ສື່ຂອງລັດຖະບານຈີນ ຕໍາໜິຕິຕຽນ ຖ້ອຍຖະແຫລງ ຂອງປະທານາທິບໍດີໂອບາມາ ກ່ຽວກັບນະໂຍບາຍເງິນຕາຂອງຈີນ.
ກຸ່ມເອເປັກຕົກລົງເອົາ ບາດກ້າວຫລາຍຢ່າງ ເພື່ອສົ່ງເສີມ ການເຕີບໂຕທາງດ້ານເສດຖະກິດ ຮວມທັງການເຮັດໃຫ້ກົດລະບຽບ ການຄ້າງ່າຍຂຶ້ນ
ລາຄາຕະຫຼາດຮຸ້ນໃນເອເຊຍ ຖີບໂຕສູງຂຶ້ນຢ່າງຫລວງຫລາຍ ຫລັງຈາກມີຂ່າວດີ ຈາກອີຕາລີ ກຣີສ ຈີນ ແລະຍີ່ປຸ່ນ.
ປ. ບາຣັກ ໂອບາມາ ກ່າວວ່າ ທ່ານຈະປຶກສາຫາລື ກັບຈີນແລະຣັດເຊຍ ເພື່ອກົດດັນອິຣ່ານ ໃຫ້ຢຸດເຊົາ ໂຄງການນີວເຄລຍຂອງຕົນ.
ຣັດເຊຍສົ່ງ ທີມນັກເຫາະອາວະກາດຊຸດໃໝ່ ຂຶ້ນໄປປະຈໍາຢູ່ສະຖານີອາວະກາດ ໃນວັນຈັນມື້ນີ້.
ເຫດລະເບີດເກີດຂຶ້ນ ທີ່ຮ້ານກິນດື່ມແຫ່ງນຶ່ງ ໃນເມືອງຊີອານ ທາງພາກຕາເວັນອອກສຽງເໜືອຂອງຈີນ .
ປ.ໂອບາມາ ຮຽກຮ້ອງໃຫ້ ພວກຜູ້ນໍາ ຣັດເຊຍແລະຈີນ ສະໜັບສະໜຸນ ຄວາມກົດດັນຂອງສະຫະລັດ ຕໍ່ ໂຄງການນີວເຄລຍຂອງອີຣ່ານ.
ປ.ໂອບາມາກ່າວວ່າ ຄົນອາເມຣິກັນມີຄວາມ ເຫລືອອົກເຫລືອໃຈ ແລະຂາດຄວາມອົດທົນ ນໍາການປະຕິຮູບເສດຖະກິດຢ່າງຊ້າໆ ຂອງ ລັດຖະບານກຸງປັກກິງ.
ພວກຈົງຮັກພັກດີຕໍ່ລັດຖະບານຊີເຣຍ ມີຄວາມໂກດແຄ້ນ ທີ່ຊາອູດີອາຣາເບຍແລະກາຕາ ສະໜັບສະໜູນການປົດຊີເຣຍ ອອກຈາກເປັນສະມາຊິກຊົ່ວຄາວຂອງສັນນິບາດອາຫຣັບ.
ທາງການເມັກຊິໂກຮ້ອງຂໍ ໄປຍັງສະຫະລັດແລະຝຣັ່ງ ໃຫ້ໄປຊ່ອຍ ສືບສວນເລື້ອງ ເຮືອບິນເຮລີຄອບເຕີຕົກໃນປະເທດ ທີ່ເອົາຊີວິດ ລມຕ ກະຊວງພາຍໃນຂອງເມັກຊິໂກ.
ທາງການເທີກີກ່າວວ່າ ໜ່ວຍທະຫານກ້າຕາຍ ໄດ້ບຸກຖະຫລົ່ມເຮືອຂ້າມຟາກ ແລະສັງຫານ ຄົນຈີ້ເຮືອ. ພວກລູກເຮືອແລະຄົນໂດຍສານ ທັງໝົດ ປອດໄພ.
ກຸ່ມປົກປ້ອງສິດທິມະນຸດ ແລະພວກນັກເຄື່ອນໄຫວຝ່າຍຄ້ານ ຮຽກຮ້ອງໃຫ້ສັນນີບາດຊາດອາຫຣັບ ປົດຊີເຣຍອອກຈາກ ການເປັນສະມາຊິກ ເປັນການຊົ່ວຄາວ.
ປ.ບາຣັກໂອບາມາແຫ່ງສະຫະລັດ ເດີນທາງ ໄປຮອດລັດຮາວາຍແລ້ວ ເພື່ອເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ກຸ່ມເອເປັກ.
ລັດຖະບານປາແລສໄຕນ໌ ໄດ້ທໍາການຕັດສິນໃຈຢ່າງໄວ ກ່ຽວກັບການເອົາກ້າວຕໍ່ໄປ ໃນການເຂົ້າເປັນສະມາຊິກ ຂອງອົງການສະຫະປະຊາຊາດ.
ເຈົ້າໜ້າທີ່ເວເນຊູເອລາ ກ່າວວ່າ ຕໍາຫລວດ ໄດ້ຊ່ອຍນັກກີລາ baseball ຊາວເວເນຊູເອລາ ທີ່ຫລິ້ນໃຫ້ທີມສະຫະລັດ ມາຈາກພວກທີ່ລັກ ພາໂຕຜູ້ກ່ຽວໄປ.
ບັນດາເຈົ້າໜ້າທີ່ຍີ່ປຸ່ນ ພາພວກນັກຂ່າວ ເຂົ້າໄປເບິ່ງບໍລິເວນ ໂຮງໄຟຟ້ານີວເຄລຍ Fukushima ທີ່ຖືກທໍາລາຍເສຍຫາຍ ຍ້ອນແຫ່ນດິນໄຫວ ແລະຟອງຍັກສຸນາມິ.
ລາຄາຮຸ້ນໃນຕະຫຼາດເອເຊຍ ຕົກລົງຢ່າງຫລວງຫລາຍ ສືບເນື່ອງມາຈາກຄວາມຢ້ານກົວ ກ່ຽວກັບວິກິດການການເງິນ ທີ່ອີຕາລີ.
ສະພາບເສດຖະກິດຕົກຕໍ່າ ໃນສະຫະລັດ ແລະຢູໂຣບ ເປັນຕົ້ນເຫດຂອງ ໂຕເລກທາງເສດຖະກິດ ທີ່ໜ້າຜິດຫວັງ ໃນພາກພື້ນເອເຊຍ.
ຈີນກ່າວວ່າ ການລົງໂທດຕໍ່ອີຣ່ານນັ້ນ ແມ່ນຈະບໍ່ແກ້ໄຂ ຄວາມເປັນຫ່ວງກັງວົນ ຂອງນາໆຊາດ ກ່ຽວກັບໂຄງການນີວເຄລຍຂອງອິຣ່ານ.
ບັນດາເຈົ້າໜ້າທີ່ອາວຸໂສຈາກ 21 ປະເທດ ພົບປະກັນ ທີ່ລັດຮາວາຍ ໃນກອງປະຊຸມປະຈໍາປີ ຂອງສະພາຮ່ວມມືເສດຖະກິດ ເອເຊຍ-ປາຊີຟິກ
ໂຫລດຕື່ມອີກ