ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກສະໜັບສະໜຸນ ປ. Assad ບຸກ ສະຖານທູດ ຂອງຊາອູດີອາຣາເບຍ ແລະກາຕາ


ພວກສະໜັບສະໜຸນລັດຖະບານຊີເຣຍ ຫລາຍພັນຄົນ ເດີນຂະບວນ ສະແດງການສະໜັບສະໜຸນລັດຖະບານ ທີ່ກຸງ Damascus,
ວັນທີ13 ພະຈິກ, 2011.
ພວກສະໜັບສະໜຸນລັດຖະບານຊີເຣຍ ຫລາຍພັນຄົນ ເດີນຂະບວນ ສະແດງການສະໜັບສະໜຸນລັດຖະບານ ທີ່ກຸງ Damascus, ວັນທີ13 ພະຈິກ, 2011.

ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ລັດຖະບານ​ຊີ​ເຣຍ​ ໄດ້ບຸກລຸກ​ເຂົ້າ​ໄປ​ໃນ​ສະຖານທູດ​ຊາ​ອູ​ດີ​ອາຣາ​ເບຍ ​
ແລະ​ສະຖານທູດ​ Qatar ​ໃນ​ນະຄອນຫລວງ Damascus ສະ​ແດງ​ຄວາມ​ໂກດ​ແຄ້ນ​ທີ່ທັງ
2 ປະເທດສະໜັບສະ​ໜຸນການ​ຕັດສິນ​ໃຈ​ຂອງ​ສັນນິບາດ​ຊາດ​ອາຫຣັບ ທີ່​ງົດ​ການ​ເປັນສະມາ
ຊິກ​ຂອງ​ຊີ​ເຣຍ​ໄວ້​ເປັນ​ການ​ຊົ່ວຄາວ​ ຍ້ອນ​ສາ​ເຫດ​ທີ່​ຊີ​ເຣຍຍັງ​ສືບ​ຕໍ່​ທໍາການ​ປາບ​ປາມ​ຢ່າງ ​
ນອງ​ເລືອດ​ຕໍ່​ການ​ລຸກ​ຮື​ຂຶ້ນ​ຂອງຝ່າຍ​ທີ່ຄັດຄ້ານ​ລັດຖະບານ​ນັ້ນ.

ຊາ​ອູ​ດີ​ອາຣາ​ເບຍ​ໄດ້​ປະນາມ​ການ​ບຸກລຸກສະຖານທູດ​ຂອງ​ຕົນ​ໃນ​ວັນ​ເສົາ​ວານ​ນີ້​ ທີ່​ນະຄອນ
ຫລວງ​ຂອງ​ຊີ​ເຣຍນັ້ນ ແລະກ່າວ​ວ່າ ຕົນ​ຖື​ວ່າ​ກຸງ Damascus ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ເລື້ອງ​ນີ້
ແລະສໍາລັບ​ຄວາມ​ປອດ​ໄພຂອງ​ຜົນ​ປະ​ໂຫຍ​ດທັງ​ໝົດຂອງ​ຊາ​ອູ​ດີ​ອາຣາ​ເບຍ​ ໃນ​ຊີ​ເຣຍນັ້ນ.
ອົງການ​ຂ່າວທາງ​ການ​ຂອງ​ຊາ​ອູ​ດີ​ອາຣາ​ເບຍ ກ່າວ​ວ່າ ພວກ​ຕໍ່ຕ້ານ​ສັນນິບາດ​ຊາດ​ອາຫຣັບ
ພາກັນ​ແກວ່ງ​ກ້ອນ​ຫິນ​ໃສ່​ຕຶກສະຖານທູດ ທັບ​ປ່ອງຢ້ຽມ​ ແລະ​ຊອກ​ຄົ້ນ​ໄປ​ທົ່ວ​ພວກ​ຫ້ອງ
ການ​ຕ່າງໆ. ຝູງ​ຊົນ​ຈໍານວນຫລາຍກຸ່ມ​ນຶ່ງກໍ​ໄດ້​ພາກັນໂຮມຊຸມນຸມຢູ່​ຂ້າງ​ນອກ​ສະຖານທູດ
Qatar ​ເຊ່ນ​ກັນ​ ແລະ​ບຸກລຸກ​ຜ່ານປະຕູ​ໃຫຍ່​ເຂົ້າ​ໄປໃນ​ສະຖານທູດ.

ສື່​ມວນ​ຊົນແຫ່ງ​ລັດ​ຂອງ​ຊີ​ເຣຍກ່າວ​ວ່າ ພວກ​ສະໜັບສະ​ໜຸນ​ລັດຖະ ບານຫລາຍ​ພັນ​ຄົນ​ໄດ້​
ເຕົ້າ​ໂຮມ​ກັນ​ຢູ່​ໃນ​ນະຄອນຫລວງ Damascus, ​ເມືອງ Aleppo​, ​ເມືອງ Lattakia ​ແລະ​
ຫົວ​ເມືອງ​ອື່ນໆໃນ​ວັນ​ເສົາ​ວານ​ນີ້​ ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່​ການ​ລົງມະຕິ​ຂອງ​ສັນນິບາດ​ຊາດ
ອາຫຣັບ ຊຶ່ງມີ​ຂຶ້ນ​ໃນ​ຕອນ​ເຊົ້າ​ນັ້ນ. ພວກ​ປະ​ທ້ວງ​ຫລາຍ​ຄົນ​ພາກັນ​ໂບກ​ທຸງຊາດ​ຊີ​ເຣຍ
ແລະ​ຖື​ຮູບ​ພາບ​ຂອງ​ປະທານາ​ທິບໍດີ Bashar al-Assad.

ສັນນິບາດ​ຊາດ​ອາຫຣັບ​ໄດ້​ລົງມະຕິ​ງົດ​ການເປັນ​ສະມາຊິກ​ຂອງ​ຊີ​ເຣຍເລີ່​ມ​ຕັ້ງ​ແຕ່​ວັນ​ພຸດ​ໜ້າ​ນີ້
ເປັນ​ຕົ້ນ​ໄປ ຖ້າ​ຫາກລັດຖະບານ​ຂອງ​ທ່ານ Assad ຍັງ​ສືບ​ຕໍ່​ບໍ່​ເອົາ​ຫົວຊາ​ນໍາ​ແຜນການ​ຂອງ​
ສັນນິບາດຊາດ​ອາຫຣັບ ທີ່​ຮຽກຮ້ອງ​ໃຫ້​ລັດຖະບານ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນກັບ​ຝ່າຍ​
ຄ້ານ​ແລະ​ໃຫ້​ຍຸດຕິ​ການ​ປາບ​ປາມ​ທີ່​ຮຸນ​ແຮງ​ຕໍ່​ພວກ​ຝ່າຍ​ຄ້ານ​ທີ່​ໄດ້​ທໍາ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດ
ຖະບານ​ມາ​ໄດ້ 8 ​ເດືອນ​ແລ້ວ​ນັ້ນ.

ຊີ​ເຣຍ​ໄດ້​ເຊັນ​ຮັບ​ເອົາ​ແຜນການ​ດັ່ງກ່າວ​ໃນ​ວັນ​ທີ 2 ພະຈິກ​ນີ້ ແຕ່ຄວາມ​ຮຸນ​ແຮງ​ໄດ້​ເພີ່ມ
ທະວີ​ຂຶ້ນ ​ໂດຍ​ມີ​ປະຊາຊົນ​ຫລາຍ​ກວ່າ 100 ຄົນ​ໄດ້​ເສຍ​ຊີວິດ​ ໃນ​ການ​ໂຈມ​ຕີ​ຂອງ​ພວກ​ກໍາ
ລັງ​ຮັກສາ​ຄວາມ​ສະຫງົບ​ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ Assad ​ແລະ​ໃນ​ການສູ້​ລົບ​ກັນຢ່າງ
ນອງ​ເລືອດ​ລະຫວ່າງ​ພວກ​ທະຫານ​ໃນ​ກອງທັບ​ຊີ​ເຣຍ​ແລະ​ທະຫານ​ທ່ີ​ໂຕນ​ໜີ​ຈາກ​ລັດຖະ
ບານ​ນັ້ນ.

ການ​ລົງ​ມະຕິ​ຂອງ​ສັນນິບາດ​ຊາດ​ອາຫຣັບ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ສະຫະປະຊາ​ຊາດ ພ້ອມ
ທັງ​ຈາກ​ສະຫະລັດ​ແລະ​ອັງກິດ. ທ່ານ​ພັນກິ​ມູນເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ເອີ້ນ​ການ
ເຄື່ອນ​ໄຫວ​ຂອງ​ສັນນິບາດ​ຊາດ​ອາຫຣັບວ່າ ​ແຂງ​ແຮງ​ແລະ​ກ້າຫານ ​ແລະ​ສະ​ແດງ​ຄວາມ​ຍິນ
ດີນໍາ​ເຈດ​ຕະນາ​ຂອງ​ສັນນິບາດ​ ທີ່​ອໍານວຍ​ໃຫ້ການ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ​ຊີ​ເຣຍນັ້ນ.
ທ່ານພັນ​ກິ​ມູນກ່າວ​ຕື່ມ​ວ່າ ປະຊາ​ຄົມ​ໂລກ​ຕຽມ​ພ້ອມທີ່​ຈະ​ໃຫ້ການ​ຊ່ອຍ​ເຫລືອທີ​ພົວພັນ​ກັບ​
ເລື້ອງ​ນີ້​ ຍາມ​ໃດ​ມີ​ການ​ຂໍ​ຮ້ອງ​ມາ​ນັ້ນ.

XS
SM
MD
LG