ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມເອເປັກ ຕົກລົງເອົາ ບາດກ້າວຫລາຍຢ່າງ ເພື່ອສົ່ງເສີມ ການເຕີບໂຕ ຂອງເສດຖະກິດ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກໂອບາມາກ່າວຕໍ່ກອງປະຊຸມນັກຂ່າວໃນ
ລະຫວ່າງອັດກອງປະຊຸມສຸດຍອດກຸ່ມເອເປັກທີ່ລັດຮາວາຍ.
ວັນທີ 14 ພະຈິກ 2011.
ປະທານາທິບໍດີບາຣັກໂອບາມາກ່າວຕໍ່ກອງປະຊຸມນັກຂ່າວໃນ ລະຫວ່າງອັດກອງປະຊຸມສຸດຍອດກຸ່ມເອເປັກທີ່ລັດຮາວາຍ. ວັນທີ 14 ພະຈິກ 2011.



















ບັນດາ​ຜູ້​ນໍາ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ​ໄດ້​ຕົກລົງ​ກັນ​ເອົາ​ມາດ​ຕະການ​ຫລາຍ​
ຢ່າງ ​ເພື່ອ​ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງດ້ານ​ເສດຖະກິດ​ ​ຮວມທັງ​ການເຮັດ​ໃຫ້ກົດ​ລະ​ບຽບ
ການ​ຄ້າ​ງ່າຍ​ລົງ ແລະ​ຕັດ​ຄ່າ​ພາສີສິນຄ້າ​ພະລັງງານ​ສີຂຽວ​ນັ້ນ.

ປະທານາທິບໍດີ​ສະຫະລັດ ​ທ່ານ​ບາຣັກ​ ໂອ​ບາ​ມາ​ ໄດ້​ເປັນ​ເຈົ້າພາບ​ຮັບ​ຕ້ອນພວກ​ຜູ້​ນໍາ
ຈາກ 20 ປະ​ເທດ​ອື່ນໆ​ໃນ​ກອງ​ປະຊຸມສຸດ​ຍອດຂອງ​ສະພາ​ຮ່ວມ​ມື​ເສດຖະກິດ​ແຫ່ງ​ຂົງ
ເຂດ​ເອ​ເຊຍປາຊີ​ຟິກ​ໃນ​ວັນ​ອາທິດ​ວານ​ນີ້​ ທີ່​ລັດ​ຮາ​ວາຍ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຄວາມ​ຄືບ​ໜ້າ​ທີ່​ໄດ້​ບັນລຸ​ກັນທີ່ລັດ​ຮາ​ວາຍ​ໃນ​ວັນ​ອາທິດວານ​ນີ້
ຈະ​ສ້າງ​ໜ້າ​ວຽກ​ແລະ​ຮັກສາ​ໃຫ້​ສະຫະລັດ​ເຂົ້າ​ແຂ່ງ ຂັນ​ໄດ້ ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ
ວ່າ ການ​ເຮັດ​ໃຫ້​ເສດຖະກິດ​ຂອງສະຫະລັດ​ເຕີບ​ໂຕໄວ​ຂຶ້ນ​ນັ້ນ ​ແມ່ນ​ນຶ່ງ​ໃນ​ບັນດາ​ສິ່ງ​ທີ່​
ດີທີ່​ສຸດ​ທີ່ສະຫະ ລັດສາມ​າດ​ເຮັດ ເພື່ອ​ເສດຖະກິດ​ໂລກ​ໄດ້.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ “ບໍ່ມີຂົງເຂດອື່ນໃດທີ່ຈະກະທໍາໄດ້​ຫລາຍ​ໄປກວ່າ
ຂົງເຂດເອເຊຍເຊຍປາຊີຟິກ ເພື່ອຫລໍ່ຫລອມອະນາຄົດດ້ານເສດຖະກິດໄລ
ຍະຍາວຫລາຍຂອງພວກ​ເຮົາ​ນັ້ນ. ດັ່ງທີ່ຂ້າພະເຈົ້າ​ໄດ້​ກ່າວ​ແລ້ວ ສະຫະ
ລັດແມ່ນເປັນປະເທດໃນຂົງເຂດປາຊີຟິກແລະ​ກໍ​ຈະ​ເປັນ​ຕະຫລອດ​ໄປ. ພາຄີການຄ້າລະດັບສູງຂອງພວກເຮົາຫລາຍໆປະເທດແມ່ນຢູ່ໃນຂົງເຂດ
ນີ້. ເຂດນີ້ແມ່ນບ່ອນທີ່ພວກຂາຍສິນຄ້າສົ່ງອອກຂອງພວກເຮົາຊຶ່ງສະໜັບ
ສະໜຸນໜ້າວຽກສໍາລັບຄົນອາເມຣິກັນ ປະມານ 5 ລ້ານວຽກ.ເນື່ອງ​ຈາກ
ຂົງເຂດນີ້ ເປັນເຂດທີ່ມີການເສດຖະກິດເຕີບໂຕຂຶ້ນໄວທີ່ສຸດໃໂລກ ຂົງເຂດ
ເອເຊຍປາຊີ ຟິກ ແມ່ນ​ເປັນລູກກະແຈສໍາຄັນສໍາລັບບັນລຸເປົ້າໝາຍຂອງຂ້າ
ພະເຈົ້າໃນການເພີ່ມສິນຄ້າສົ່ງອອກຂຶ້ນເປັນສອງເທົ່າ.”

ໃນ​ຄໍາ​ປະກາດຂອງ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ພວກ​ເຂົາ​ເຈົ້ານັ້ນ ບັນດາ​ຜູ້​ນໍາ 21 ປະ​ເທດ
ສະມາຊິກ​ຂອງ​ກຸ່ມ​ເອ​ເປັກ​ກ່າວ​ວ່າ ບັດ​ນີ້​ຂົງ​ເຂດ​ນີ້ແມ່ນ​ເປັນ​ກອງໜ້າ​ສໍາລັບ​ການ​ເຕີບ​ໂຕ
ຂອງ​ໂລກ ຍ້ອນ​ຄວາມ​ຄືບໜ້າ​ທີ່​ໄດ້​ດໍາ​ເນີນມາ​ກ່ອນ​ແລ້ວ​ ໃນ​ການ​ຜູກ​ສາຍ​ພົວພັນ​ດ້ານ
ເສດຖະກິດ​ແລະ​ການ​ຄ້າ​ເສລີ​ ທີ່ໃກ້ຊິດ​ຂຶ້ນ​ນັ້ນ.

XS
SM
MD
LG