ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເມັກຊິໂກຂໍຮ້ອງຄວາມຊ່ວຍເຫລືອ ຈາກພວກນັກຊ່ຽວຊານດ້ານການບິນ ຂອງສະຫະລັດແລະຝຣັ່ງ


ພວກທະຫານຢືນຍາມຂະນະທີ່ຕໍາຫລວດຫາມສົບຜູ້ເຄາະຮ້າຍຄົນນຶ່ງຍ້ອນເຮືອບິນເຮລີຄອບເຕີຕົກທີ່ໄດ້ເອົາຊີວິດລັດຖະ ມົນຕີກະຊວງພາຍໃນໄປນັ້ນ.
ວັນທີ 13 ພະຈິກ 2011
ພວກທະຫານຢືນຍາມຂະນະທີ່ຕໍາຫລວດຫາມສົບຜູ້ເຄາະຮ້າຍຄົນນຶ່ງຍ້ອນເຮືອບິນເຮລີຄອບເຕີຕົກທີ່ໄດ້ເອົາຊີວິດລັດຖະ ມົນຕີກະຊວງພາຍໃນໄປນັ້ນ. ວັນທີ 13 ພະຈິກ 2011

ທາງ​ການ​ເມັກ​ຊິ​ໂກ​ໄດ້​ຂໍ​ຮ້ອງ​ພວກ​ນັກ​ຊ່ຽວຊານ​ດ້ານ​ການບິນ​ສະຫະລັດ​ແລະ​ຝຣັ່ງ ​ໃຫ້ຊ່ອຍ​
ທໍາ​ການ​ສືບສວນເລື້ອງເຮືອບິນ​ເຮ​ລີ​ຄອບ​ເຕີ​ລໍາ​ນຶ່ງ​ຕົກ ທີ່​ໄດ້​ເຮັດ​ໃຫ້​ທ່ານ Francisco
Blake Mora ລັດຖະມົນຕີ​ກະຊວງ​ພາຍ​ໃນ​ເສຍ​ຊີວິດ ຊຶ່ງ​ເປັນ​ບຸກຄົນ​ສໍາຄັນ​ໃນ​ການ​ປາບ
ປາມ​ກຸມ​ຄ້າ​ຢາ​ເສບ​ຕິດ​ທີ່​ຜິດ​ກົດໝາຍ​ຂອງ​ປະ​ເທດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ໂມຣາ ​ໄດ້​ເສຍ​ຊີວິດ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ຂະນະ​ທີ່​ພວມ​ເດີນ
ທາງ ​ໃນ​ລະຫວ່າງ​ນະຄອນ​ຫລວງ​ເມັກ​ຊິ​ໂກ​ຊີ​ຕີ​ແລະ​ລັດ Morelos.

ປະທານາທິບໍດີ Felipe Calderon ​ແຫ່ງ​ເມັກ​ຊິ​ໂກ​ກ່າວ​ວ່າ ​ເຮືອບິນເຮ​ລີ​ຄອບ​ເຕີ​ຕົກ​ໃນ
ສະພາບ​ດິນ​ຟ້າ​ອາກາດ​ທີ່​ມີ​ໝອກ​ກົ້ວ ​ແລະ​ອາດ​ຈະ​ເປັນ​ອຸບັດ​ເຫດ​ກໍ​ເປັນ​ໄດ້. ​ເຖິງ​ຢ່າງ​ໃດ​
ກໍ​ດີ ປະທານາທິບໍດີ Calderon ກ່າວ​ວ່າ ​ເວລາ​ນີ້​ກໍາລັງ​ທໍາ​ການ​ສືບສວນ​ຫາ​ສາ​ເຫດ​ທັງ​
ໝົດທີ່​ອາດ​ຈະ​ໄປ​ໄດ້.

ຜູ້​ຄົນ​ຕື່ມ​ອີກ 7 ຄົນ​ຢູ່​ໃນ​ເຮືອບິນ​ລໍາ​ນີ້​ກໍ​ໄດ້​ເສຍ​ຊີວິດ​ໄປ​ເຊ່ນ​ກັນ.

ທ່ານ Blake Mora ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະມົນຕີ​ພາຍ​ໃນ​ ເມື່ອ​ເດືອນ​ກໍລະກົດ​ປີ
ແລ້ວ​ນີ້ ​ແລະ​ໄດ້​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຄົນທີ​ສອງ​ ທີ່​ໄດ້​ເສຍ​ຊີວິດ​ໄປ​ຍ້ອນ​ອຸບັດ​
ເຫດ​ເຮືອບິນ​ຕົກ​ພາຍ​ໃຕ້​ການ​ປົກຄອງ​ຂອງ​ປະທານາທິບໍດີ Calderon ນັ້ນ.

ໃນ​ເດືອນ​ພະຈິກ​ປີ 2008 ທ່ານ Juan Camilo Mourino ກໍ​ໄດ້​ເສຍຊີວິດ​ຍ້ອນ​ເຮື້ອ​ບິນ
ຕົກ. ​ເຖິງ​ແມ່ນ​ມີ​ການ​ວິພາກ​ວິ​ຈາກ​ກັນ​ແຜ່​ຫລາຍ​ທີ່​ວ່າ​ເຮືອບິນ​ຕົກນີ້​ແມ່ນ​ເກີດ​ຈາກ​ການ​
ບ່ອນ​ທໍາລາຍ​ກໍ​ຕາມ​ ແຕ່ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ໄດ້​ຖິ້ມ​ໂທດ​ໃສ່​ຄວາມ​ຜິດພາດ
ຂອງ​ນັກ​ບິນ.

XS
SM
MD
LG