ການແຕ່ງຕັ້ງນາຍພົນທະຫານບົກຂອງ ອິນໂດເນເຊຍ ເພື່ອດຳເນີນບໍລິສັດການຈັດຊື້ອາຫານແຫ່ງຊາດ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບ ການຂະຫຍາຍບົດບາດຂອງກອງທັບພາຍໃຕ້ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ, ໂດຍບັນດານັກເຄື່ອນໄຫວສິດທິມະນຸດເວົ້າວ່າ ມັນຍັງເປັນການລ່ວງລະເມີດກົດໝາຍທະຫານ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ພົນຕີ ໂນວີ ແຮລມີ ປຣາເຊເຕຍ ຖືກແຕ່ງຕັ້ງເປັນຜູ້ບໍລິຫານໃຫຍ່ຂອງບໍລິສັດ Bulog, ເຊິ່ງແມ່ນບໍລິສັດຂົນສົ່ງທີ່ມີອຳນາດທີ່ຮັບຜິດຊອບສຳລັບການນຳເຂົ້າອາຫານຫຼັກທີ່ສຳຄັນອື່ນໆ ແລະ ເຂົ້າສານທີ່ຖືກຄວບຄຸມໂດຍລັດຖະບານ ເມື່ອທ້າຍອາທິດທີ່ຜ່ານມາ, ຜູ້ທີ່ໄດ້ກາຍເປັນນາຍພົນທີ່ດຳລົງຕຳແໜ່ງຢູ່ ຄົນທຳອິດທີ່ຮັບບົດບາດດັ່ງກ່າວ ນັບຕັ້ງແຕ່ລະບອບການປົກຄອງຜະເດັດການຂອງນາຍພົນ ຊູຮາໂຕ.
ພາຍໃຕ້ກົດໝາຍທະຫານ, ທະຫານຈະໄດ້ຮັບອະນຸຍາດໃຫ້ຕື່ມເຕັມຕຳແໜ່ງພົນລະເຮືອນພຽງແຕ່ໃນສະຖາບັນລັດ ຢູ່ຝ່າຍຕ່າງໆເຊັ່ນ ການປ້ອງກັນ, ຄວາມໝັ້ນຄົງ, ການສືບລັບ ແລະ ການຮັບມືຕໍ່ໄພພິບັດ. ເຂົາເຈົ້າຍັງບໍ່ໄດ້ຮັບອະນຸຍາດໃຫ້ມີສ່ວນຮ່ວມໃນການເມືອງ ແລະ ທຸລະກິດ.
ທ່ານ ອາດີ ແມນໂຕ ອາດີປູຕຣາ, ຜູ້ອຳນວຍການກຸ່ມສິດທິມະນຸດ Imparsial ກ່າວເມື່ອແລງວັນຈັນວານນີ້ວ່າ “ນີ້ແມ່ນໄພຂົ່ມຂູ່ຕໍ່ປະຊາທິປະໄຕ ແລະ ເປັນການລະເມີດຕໍ່ກົດໝາຍ.”
ກອງກຳລັງຕິດອາວຸດແມ່ນຢູ່ພາຍໃຕ້ລະບົບຍຸດຕິທຳທະຫານ ຊຶ່ງແຍກຈາກກົດໝາຍອາຊະຍາກອນພົນລະເຮືອນ ເຮັດໃຫ້ເກີດບັນຫາເລື່ອງການກວດກາ ແລະ ຄວາມໂປ່ງໃສໃນສະຖາບັນລັດ ທີ່ດຳເນີນງານໂດຍເຈົ້າໜ້າທີ່ປະຈຳການ, ທ່ານ ອາດີປູຕຣາ ກ່າວ.
ລັດຖະມົນຕີລັດວິສາຫະກິດ ທ່ານ ເອຣິກ ໂທເຮຍ ໄດ້ກ່າວວ່າ ການແຕ່ງຕັ້ງດັ່ງກ່າວ ແມ່ນການເຄື່ອນໄຫວດ້ານຍຸດທະສາດໄປສູ່ການບັນລຸເປົ້າໝາຍໃນການຈັດຫາອາຫານໃຫ້ພຽງພໍສຳລັບຕົນເອງ, ອີງຕາມອົງການຂ່າວລັດຖະບານ ອານຕາຣາ.
ກະຊວງລັດວິສາຫະກິດ (SOE) ແລະ ຫ້ອງການສື່ສານປະທານາທິບໍດີ ບໍ່ໄດ້ຕອບຕໍ່ການຂໍຄຳເຫັນຂອງອົງການຂ່າວ ຣອຍເຕີສ.
ກົດໝາຍທະຫານບໍ່ໄດ້ກຳນົດໂທດສຳລັບການລ່ວງລະເມີດທີ່ວ່ານັ້ນ. ແນວໃດກໍຕາມ, ການແຕ່ງຕັ້ງດັ່ງກ່າວ ແມ່ນສາມາດຂໍອຸທອນໄດ້ຜ່ານການຍື່ນຄຳຮ້ອງຕໍ່ສານລັດຖະບານ.
ອ່ານຂ່າວນີ້ເປັນພາສາອັງກິດ
Indonesia's appointment of an army general to run the national food procurement company has raised concerns about the expansion of military roles under President Prabowo Subianto, with a rights activist saying it also violated military laws.
Major General Novi Helmy Prasetya was named chief executive of Bulog, a powerful state logistics company in charge of government-controlled imports of rice and other important food staples, on the weekend, becoming the first active duty general in the role since the authoritarian regime of General Suharto.
Under military laws, soldiers are allowed to fill civilian posts only at state institutions in sectors such as defense, security, intelligence and disaster response. They are also not allowed to be involved in politics and business.
"This is a threat to democracy and a violation towards the law," said Ardi Manto Adiputra, director of Indonesian rights group Imparsial, late on Monday.
The armed forces are subject to the military justice system, which is separate from the civilian criminal code, raising issues of oversight and transparency at any government institution run by active duty officers, Adiputra said.
State-Owned Enterprises Minister Erick Thohir said the appointment was a strategic move towards achieving a goal of food self-sufficiency, according to state news agency Antara.
The SOE ministry and the presidential communication office did not respond to Reuters' request for comment.
The military law does not stipulate penalties for such a breach. However, the appointment can be appealed through a petition to the administrative court.
ຟໍຣັມສະແດງຄວາມຄິດເຫັນ