ລາຄາຮຸ້ນໃນຕະຫຼາດເອເຊຍຖີບໂຕສູງຂຶ້ນໃນວັນຈັນມື້ນີ້ ຫລັງຈາກມີ ຂ່າວດີຈາກອີຕາລີ
ກຣີສ ຈີນແລະຍີ່ປຸ່ນ.
ປາກົດວ່າພວກນັກລົງທຶນມີຄວາມຮູ້ສຶກໃນແງ່ດີ ທີ່ຄະນະນໍາພາໃໝ່ໃນອີຕາລີແລະກຣີສ
ຈະທໍາຄວາມຄືບໜ້າ ໃນການແກ້ໄຂວິກິດການໜີ້ສິນໃນຢູໂຣບນັ້ນ. ພວກຕະຫຼາດຮຸ້ນຍັງ
ຕອບສະໜອງໃນທາງບວກເຊ່ນກັນ ຕໍ່ລາຍງານສະບັບໃໝ່ທີ່ສະແດງໃຫ້ເຫັນວ່າການ
ເສດຖະກິດຂອງຍີ່ປຸ່ນໄດ້ຂະຫຍາຍໂຕອອກເປັນຄັ້ງທໍາອິດໃນຮອບ 4 ໄຕມາດຜ່ານມາ
ແລະພວກນັກວິເຄາະກ່າວວ່າ ເສດຖະກິດຂອງຈີນກໍໄດ້ຕອບສະໜອງໃນທາງບວກຕໍ່ນະ
ໂຍບາຍຕ່າງໆທີ່ມີເຈດຕະນາເພື່ອລົດຜ່ອນການໃຫ້ເງິນກູ້ຢືມ ອັດຕາເງິນເຟີ້ຕໍ່າ ແລະ
ຄວບຄຸມລາຄາຊັບສິນນັ້ນ.
ດັດຊະນິຮຸ້ນ Hang Seng ທີ່ຮົງກົງໄດ້ເພີ່ມຂຶ້ນເກືອບ 2 ເປີເຊັນ ກ່ອນຕະຫຼາດອັດລົງ
ໃນຂະນະທີ່ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນເພີ່ມຂຶ້ນ 1 ເປີເຊັນ ເວລາຕະຫຼາດອັດ.
ສໍານັກງານຄະນະລັດຖະບານຍີ່ປຸ່ນໄດ້ເປີດເຜີຍລານງານຂັ້ນຕົ້ນສະບັບນຶ່ງ ທີ່ສະແດງ
ໃຫ້ເຫັນວ່າເສດຖະກິດຂອງຍີ່ປຸ່ນ ຊຶ່ງເປັນເສດຖະກິດທີ່ໃຫຍ່ອັນດັບສາມຂອງໂລກໄດ້
ເຕີບໂຕຂຶ້ນໃນອັດຕາ 6 ເປີເຊັນຕໍ່ປີ ໃນໄລຍະເດືອນກໍລະກົດຫາເດືອນກັນຍາຜ່ານມາ
ໂດຍໄດ້ຮັບການຊຸກຍູ້ຈາກສິນຄ້າສົ່ງອອກ ຊຶ່ງນັບວ່າເປັນຂ່າວດີຄັ້ງທໍາອິດສໍາລັບເສດ
ຖະກິດຍີ່ປຸ່ນ ນັບແຕ່ໄພຫາຍຍະນະແຜ່ນດິນໄຫວແລະຄື້ນຟອງສຸນາມິປະທະໃນເດືອນ
ມີນາຜ່ານມານັ້ນ.