ລັດຖະມົນຕີຂັ້ນສູງຂອງໄທ ກ່າວໃນວັນພຸດວານນີ້ວ່າ ໄທ ໄດ້ທໍາການຕັດກະແສໄຟຟ້າ, ອິນເຕີເນັດ ແລະນໍ້າມັນເຊື້ອໄຟ ບໍລິເວນຫ້າເຂດຢູ່ຊາຍແດນຂອງມຽນມາ, ຂະນະທີ່ບັນດາປະເທດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ເພີ້ມທະວີຄວາມພະຍາຍາມທີ່ຈະຂັດຂວາງສູນການຫຼອກລວງ ເຊິ່ງໄດ້ກາຍມາເປັນຄວາມກັງວົນດ້ານຄວາມໝັ້ນຄົງຫຼາຍຂຶ້ນ.
ທ່ານ ອານຸທິນ ຊານວິຣາກຸນ (Anutin Charnvirakul) ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງພາຍໃນ ກ່າວຕໍ່ບັນດານັກຂ່າວວ່າ “ພວກເຂົາອາດຈະປະເຊີນກັບສິ່ງທ້າທາຍຈາກການຫຼຸດການສະໜອງພະລັງງານລົງ, ແຕ່ໃນຈຸດນີ້ ບໍ່ມີໃຜສາມາດປະນາມປະເທດໄທ ໄດ້ວ່າ ເປັນສ່ວນນຶ່ງ ຫຼື ມີສ່ວນຮ່ວມໃນການສະໜັບສະໜູນການກະທໍາທີ່ຜິດກົດໝາຍ.”
ທ່ານ ກ່າວຕື່ມວ່າ “ພວກເຂົາອາດຈະມອງຫາແຫຼ່ງສະໜອງພະລັງງານໃນບ່ອນອື່ນ ຫຼື ທໍາການຜະລິດໄຟຟ້າຂອງພວກເຂົາເອງ.”
ອີງຕາມລາຍງານຂອງອົງການສະຫະປະຊາຊາດ ໃນປີ 2023 ພົບວ່າ ການຫຼອກລວງໃນຂົງເຂດເອເຊຍຕາເວັນອອກສຽງໃຕ້, ລວມທັງຢູ່ຕາມຊາຍແດນລະຫວ່າງ ໄທ-ມຽນມາ, ຖືກສົງໄສວ່າ ໄດ້ຫຼອກລວງປະຊາຊົນຫຼາຍແສນຄົນ ໃນການດໍາເນີນງານທີ່ຜິດກົດໝາຍທາງອິນເຕີເນັດ, ໂດຍສ້າງລາຍຮັບຫຼາຍຕື້ໂດລາຕໍ່ປີ.
ໜັງສືພິມ Global New Light of Myanmar ເຊິ່ງເປັນໜັງສືພິມຂອງລັດຖະບານມຽນມາ ໄດ້ຂຽນບົດຄວາມທີ່ບໍ່ຄ່ອຍເກີດຂຶ້ນກ່ຽວກັບສູນຫຼອກລວງໃນເດືອນແລ້ວນີ້ ໂດຍກ່າວວ່າ ສິ່ງຈຳເປັນຂັ້ນພື້ນຖານເຊັ່ນ ໄຟຟ້າ ແລະ ອິນເຕີເນັດ ແມ່ນບໍ່ໄດ້ສະໜອງໃຫ້ໂດຍ ມຽນມາ ແຕ່ເປັນການສະໜອງໃຫ້ໂດຍປະເທດອື່ນ, ເຊິ່ງເປັນການກ່າວເຖິງ ໄທ ແບບທາງອ້ອມ.
ຄວາມກົດດັນຈາກນາໆຊາດທີ່ຈະຍຸບສູນເຫຼົ່ານີ້ ມີຫຼາຍຂຶ້ນລຸນຫຼັງນັກສະແດງຊາວຈີນ ທ້າວ ຫວັງ ຊິງ (Wang Xing) ຖືກລັກພາໂຕໄປ ຫຼັງຈາກເດີນທາງມາເຖິງປະເທດໄທ ໃນເດືອນແລ້ວນີ້. ຕໍ່ມາ ລາວໄດ້ຮັບການຊ່ວຍເຫຼືອໂດຍເຈົ້າໜ້າທີ່ຕຳຫຼວດໄທ ຜູ້ທີ່ພົບລາວຢູ່ໃນປະເທດມຽນມາ.
ສໍາລັບປະເທດໄທ, ການຂະຫຍາຍໂຕຂອງສູນກາງເຫຼົ່ານີ້ ສົ່ງຜົນກະທົບຕໍ່ຂະແໜງການທ່ອງທ່ຽວທີ່ສໍາຄັນຂອງປະເທດ, ແລະປະເທດໄທ ຍັງໄດ້ພະຍາຍາມແກ້ໄຂຄວາມກັງວົນດ້ານຄວາມປອດໄພຂອງນັກທ່ອງທ່ຽວຈາກ ຈີນ, ເຊິ່ງເປັນແຫຼ່ງຕະຫຼາດທີ່ສໍາຄັນ.
ການໄຟຟ້າຂັ້ນແຂວງຂອງໄທ ກ່າວວ່າ ຕົນໄດ້ທໍາການຕັດການສະໜອງໄຟຟ້າລວມທັງໝົດ 20.37 ເມກາວັດ ໃນ 5 ບໍລິເວນລຽບຕາມເຂດຊາຍແດນ, ເຊິ່ງເລີ້ມຕັ້ງແຕ່ເວລາ 9 ໂມງເຊົ້າຂອງວັນພຸດວານນີ້, ສົ່ງຜົນເຮັດໃຫ້ສູນເສຍລາຍຮັບຈໍານວນ 17.84 ລ້ານໂດລາຕໍ່ປີ.
ຟໍຣັມສະແດງຄວາມຄິດເຫັນ