ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວໃນວັນສຸກມື້ນີ້ວ່າ ການໂຈມຕີດ້ວຍໂດຣນຂອງ ຣັດເຊຍ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ໂຮງໄຟຟ້ານິວເຄລຍ ຊໍໂນໂບລ (Chornobyl) ໃນຕອນກາງຄືນທີ່ຜ່ານມາ.
ທ່ານກ່າວວ່າ ໂດຣນຂອງ ຣັດເຊຍ ໄດ້ໂຈມຕີຖືກບ່ອນລີ້ໄພເຊິ່ງເປັນໜ່ວຍພະລັງງານທີ່ໄດ້ຖືກທຳລາຍຢູ່ໃນໂຮງໄຟຟ້າແຫ່ງນີ້, ສົ່ງຜົນເຮັດໃຫ້ໄຟໄໝ້ ແຕ່ຖືກມອດແລ້ວຕັ້ງແຕ່ເວລານັ້ນ.
ທ່ານ ເຊເລັນສກີ ກ່າວຕື່ມວ່າ ຈົນຮອດຕອນເຊົ້າຂອງວັນສຸກມື້ນີ້ ລະດັບຂອງກໍາມັນຕະລັງສີບໍ່ໄດ້ເພີ້ມຂຶ້ນ.
ໃນຂະນະດຽວກັນ, ໃນວັນສຸກມື້ນີ້ ຣັດເຊຍ ກ່າວຫາ ຢູເຄຣນ ວ່າ ທໍາການໂຈມຕີດ້ວຍການຍິງປືນໃຫຍ່ໃສ່ໂຮງໄຟຟ້າພະລັງຄວາມຮ້ອນທີ່ຕົນຄວບຄຸມ ໃນພາກໃຕ້ຂອງ ຢູເຄຣນ, ເຊິ່ງຕັ້ງຢູ່ໃກ້ກັບສະຖານີໄຟຟ້ານິວເຄລຍ ຊາໂປຣິສເຊຍ (Zaporizhzhia).
ເຈົ້າໜ້າທີ່ທ້ອງຖິ່ນທີ່ແຕ່ງຕັ້ງໂດຍ ຣັດເຊຍ ກ່າວວ່າ ການໂຈມຕີໂຮງໄຟຟ້າໃນເມືອງ ອີເນີໂຮດາຣ໌ (Enerhodar) ເກີດຂຶ້ນໃນຕອນຄ່ຳຂອງວັນທີ 13 ກຸມພາ, ເຮັດໃຫ້ປະຊາຊົນຫຼາຍກວ່າ 50,000 ຄົນບໍ່ມີໄຟຟ້າໃຊ້.
ມິການເຮັດວຽກຢ່າງຮີບດ່ວນ ເພື່ອພະຍາຍາມຟື້ນຟູການສະໜອງໄຟຟ້າຄືນອີກຄັ້ງ.
ອົງການຂ່າວຕ່າງໆຂອງ ຣັດເຊຍ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ໂຮງໄຟຟ້ານິວເຄລຍ ທີ່ໄດ້ກ່າວວ່າ ໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ ບໍ່ໄດ້ຮັບຄວາມເສຍຫາຍໃດໆ ຈາກການໂຈມຕີໃນຄັ້ງນີ້ ແລະຍັງຄົງດຳເນີນການຕາມປົກກະຕິ.
ອ່ານຂ່າວດ້ານລຸ່ໃນີ້ເປັນພາສາອັງກິດ
KYIV, Feb 14 (Reuters) - A Russian drone attack significantly damaged the radiation shelter of the Chornobyl nuclear power plant overnight, Ukrainian President Volodymyr Zelenskyy said on Friday.
The Russian drone struck the shelter of the destroyed power unit at the plant, causing a fire that has since been extinguished, he said.
Radiation levels had not increased as of Friday morning, Zelenskyy added.
Meanwhile, Russia on Friday accused Ukraine of carrying out an artillery attack on a thermal power plant it controls in southern Ukraine, which is located near the Zaporizhzhia nuclear power station.
Russian-installed local officials said the attack on the power plant in the city of Enerhodar had occurred late on February 13 and had left more than 50,000 people without Electricity.
Urgent work was under way to try to restore electricity Supplies.
Russian news agencies cited a nuclear plant official as saying that the Zaporizhzhia nuclear power plant itself had not been damaged in the attack and was operating as usual.
ຟໍຣັມສະແດງຄວາມຄິດເຫັນ