ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ເກົາຫຼີ​ເໜືອ ກຳ​ລັງ​ຮື້​ຖອນ​ສະ​ຖານ​ທີ່​ລວມ​ຕົວ​ກັນ​ໃກ້​ເຂດ​ຊາຍ​ແດນ ທີ່​​ໃຊ້​ສຳ​ລັບ​ຄອບ​ຄົວ​ທີ່​ຖືກ​ພັດພາກ​ຈາກ​ກັນ


ສຸນ​ລວມ​ຕົວ​ກັນ​ຕັ້ງ​ຢູ່​ພູ​ເພັດ ຫຼື ​ຄຸມ​ກັງ ໃນ​ປະ​ເທດ ເກົາຫຼີ​ເໜືອ, 7 ສິງ​ຫາ 2009.
ສຸນ​ລວມ​ຕົວ​ກັນ​ຕັ້ງ​ຢູ່​ພູ​ເພັດ ຫຼື ​ຄຸມ​ກັງ ໃນ​ປະ​ເທດ ເກົາຫຼີ​ເໜືອ, 7 ສິງ​ຫາ 2009.

ເກົາຫຼີເໜືອ ກຳລັງຮື້ຖອນສະຖານທີ່ແຫ່ງນຶ່ງຢູ່ ຣີສອດ ເທິງພູ ຄຸມກັງ ຊຶ່ງໃຊ້ເປັນສະຖານທີ່ຈັດການພົບປະລະຫວ່າງຄອບຄົວທີ່ແຍກຈາກການຫຼັງຈາກສົງຄາມ ເກົາຫຼີ, ເກົາຫຼີໃຕ້ໄດ້ຖະແຫຼງໃນວັນພະຫັດມື້ນີ້ ເຊິ່ງຖືເປັນສັນຍານຫຼ້າສຸດຂອງຄວາມເຄັ່ງຕຶງລະຫວ່າງສອງ ເກົາຫຼີ.

ກະຊວງທ້ອນໂຮມຊາດ ຊຶ່ງຮັບຜິດຊອບກິດຈະການລະຫວ່າງປະເທດທັງສອງນັ້ນ ໄດ້ຮຽກຮ້ອງໃຫ້ ພຽງຢາງ ຢຸດການດຳເນີນການຢູ່ພື້ນທີ່ໃກ້ຊາຍແດນທາງຊາຍຝັ່ງຕາເວັນອອກຂອງ ເກົາຫຼີເໜືອ ທັນທີ.

ອາຄານ 12 ຊັ້ນແຫ່ງນີ້ຖືກສ້າງຂຶ້ນເມື່ອປີ 2008 ໂດຍມີງົບປະມານ 38 ລ້ານໂດລາ ເຊິ່ງໄດ້ຮັບທຶນຈາກ ເກົາຫຼີໃຕ້ ແລະ ມີຫ້ອງຈັດງານ ແລະ ຫ້ອງພັກສຳລັບແຂກຫຼາຍກວ່າ 200 ຫ້ອງ, ອີງຕາມຂໍ້ມູນຂອງກະຊວງ.

ການພົບປະກັນຄັ້ງສຸດທ້າຍທີ່ເຕັມໄປດ້ວຍນ້ຳຕາລະຫວ່າງຄອບຄົວທີ່ແຍກທາງກັນ ໄດ້ຈັດຂຶ້ນຢູ່ສະຖານທີ່ດັ່ງກ່າວໃນເດືອນສິງຫາ 2018 ກ່ອນທີ່ ເກົາຫຼີເໜືອ ຂູ່ວ່າ ຈະຮື້ຖອນຣີສອດແຫ່ງນີ້ໃນປີຕໍ່ມາ.

ຊາວ ເກົາຫຼີໃຕ້ ຫຼາຍກວ່າ 130,000 ຄົນໄດ້ລົງທະບຽນເພື່ອກັບໄປຮວມຕົວກັບຄອບຄົວທີ່ແຍກທາງກັນໃນ ເກົາຫຼີເໜືອ ເມື່ອເດືອນທັນວາປີກາຍນີ້ ໂດຍຍັງມີຄົນທີ່ຍັງມີຊີວິດຢູ່ພຽງ 36,941 ຄົນຕາມຂໍ້ມູນຂອງລັດຖະບານ.

ກະຊວງນັ້ນກ່າວວ່າການຮື້ຖອນສິ່ງອຳນວຍຄວາມສະດວກດັ່ງກ່າວຖືເປັນ “ການກະທຳຕໍ່ຕ້ານມະນຸດສະທຳ ທີ່ທຳລາຍຄວາມປາຖະໜາຂອງຄອບຄົວທີ່ຖືກແຍກອອກຈາກກັນ,” ໂດຍກະຊວງໄດ້ກ່າວຕື່ມວ່າ ເຂົາເຈົ້າຈະພິຈາລະນາໃຊ້ມາດຕະການທາງກົດໝາຍ ກ່ຽວກັບ ການກະທຳດັ່ງກ່າວ ແລະ ຈະຕອບສະໜອງຮ່ວມກັບປະຊາຄົມສາກົນ.

ຣີສອດພູຄຸມກັງ ແມ່ນຕັ້ງຢູ່ເໜືອເຂດປອດທະຫານທີ່ແບ່ງແຍກທັງສອງປະເທດ, ເປັນນຶ່ງໃນໂຄງການເສດຖະກິດທີ່ສຳຄັນສອງໂຄງການລະຫວ່າງ ເກົາຫຼີ ຮ່ວມກັບເຂດອຸດສາຫະກຳ ແຄຊອງ ຊຶ່ງຖືເປັນສັນຍາລັກຂອງການປອງດອງໃນລະຫວ່າງການເປັນສັດຕູກັນຫຼາຍທົດສະວັດ ຫຼັງຈາກສົງຄາມເກົາຫຼີໃນປີ 1950-1953.

ເກົາຫຼີເໜືອ ໄດ້ລະເບີດສຳນັກງານປະສານງານຮ່ວມໃນເມືອງແກຊອງ ໃນປີ 2020 ຫຼັງຈາກໄດ້ຕຳໜິ ກ່ຽວກັບ ພວກຜູ້ໂຕນໜີສົ່ງໃບປິວໂຄສະນາຊວນເຊື່ອເຂົ້າໄປໃນ ເກົາຫຼີເໜືອ ທີ່ຖືກແຍກໂດດດ່ຽວນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

North Korea is dismantling a facility at its Mount Kumgang resort used for hosting meetings between families separated after the Korean War, South Korea said on Thursday, in the latest sign of strained tensions between the two Koreas.

The Unification Ministry, which handles affairs between the nations, urged Pyongyang to immediately stop the action at the site near the border on North Korea's east coast.

The 12-story building was built in 2008 with a budget of $38 million, funded by South Korea and includes an event hall and more than 200 guest rooms, according to the ministry.

The last tearful meeting between separated families was held at the venue in August 2018 before North Korea threatened to dismantle the resort the following year.

More than 130,000 South Koreans had registered to reunite with their separated families in the North as of December last year, with only 36,941 people still alive, government data showed.

The demolition of the facility is an "anti-humanitarian act that tramples on the wishes of separated families," the ministry said, adding that it would consider legal measures over the action and a joint response with the international community.

The Mount Kumgang resort, located just beyond the demilitarized zone separating the two countries, was one of two major inter-Korean economic projects, along with the Kaesong industrial zone, seen as a symbol of rapprochement during decades of hostilities following the 1950-53 Korean War.

North Korea blew up a joint liaison office in Kaesong in 2020 after complaining about defectors sending propaganda leaflets into the reclusive North.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG