) ໃນລະຫວ່າງງານທ່ຽວຊົມສື່ສັງຄົມ ຢູ່ເມືອງ ຢູລິນ ຂອງເຂດ ເຊັນມູ, ແຂວງຊານຊີ, ປະເທດຈີນ, ວັນທີ 26 ເມສາ 2023.
ໃນຮູບທີ່ສະແດງໃຫ້ເຫັນພາບໃນໃຕ້ດິນຂອງບໍ່ແຮ່ແຫ່ງນຶ່ງ ຢູ່ທີ່ບໍ່ຖ່ານຫິນ ສຽງບາວດັງ (Xiaobaodang) ໃນລະຫວ່າງງານທ່ຽວຊົມສື່ສັງຄົມ ຢູ່ເມືອງ ຢູລິນ ຂອງເຂດ ເຊັນມູ, ແຂວງຊານຊີ, ປະເທດຈີນ, ວັນທີ 26 ເມສາ 2023.

ນັກຄົ້ນຄ້ວາກ່າວໃນບົດລາຍງານທີ່ພິມເຜີຍແຜ່ ໃນວັນພະຫັດມື້ນີ້ວ່າ ຈີນ ໄດ້ເລີ້ມກໍ່ສ້າງໂຮງງານໄຟຟ້າຖ່ານຫີນຂະໜາດ 94.5 ກິກາວັດ (gigawatts) ໃນປີ 2024, ເຊິ່ງເປັນປະລິມານການກໍ່ສ້າງໃໝ່ທີ່ສູງທີ່ສຸດ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ໂດຍຂັດຂວາງການຫັນປ່ຽນອອກຈາກເຊື້ອໄຟຊາກສັດ ແລະພືດດຶກດໍາບັນຂອງປະເທດ.

ຜູ້ທີ່ນໍາໃຊ້ຖ່ານຫີນຫຼາຍທີ່ສຸດຂອງໂລກ ແລະເປັນຜູ້ປ່ອຍອາຍແກັສເຮືອນແກ້ວ ທີ່ເຮັດໃຫ້ເກີດຄວາມຮ້ອນໃນສະພາບອາກາດຫຼາຍທີ່ສຸດ ແລະໄດ້ໃຫ້ສັນຍາວ່າ ຈະ “ຄວບຄຸມຢ່າງເຂັ້ມງວດ” ໃນການນໍາໃຊ້ພະລັງງານຖ່ານຫີນ ລະຫວ່າງປີ 2021-2025, ແຕ່ຄວາມກັງວົນກ່ຽວກັບການຂາດແຄນພະລັງງານ ສົ່ງຜົນເຮັດໃຫ້ມີໂຄງການໃໝ່ໆເພີ້ມຂຶ້ນ ນັບຕັ້ງແຕ່ປີ 2023 ເປັນຕົ້ນມາ.

ທ່ານ ຈີ ຈິນ (Qi Qin), ນັກຄົ້ນຄວ້າຢູ່ສູນຄົ້ນຄວ້າກ່ຽວກັບພະລັງງານ ແລະ ອາກາດທີ່ສະອາດ ຫຼື CREA ກ່າວວ່າ “ຖ້າຖ່ານຫີນຍັງຄົງມີການນໍາໃຊ້ສູງໃນລະບົບພະລັງງານຂອງຈີນເປັນເວລາດົນນານເກີນໄປ, ມັນຈະເຮັດໃຫ້ເປົ້າໝາຍໃນການຫຼຸດການປ່ອຍອາຍແກັສລົງຢ່າງໄວວານັ້ນ ຍາກຂຶ້ນກວ່າເກົ່າ.”

ທ່ານ ຈີ, ເຊິ່ງເປັນຫົວໜ້າຜູ້ຂຽນບົດລາຍງານກ່າວວ່າ “ໃນທາງກົງກັນຂ້າມ, ນີ້ ອາດເຮັດໃຫ້ເກີດຄວາມທ້າທາຍສໍາລັບຄວາມພະຍາຍາມດ້ານສະພາບອາກາດຢູ່ໃນທົ່ວໂລກ, ໂດຍສະເພາະ ໃນເວລາທີ່ຫຼາຍໆປະເທດຄາດວ່າ ຈະເພີ້ມຄວາມທະເຍີທະຍານເພື່ອເປົ້າໝາຍຂອງພວກເຂົາເຈົ້າໃນປີ 2035.”

ການເພີ້ມຂຶ້ນຂອງພະລັງງານດັ່ງກ່າວ ເກີດຂື້ນເຖິງແມ່ນຄວາມສາມາດໃນການຜະລິດພະລັງງານໝູນວຽນຈະເພີ້ມຂຶ້ນເປັນປະຫວັດການໃນປີແລ້ວນີ້ ແລະອາດເຮັດມີຄວາມຫຍຸ້ງຍາກທີ່ຈະເຊື່ອມຕໍ່ພະລັງງານສະອາດເຂົ້າກັບຕາຂ່າຍໄຟຟ້າ, ອີງຕາມການເປີດເຜີຍຂອງບົດລາຍງານ, ທີ່ພີມເຜີຍແຜ່ໂດຍ CREA ແລະ ກຸ່ມຄົ້ນຄວ້າ Global Energy Monitor ຫຼື GEM.

ຈີນ, ​ຢຸດ​ການນໍາໃຊ້​ພະລັງງານ​ຖ່ານ​ຫີນ​ທີ່​ລ້າ​ສະ​ໄໝ​ຫຼາຍ​ກວ່າ 100 ກິໂລວັດ ​ໃນທົດ​ສະ​ວັດ​ທີ່​ຜ່ານ​ມາ, ອີງ​ຕາມ​ອົງການ​ຄຸ້ມ​ຄອງ​ພະລັງງານ​ຂອງ​ພວກເຂົາ, ​ແລະ​ບັນດາໂຄງການ​ໃໝ່ໆ ​ສາມາດ​ສ້າງ​ພະລັງງານທົດແທນ ເພື່ອ​ສະໜອງ​ການ​ຮອງ​ຮັບຂັ້ນ​ພື້ນຖານເທົ່ານັ້ນ.

ໃນ​ປີ​ແລ້ວ​ນີ້, ຈີນ​ ໄດ້ເລີ້ມການຜະລິດ​ພະລັງງານ​ລົມ ​ແລະພະລັງງານ​ແສງ​ຕາ​ເວັນ 356 ກິໂລວັດ, ເຊິ່ງບັນລຸ​ເປົ້າ​ໝາຍຂອງ​ປີ 2030 ​ທີ່ຕັ້ງເປົ້າການຜະລິດພະລັງງານໝູນວຽນໄວ້ 1,200 ກິໂລວັດ, ໂດຍໄວກວ່າ​ກຳນົດ​ເວລາ 6 ປີ.

ແນວໃດກໍ່ຕາມ, ພະລັງງານໝູນວຽນ ກໍາລັງພະຍາຍາມແຂ່ງຂັນ ສໍາລັບພື້ນທີ່ຢູ່ໃນໂຄງຂ່າຍໄຟຟ້າຂອງຈີນ, ໂດຍອັດຕາການນໍາໃຊ້ຫຼຸດລົງຢ່າງຫຼວງຫຼາຍ ກ່ອນປາຍປີທີ່ຜ່ານມາ, ອີງຕາມລາຍງານຂອງວັນພະຫັດມື້ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG