ໃນວັນອັງຄານວານນີ້ ໄອຍະການສະຫະລັດໄດ້ເປີດເຜີຍຂໍ້ກ່າວຫາທີ່ຂະຫຍາຍອອກເປັນ 14 ຂໍ້ ຕໍ່ອະດີດວິສະວະກອນ ຊອບແວຣ໌ ຂອງ Google ທ້າວ ລິນເວ ດິງ (LINWEI DING).
ທ້າວ ລິນເວ ດິງ, ອະດີດວິສະວະກອນຊອຟແວຣ໌ ຂອງ Google ຖືກກ່າວຫາວ່າ ລັກເອົາຄວາມລັບທາງການຄ້າດ້ານປັນຍາປະດິດ ຫຼື AI ເພື່ອປະໂຫຍດຂອງບໍລິສັດຈີນ 2 ແຫ່ງ ທີ່ລາວເຮັດວຽກນໍາແບບປິດລັບ.
ທ້າວ ລິນເວ ດິງ ອາຍຸ 38 ປີ, ເປັນຄົນສັນຊາດຈີນ, ຖືກຄະນະລູກຂຸນຂອງລັດຖະບານກາງໃນ ແຊນ ແຟຣນຊິສໂກ ຕັ້ງຂໍ້ກ່າວຫາ 7 ຂໍ້ ກ່ຽວກັບການສືບລັບທາງດ້ານເສດຖະກິດ ແລະລັກຄວາມລັບທາງດ້ານການຄ້າ.
ຂໍ້ກ່າວຫາການສືບລັບທາງເສດຖະກິດ ແຕ່ລະຂໍ້ມີໂທດຖືກຂັງຄຸກສູງສຸດ 15 ປີ ແລະ ປັບໄໝ 5 ລ້ານໂດລາ. ໃນຂະນະທີ່ຂໍ້ກ່າວຫາລັກຄວາມລັບທາງດ້ານການຄ້າ ແຕ່ລະຂໍ້ມີໂທດຂັງຄຸກສູງສຸດ 10 ປີ ແລະປັບໄໝ 250.000 ໂດລາ.
ຈຳເລີຍຊຶ່ງຮູ້ຈັກກັນໃນຊື່ ລີອອນ ຕິງ, ຖືກຟ້ອງເມື່ອເດືອນມີນາໃນປີທີ່ຜ່ານມາ ສໍາລັບຂໍ້ກ່າວຫາໃນການລັກຄວາມລັບທາງດ້ານການຄ້າ 4 ຂໍ້ກ່າວຫາ. ລາວໄດ້ຮັບການປະກັນໂຕ, ແລະທະນາຍຄວາມຂອງລາວ ກໍບໍ່ໄດ້ຕອບຄໍາຖາມໃດໆໃນທັນທີ.
ຄະດີຂອງ ທ້າວ ລິນເວ ດິງ ໄດ້ຮັບການປະສານງານຜ່ານໜ່ວຍງານ Disruptive Technology Strike Force, ທີ່ສ້າງຕັ້ງຂຶ້ນໃນປີ 2023 ໂດຍລັດຖະບານຂອງ ທ່ານ ໂຈ ໄບເດັນ.
ໂຄງການນີ້ ໄດ້ຮັບການອອກແບບມາເພື່ອຊ່ວຍຂັດຂວາງ ບໍ່ໃຫ້ເທັກໂນໂລຈີຂັ້ນສູງຖືກຊື້ໂດຍປະເທດຕ່າງໆ ເຊັ່ນ ຈີນ ແລະ ຣັດເຊັຍ ຫຼືອາດຈະຖືກຄຸກຄາມດ້ານຄວາມໝັ້ນຄົງຂອງຊາດ.
ໄອຍະການກ່າວວ່າ ທ້າວ ລິນເວ ດິງ ລັກຂໍ້ມູນກ່ຽວກັບພື້ນຖານໂຄງລ່າງຮາດແວຣ໌ ແລະ ແພລຕຟອມ ຊອຟແວຣ໌ ທີ່ຊ່ວຍໃຫ້ສູນຂໍ້ມູນ ຊຸປເປີ ຄອມພິວເຕີ ຂອງ Google ສາມາດຝຶກອົບຮົມ ຮູບແບບ AI ຂະໜາດໃຫຍ່ໄດ້.
ບລູພຣີ້ນ ຊິປ ທີ່ກ່າວວ່າຖືກລັກໄປບາງສ່ວນ ມີຈຸດປະສົງເພື່ອໃຫ້ Google ໄດ້ປຽບເໜືອຄູ່ແຂ່ງດ້ານ ຄລາວຄອມພິວຕິ້ງ ເຊັ່ນ Amazon ແລະ Microsoft ຊຶ່ງອອກແບບໂດຍພວກເຂົາເອງ ແລະ ຫຼຸດການເພີ່ງພາຊິປຈາກ Nvidia ຂອງ Google.
ໄອຍະການກ່າວວ່າ ລິນເວ ດິງ ເຂົ້າຮ່ວມກັບ Google ໃນເດືອນພຶດສະພາ 2019 ແລະ ເລີ້ມລັກມາສາມປີຕໍ່ມາເມື່ອເຂົາຖືກຕິດຕໍ່ໃຫ້ເຂົ້າຮ່ວມບໍລິສັດເທັກໂນໂລຈີຈີນໃນຊ່ວງເລີ້ມຕົ້ນ.
ລິນເວ ດິງ ຖືກກ່າວຫາວ່າ ອັປໂຫຼດ ໄຟລ໌ ລັບຫຼາຍກ່ວາ 1,000 ໄຟລ໌ ພາຍໃນເດືອນພຶດສະພາ 2023 ແລະ ຕໍ່ມາໄດ້ເຜີຍແຜ່ການນໍາສະເໜີ Power Point ໃຫ້ກັບພະນັກງານຂອງບໍລິສັດ Start Up ແຫ່ງນຶ່ງໃນຈີນທີ່ເຂົາເປັນຜູ້ກໍ່ຕັ້ງ.
ອ່ານຂ່າວເປັນພາສາອັງກິດ
U.S. prosecutors on Tuesday unveiled an expanded 14-count indictment accusing former Google software engineer Linwei Ding of stealing artificial intelligence trade secrets to benefit two Chinese companies he was secretly working for.
Ding, 38, a Chinese national, was charged by a federal grand jury in San Francisco with seven counts each of economic espionage and theft of trade secrets.
Each economic espionage charge carries a maximum 15-year prison term and $5 million fine, while each trade secrets charge carries a maximum 10-year term and $250,000 fine.
The defendant, also known as Leon Ding, was indicted last March on four counts of theft of trade secrets. He is free on bond. His lawyers did not immediately respond to requests for comment.
Ding's case was coordinated through an interagency Disruptive Technology Strike Force created in 2023 by the Biden administration.
The initiative was designed to help stop advanced technology from being acquired by countries such as China and Russia or potentially threatening national security.
Prosecutors said Ding stole information about the hardware infrastructure and software platform that lets Google's supercomputing data centers train large AI models.
Some of the allegedly stolen chip blueprints were meant to give Google an edge over cloud computing rivals Amazon and Microsoft, which design their own, and reduce Google's reliance on chips from Nvidia.
Prosecutors said Ding joined Google in May 2019 and began his thefts three years later when he was being courted to join an early-stage Chinese technology company.
Ding allegedly uploaded more than 1,000 confidential files by May 2023 and later circulated a PowerPoint presentation to employees of a China startup he founded, saying that country's policies encouraged development of a domestic AI industry.
ຟໍຣັມສະແດງຄວາມຄິດເຫັນ