ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາແລສໄຕນ໌ ພິຈາລະນາ ເອົາບາດກ້າວຕໍ່ໄປ ເພື່ອໃຫ້ໄດ້ ເຂົ້າຮ່ວມ ສປຊ


ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas (ກາງ) ໂອ້ລົມກັບທ່ານ Riad Malki ລັດຖະມົນຕີ ຕ່າງປະເທດ (ຊ້າຍ) ແລະທ່ານ Mansour (ຂວາ), ທູດພິເສດປະຈໍາສະຫະປະຊາຊາດ.
ວັນທີ 12 ພະຈິກ 2011.
ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas (ກາງ) ໂອ້ລົມກັບທ່ານ Riad Malki ລັດຖະມົນຕີ ຕ່າງປະເທດ (ຊ້າຍ) ແລະທ່ານ Mansour (ຂວາ), ທູດພິເສດປະຈໍາສະຫະປະຊາຊາດ. ວັນທີ 12 ພະຈິກ 2011.

ຄະນະ​ນໍາພາ​ຂອງ​ປາ​ແລ​ສ​ໄຕ​ນ໌ກໍາລັງ​ພິຈາລະນາ​ການ​ເຄື່ອນ​ໄຫວ​ໃນຂັ້ນ​ຕໍ່​ໄປ​ຂອງ​ພວກ​ເຂົາ​ເຈົ້າ​ເພື່ອ​ພະຍາຍາມ​ໃຫ້ໄດ້​ເປັນ​ສະມາຊິກ​ຂອງ​ອົງການ​ສະຫະ​ປະຊາຊຊາດ ຫລັງ​ຈາກ​ຄະນະ​ກໍາມາ​ທິການ​ຄະນະ​ນຶ່ງ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກໍາລັງ​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ Riyad Mansour ທູດ​ພິ​ເສດ​ປາ​ແລ​ສ​ໄຕ​ນ໌ ປະ​ຈໍາ​ສະຫະ​ປະຊາຊາດ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ທໍາ​ການ​ຕັດສິນ​ໃຈ​ຢ່າງ​ໄວ​ກ່ຽວ​ກັບ​ການ​ເອົາ​ບາດກ້າວ​ຕໍ່​ໄປ ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ທາງ​ການ​ປາ​ແລ​ສ​ໄຕ​ນ໌​ໄດ້​ຕັດສິນ​ໃຈ​ຢ່າງ​ແນ່​ວ​ແນ່​ເພື່ອ​ໃຫ້​ບັນລຸ​ໃນຄວາມ​ພະຍາຍາມ​ເພື່ອ​ໄດ້​ເຂົ້າ​ເປັນສະມາຊິກ ​ແລະ​ທ່ານ​ເຊື່ອ​ວ່າ ພວກເຂົາ​ເຂົ້າ​ຈະ​ປະສົບ​ກັບ​ຄວາມ​ສໍາ​ເລັດ​ໃນ​ເລື້ອງ​ນີ້.

ທ່ານ Mansour ກ່າວ​ເຊ່ນ​ນີ້​ໃນ​ວັນ​ສຸກ​ວານ​ນີ້​ໃນ​ເວລາ​ບໍ່​ດົນ​ຫລັງ​ຈາກຄະນະ​ກໍາມາ​ທິການ
ກໍາກັບ​ເລື້ອງ​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ລາຍ​ງານ​ສະບັບ
ນຶ່ງ​ທີ່​ກ່າວ​ວ່າ ​ໄດ້​ມີ​ຄວາມ​ເຫັນ​ພ້ອມ​ກັນ​ຢ່າງ​ເປັນ​ເອກກະສັນ​ໃນ​ບັນດາ15 ປະ​ເທດ​ສະມາ
ຊິກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄໍາ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກຂອງປາ​
ແລ​ສ​ໄຕ​ນ໌​ໃນ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ.

ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ຈະ​ພົບ​ປະ​ກັບ​ບັນດາ​ຜູ້ຕາງໜ້າ​
ຂອງ​ສັນນິບາດ​ຊາດ​ອາຫຣັບ​ໃນ​ສັບປະດາ​ນໜ້າ​ເພື່ອທໍາ​ການ​ໂອ້​ລົມ​ສົນທະນາ​ກັນກ່ຽວ​ກັບ​
ທາງ​ເລືອກ​ອື່ນໆ.

ພວກ​ປາ​ແລ​ສ​ໄຕ​ນ໌ມີ​ຫລາຍ​ທາງ​ເລືອກ ​ເຊ່ນ: ພວກ​ເຂົາ​ເຈົ້າ​ສາມາດຂໍຮ້ອງ​ໃຫ້​ປະ​ເທດ​ສະ
ມາຊິກ​ສະພາ​ຄວາມ​ໝັ້ນ​ຄົນ​ສະຫະ​ປະຊາ​ຊາດ​ປະ​ເທດ​ນຶ່ງ​ໃຫ້​ມີ​ການ​ລົງມະຕິ​ກັນ​ໃນ​ສະພາ​
ນັ້ນ. ແຕ​ເຖິງ​ຢ່າງ​ໃດ​ກໍ​ດີ ຖ້າພວກ​ເຂົາ​ເຈົ້າ​ໄດ້​ຊະນະ​ການ​ລົງມະຕິ​ໄດ້​ຮັບ​ສຽງ​ສະໜັບສະ
ໜຸນເຫັນ​ດີພໍນັ້ນ ສະຫະລັດ​ກ່າວ​ວ່າ ຕົນ​ຈະ​ໃຊ້​ສິດ​ຍັບ​ຍັ້ງ​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ.

ພວກ​ປາ​ແລ​ສ​ໄຕ​ນ໌ສາມາດ​ຮຽກຮ້ອງ​ເຊ່ນ​ກັນ​ໃຫ້​ສະມັດຊາ​ໃຫຍ່​ສະຫະປະຊາ​ຊາດ​ເລື່ອນ
ຖານະ​ຂອງ​ເຂົາ​ເຈົ້າ​ຂຶ້ນ ຊຶ່ງ​ຈະ​ຂະຫຍາ​ຍສະມັດຖະພາບ​ຂອງ​ເຂົາ​ເຈົ້າ​ເພື່ອ​ເຂົ້າ​ຮ່ວມ​ໃນ
ກິດຈະ​ກໍາ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ​ໄດ້.

XS
SM
MD
LG