ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໒ ເມສາ ໒໐໒໕

ອົງການສອດແນມຂອງເກົາຫຼີໃຕ້ ກ່າວວ່າ DeepSeek ເກັບກຳຂໍ້ມູນສ່ວນໂຕຫຼາຍເກີນໄປ


ປັນຍາປະດິດ ຫຼື AI ຂອງ ຈີນ ທີ່ຫາກໍ່ເປີດໃຫ້ນໍາໃຊ້ຢ່າງເປັນທາງການເມື່ອອາທິດຜ່ານມາ.
ປັນຍາປະດິດ ຫຼື AI ຂອງ ຈີນ ທີ່ຫາກໍ່ເປີດໃຫ້ນໍາໃຊ້ຢ່າງເປັນທາງການເມື່ອອາທິດຜ່ານມາ.

ອົງການສືບລັບຂອງ ເກົາຫຼີໃຕ້ ໄດ້ກ່າວຫາແອັບປັນຍາປະດິດ DeepSeek ຂອງຈີນວ່າ “ເກັບກໍາຂໍ້ມູນສ່ວນບຸກຄົນຫຼາຍເກີນໄປ,” ແລະໃຊ້ຂໍ້ມູນໃນການປ້ອນເຂົ້າທັງໝົດເພື່ອຝຶກຝົນຕົນເອງ, ພ້ອມທັງຕັ້ງຄຳຖາມກ່ຽວກັບຄໍາຕອບຂອງແອັປດັ່ງກ່າວ ທີ່ພົວພັນກັບບັນຫາສັກສີຂອງຊາດ. ອີງຕາມການລາຍງານຂອງອົງການຣອຍເຕີ້ສ.

ອົງການສືບລັບແຫ່ງຊາດ ຫຼື NIS ກ່າວເມື່ອອາທິດຜ່ານມາວ່າ ໄດ້ສົ່ງໜັງສືແຈ້ງໄປຍັງໜ່ວຍງານຂອງລັດຖະບານຢ່າງເປັນທາງການ. ໂດຍຮຽກຮ້ອງໃຫ້ ໜ່ວຍງານເຫຼົ່ານີ້ໃຊ້ມາດຕະຖານຮັກສາຄວາມປອດໄພສຳລັບແອປປັນຍາປະດິດ. ອົງການ NIS ກ່າວໃນຖະແຫຼງການທີ່ເຜີຍແຜ່ອອກມາໃນວັນອາທິດວານນີ້ວ່າ

“ບໍ່ຄືກັບການບໍການ AI ອື່ນໆທີ່ມີລັດສະນະສ້າງສັນກວ່າ, ເຊິ່ງມັນໄດ້ຖືກຢືນຢັນວ່າ ບັນທຶກໃນການສົນທະນາ ສາມາດໂອນໄດ້ ເນື່ອງຈາກມີໜ້າທີ່ໃນການລວບລວມຮູບແບບການປ້ອນຂໍ້ມູນຈາກແປ້ນພິມທີ່ສາມາດລະບຸໂຕບຸກຄົນ ແລະສື່ສານກັບເຄືອຂ່າຍ ຫຼື Servers ຂອງບໍລິສັດແມ່ຈາກຈີນ ເຊັ່ນ volceapplog.com.”

ກະຊວງຂອງລັດຖະບານເກົາຫຼີໃຕ້ຈໍານວນນຶ່ງ ໄດ້ປິດກັ້ນການເຂົ້າເຖິງແອັປດັ່ງກ່າວ, ໂດຍການເປີດຊ່ອງທາງໃໝ່ ທີ່ອ້າງເຖິງຄວາມກັງວົນດ້ານຄວາມປອດໄພ, ເຊິ່ງທໍາການເຕືອນຮ່ວມກັບ ອອສເຕຣເລຍ ແລະ ໄຕ້ຫວັນ ດ້ວຍການວາງຂໍ້ຈຳກັດຕໍ່ DeepSeek.

ອົງການສືບລັບ NIS ກ່າວວ່າ DeepSeek ໃຫ້ສິດທິສໍາລັບຜູ້ໂຄສະນາ ໃນການເຂົ້າເຖິງຂໍ້ມູນຜູ້ໃຊ້ໄດ້ແບບບໍ່ຈຳກັດ ແລະຈັດເກັບຂໍ້ມູນຂອງຜູ້ໃຊ້ຊາວເກົາຫຼີໃຕ້ໃນເຊີຟເວີຣ໌ຂອງຈີນ ຕາມກົດໝາຍຂອງຈີນ.

ອົງການ NIS ກ່າວຕື່ມວ່າ ຕາມກົດໝາຍຂອງ ຈີນ, ລັດຖະບານຈີນ ຈະສາມາດເຂົ້າເຖິງຂໍ້ມູນດັ່ງກ່າວໄດ້ ເມື່ອມີການຮ້ອງຂໍ.

ອົງການ NIS ຍັງລະບຸອີກວ່າ DeepSeek ຍັງໃຫ້ຄໍາຕອບທີ່ແຕກຕ່າງກັນສຳລັບຄໍາຖາມທີ່ອາດມີຄວາມລະອຽດອ່ອນໃນພາສາຕ່າງໆ.

ອົງການ NIS ອ້າງເຖິງຄຳຖາມນຶ່ງເຊັ່ນ ເມື່ອມີການຖາມເຖິງທີ່ມາຂອງ ກິມຈິ ຊຶ່ງເປັນອາຫານດອງລົດຊາດເຜັດທີ່ເປັນອາຫານຫຼັກໃນເກົາຫຼີໃຕ້.

ເມື່ອຖາມເຖິງເລື່ອງນີ້ເປັນພາສາເກົາຫຼີ ແອປດັ່ງກ່າວກ່າວວ່າກິມຈິເປັນອາຫານເກົາຫຼີ, ອີງຕາມການກ່າວອົງການ NIS.

ອົງການ NIS ກ່າວວ່າ ເມື່ອຖືກຄໍາຖາມດຽວກັນເປັນພາສາຈີນ ແອັປດັ່ງກ່າວກ່າວວ່າ ອາຫານດັ່ງກ່າວມີຕົ້ນກຳນເນີດມາຈາກຈີນ, ເຊິ່ງເປັນຄຳຕອບຂອງ DeepSeek ທີ່ໄດ້ຮັບການຢັ້ງຢືນໂດຍອົງການຂ່າວຣອຍເຕີ້ສ.

ອ່ານຂ່າວເປັນພາສາອັງກິດ

South Korea's spy agency has accused Chinese AI app DeepSeek of "excessively" collecting personal data and using all input data to train itself, and questioned the app's responses to questions relating to issues of national pride.

The National Intelligence Service (NIS) said it sent an official notice to government agencies last week urging them to take security precautions over the artificial intelligence app.

"Unlike other generative AI services, it has been confirmed that chat records are transferable as it includes a function to collect keyboard input patterns that can identify individuals and communicate with Chinese companies' servers such as volceapplog.com," the NIS said in a statement issued on Sunday.

Some government ministries in South Korea have blocked access to the app, opens new tab, citing security concerns, joining Australia and Taiwan in warning about or placing restrictions on DeepSeek.

The NIS said DeepSeek gives advertisers unlimited access to user data and stores South Korean users' data in Chinese servers. Under Chinese law, the Chinese government would be able to access such information when requested, the agency added.

DeepSeek also provided different answers to potentially sensitive questions in different languages, the NIS noted.

It cited one such question as asking for the origin of kimchi - a spicy, fermented dish that is a staple in South Korea.

When asked about it in Korean, the app said kimchi is a Korean dish, the NIS said.

Asked the same question in Chinese, it said the dish originated from China, it said. DeepSeek's responses were corroborated by Reuters.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG