ການແຕ່ງງານໃນ ຈີນ ໄດ້ຫຼຸດລົງເຖິງ 1 ສ່ວນ 5 ໃນປີກາຍນີ້, ເຊິ່ງແມ່ນການຫຼຸດລົງຫຼາຍທີ່ສຸດໃນສະຖິຕິ, ເຖິງແມ່ນຈະມີຄວາມພະຍາຍາມສົ່ງເສີມໃຫ້ຄູ່ຮັກໜຸ່ມສາວແຕ່ງງານກັນ ແລະ ມີລູກເພື່ອກະຕຸ້ນຈຳນວນປະຊາກອນທີ່ຫຼຸດລົງຂອງປະເທດກໍຕາມ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ຕົວເລກຈາກກະຊວງກິດຈະການພົນລະເຮືອນ ລະບຸວ່າ ໃນປີທີ່ຜ່ານມາມີຄູ່ຮັກ ຫຼາຍກວ່າ 6 ລ້ານ 1 ແສນຄູ່ ໄດ້ຈົດທະບຽນແຕ່ງງານ ຊຶ່ງຫຼຸດລົງຈາກ 7.68 ລ້ານຄູ່ ໃນປີກ່ອນໜ້ານັ້ນ.
ຄວາມສົນໃຈໃນການແຕ່ງງານ ແລະ ການເລີ່ມຕົ້ນຄອບຄົວທີ່ຫຼຸດລົງມັກຖືກຕຳໜິວ່າ ເປັນຍ້ອນຄ່າໃຊ້ຈ່າຍໃນການເບິ່ງແຍງລູກ ແລະ ການສຶກສາທີ່ສູງໃນປະເທດ ຈີນ. ນອກຈາກນີ້ ການເຕີບໂຕທາງເສດຖະກິດທີ່ຝືດເຄືອງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ຍັງເຮັດໃຫ້ຜູ້ຮຽນຈົບມະຫາວິທະຍາໄລ ມີຄວາມຫຍຸ້ງຍາກໃນການຫາວຽກເຮັດງານທຳ ແລະຜູ້ທີ່ມີວຽງກເຮັດແລ້ວ ກໍຮູ້ສຶກບໍ່ໝັ້ນຄົງ ກ່ຽວກັບ ອະນາຄົດໄລຍະຍາວຂອງຕົນເອງ.
ແຕ່ສຳລັບທາງການ ຈີນ, ຄວາມສົນໃຈໃນການແຕ່ງງານ ແລະ ການມີລູກທີ່ເພີ່ມຂຶ້ນນັ້ນ ຖືເປັນບັນຫາເລັ່ງດ່ວນ.
ຈີນ ມີປະຊາກອນຫຼາຍທີ່ສຸດເປັນອັນດັບສອງໃນໂລກ ໂດຍມີຢູ່ນຶ່ງພັນສີ່ຮ້ອຍລ້ານຄົນ ແຕ່ກຳລັງເຖົ້າແກ່ຢ່າງວ່ອງໄວ.
ອັດຕາການເກີດໄດ້ຫຼຸດລົງຫຼາຍທົດສະວັດ ຍ້ອນນະໂຍບາຍລູກຄົນດຽວຂອງ ຈີນ ຈາກປີ 1980-2015 ແລະ ການຂະຫຍາຍຕົວຂອງເຂດຕົວເມືອງຢ່າງ ວ່ອງໄວ ແລະ ໃນທົດສະວັດໜ້າຄາດວ່າ ປະຊາຊົນ ຈີນ ປະມານ 300 ລ້ານຄົນ ຊຶ່ງທຽບເທົ່າກັບປະຊາກອນທັງໝົດຂອງ ສະຫະລັດ ຈະເຂົ້າສູ່ໄວບຳນານ.
ມາດຕະການທີ່ທາງການໄດ້ດຳເນີນການໃນປີທີ່ຜ່ານມາເພື່ອແກ້ໄຂບັນຫານີ້ມີ ການຮຽກຮ້ອງໃຫ້ວິທະຍາໄລ ແລະ ມະຫາວິທະຍາໄລຂອງ ຈີນ ຈັດໃຫ້ມີ “ການສຶກສາດ້ານຄວາມຮັກ” ເພື່ອເນັ້ນຢ້ຳມຸມມອງດ້ານບວກ ກ່ຽວກັບ ການແຕ່ງງານ, ຄວາມຮັກ, ການຈະເລີນພັນ ແລະ ຄອບຄົວ.
ໃນເດືອນພະຈິກທີ່ຜ່ານມາ ສະພາລັດຂອງ ຈີນ ຫຼື ຄະນະລັດຖະບານໄດ້ສັ່ງໃຫ້ລັດຖະບານທ້ອງຖິ່ນ ຈັດສັນຊັບພະຍາກອນເພື່ອແກ້ໄຂວິກິດການປະຊາກອນຂອງ ຈີນ ແລະ ສ້າງຄວາມເຄົາລົບຕໍ່ການມີລູກ ແລະ ການແຕ່ງງານ “ໃນໄວທີ່ເໝາະສົມ.”
ອ່ານຂ່າວນີ້ເປັນພາສາອັງກິດ
Marriages in China dropped by a fifth last year, the biggest drop on record, despite manifold efforts by authorities to encourage young couples to wed and have children to boost the country's declining population.
More than 6.1 million couples registered for marriage last year, down from 7.68 million a year earlier, figures from the Ministry of Civil Affairs showed.
Declining interest in getting married and starting a family has long been blamed on the high cost of childcare and education in China. On top of that, sputtering economic growth over the past few years has made it difficult for university graduates to find work and those that do have jobs feel insecure about their long-term prospects.
But for Chinese authorities, boosting interest in marriage and baby-making is a pressing concern.
China has the second-biggest population in the world at 1.4 billion but it is aging quickly.
The birth rate fell for decades due to China's 1980-2015 one-child policy and rapid urbanization. And in the coming decade, roughly 300 million Chinese - the equivalent of almost the entire U.S. population - are expected to enter retirement.
Measures taken last year by authorities to tackle the problem included urging China's colleges and universities to provide "love education" to emphasize positive views on marriage, love, fertility and family.
And in November, China's state council or cabinet, told local governments to direct resources towards fixing China's population crisis and spread respect for childbearing and marriages "at the right age."
ຟໍຣັມສະແດງຄວາມຄິດເຫັນ