ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ກຸ່ມປົກປ້ອງສິດທິມະນຸດ ແລະຝ່າຍຄ້ານ ຮຽກຮ້ອງ ໃຫ້ສັນນິບາດອາຫຣັບ ປົດຊີເຣຍອອກ


U.S. President Barack Obama, first lady Michelle Obama and their daughter Malia watch a game as they participate in the 135th annual Easter Egg Roll on the South Lawn of the White House in Washington.

ກຸ່ມ​ປົກ​ປ້ອງ​ສິດທິ​ກຸ່ມ​ນຶ່ງ​ແລະ​ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ສັນ​ນິບາດ
​ຊາດ​ອາຫຣັບງົດການ​ເປັນ​ສະມາຊິກ​ຂອງ​ສັນນິບາດ​ໄວ້​ເປັນ​ການ​ຊົ່ວຄາວ​ ຫລັງ​ຈາກ​ເກີດ​
ຄວາມ​ວຸຸ້ນວາຍ​ຕໍ່ຕ້ານ​ລັດຖະບານ ທີ່ມີ​ການ​ກະ​ປະມານ​ກັນ​ວ່າປະຊາຊົນ ​ຈໍານວນ​ຫລາຍ​
ກວ່າ 3 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ນັ້ນ. ຕໍ່ໄປນີ້ ເຮົາຈະພິດຈາລະນາເບິ່ງຄວາມ​ສໍາພັນ​ຊອງ
​ຊີ​ເຣຍກັບ​ສັນ​ນິບາດຊາດ​ອາຫຣັບ ແລະລໍາດັບເຫດການກ່ຽວພັນກັນ:

- ການ​ງົດການ​ເປັນ​ສະມາຊິກ​ຂອງ​ຊີ​ເຣຍ​ໄວ້​ເປັນ​ການ​ຊົ່ວຄາວ​ ຈະ​ບໍ່​ມີ​ຜົນ​ກະທົບ​ໂດຍ​ກົງ
​ຕໍ່​ຊີ​ເຣຍ ພຽງ​ແຕ່​ຈະ​ໂດດດ່ຽວ​ຊີ​ເຣຍ ​ຈາກ​ປະຊາ​ຄົມນາໆ ​ຊາດ.

- ໃນ​ເດືອນຕຸລາ​ຜ່ານ​ມາ​ນີ້ ສັນ​ນິບາດ​ຊາດ​ອາຫຣັບ​ໄດ້​ພິຈາລະນາ​ຂໍ້​ສະ​ເໜີຂໍ້​ນຶ່ງ​ຈາກ 6
ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ​ເພື່ອ​ງົດ​ການ​ເປັນ​ສະມາຊິກ​ຂອງ​ຊີ​ເຣຍນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ
ມີ​ຄວາມ​ແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງໃນ​ບັນດາ​ປະ​ເທດ​ສະມາ​ຊິກຂອງ​ສັນນິບາດ​ຊາດ​
ອາຫຣັບດ້ວຍ​ກັນ​ນັ້ນ ທີ່​ຂັດຂວາງ​ບໍ່​ໃຫ້​ຮັບຮອງ​ເອົາ​ມາດ​ຕະການ​ດັ່ງກ່າວ​ນີ້.

- ຕົກ​ມາໃນ​ເດືອນ​ພະຈິກນີ້ ຊີ​ເຣຍ​ໄດ້​ຮັບ​ເອົາ​ແຜນການ​ຂອງ​ສັນນິບາດຊາດ​ອາຫຣັບ ທີ່​
ມີ​ວັດຖຸ​ປະສົງ​ເພື່ອຍຸດຕິ​ຄວາມ​ຮຸນ​ແຮງ​ ທີ່​ໄດ້ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຈໍານວນ​ຫລວງ
ຫລາຍ​ຈາກ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ທີ່​ໄດ້​ລະບາດ​ຂຶ້ນ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນັ້ນ.
ຂໍ້​ຕົກລົງ​ດັ່ງກ່າວຮຽກຮ້ອງ​ໃຫ້​ລັດຖະບານ​ຊີ​ເຣຍ ຖອນ​ກໍາລັງ​ຮັກສາ​ຄວາມ​ສະຫງົບ​ຂອງ
​ຕົນ​ອອກ​ຈາກ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ ພ້ອມ​ທັງ​ໃຫ້​ປ່ອຍ​ພວກ​ນັກ​ໂທ​ດການ​ເມືອງ
​ແລະ​ໃຫ້​ເລີ້ມ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ພວກ​ຝ່າຍ​ຄ້ານ. ​ແຕ່​ພວກ​ນັກ​ເຄື່ອນ​ໄຫວ​
ຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຍັງ​ສືບ​ຕໍ່​ທໍາ​ການ​ເຂັ່ນຂ້າ​ພວກ​ຝ່າຍ
​ຄ້ານ​ຢູ່​ຕໍ່​ມາ.

- ສັນ​ນິບາດ​ຊາດ​ອາຫຣັບ ປັດຈຸບັນ​ມີ 22 ປະ​ເທດ​ເປັນ​ສະມາຊິກ. ສັນນິບາດ​ດັ່ງກ່າວ​ໄດ້​
ຖືກ​ກໍ່​ຕັ້ງ​ຂຶ້ນ​ມາ​ໃນ​ປີ 1945 ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ເສີມສ້າງສາຍ​ພົວພັນ​ທາງ​ດ້ານ​ການ
​ເມືອງ​ແລະ​ເສດຖະກິດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ໃນ​ບັນດາ​ປະ​ເທດ​ສະມາ​ຊິດ​ນໍາ​ກັນ. ຊີ​ເຣຍ​ແມ່ນ
​ເປັນ​ນຶ່ງ​ໃນ​ບັນດາ 6 ປະ​ເທດ​ສະມາຊິກກໍ່​ຕັ້ງ​ ຂອງສັນນິບາດ​ນີ້​.

XS
SM
MD
LG