ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສື່ຂອງຈີນ ຕໍາໜິຕິຕຽນ ຄໍາຖະແຫລງຂອງທ່ານໂອບາມາ ກ່ຽວກັບເງິນຕາຂອງຈີນ


ທ່ານເຫວິ້ນເຈຍບາວ ນາຍົກລັດຖະມົນຕີຈີນ.
ວັນທີ 15 ພະຈິກ 2011.
ທ່ານເຫວິ້ນເຈຍບາວ ນາຍົກລັດຖະມົນຕີຈີນ. ວັນທີ 15 ພະຈິກ 2011.

ທີ່​ປະ​ເທດຈີນ ​ສື່ແຫ່ງ​ລັດໄດ້​ຕໍາ​ໜິຕິຕຽນ​ຖ້ອຍ​ຖະ​ແຫລ​ງຂອງ​ປະທານາທິບໍດີ ​ບາຣັກ​
ໂອ​ບາ​ມາ ​ແຫ່ງ​ສະຫະລັດ​ກ່ຽວ​ກັບ​ນະ​ໂຍບາຍ​ເງິນຕາ​ຂອງ​ກຸງປັກ​ກິ​ງ ​ໂດຍ​ກ່າວ​ຫາ​ທ່ານ
ໂອ​ບາ​ມາ​ວ່າ ​ຖິ້ມ​ໂທດ​ເລື້ອງ​ບັນຫາ​ເສດຖະກິດ​ຂອງ​ປະ​ເທດ​ຂອງ​ທ່ານ​ເອງ ໃສ່​ຈີນ.

ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການຈີນ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ໂອ​ບາ​ມາ​ໃຊ້​ເລື້ອງ​
ນີ້​ເພື່ອ​ດຶງ​ດູດ​ເອົາ​ສຽງ​ສະໜັບສະໜຸນ. ຊີ​ນຫົວເວົ້າຕໍ່​ໄປ​ວ່າ ການ​ບັງຄັບ​ໃຫ້​ເງິນ​ຢວນປັບ
ຄ່າສູງຂຶ້ນໄວ​ກ່ວາ​ນີ້ ​ຈະເຮັດ​ໃຫ້ ​ພວກ​ບໍລິສັດ​ຈີນລົ້ມ​ລະລາຍ​ ໂດຍ​ບໍ່​ແກ້​ໄຂບັນຫາ​ການ
ຂາດ​ດຸນ​ການຄ້າ ​ຂອງ​ສະຫະ​ລັດ​ກັບ​ຈີນ​ນັ້ນ ​ແຕ່​ຢ່າງ​ໃດ.

ທ່ານ​ໂອ​ບາ​ມາໄດ້ກ່າວ​ຕໍ່​ກອງ​ປະຊຸ​ມສຸດ​ຍອດ​ຂອງ​ສະພາ​ຮ່ວມ​ມື​ເສດຖະກິດ​ແຫ່ງ​ຂົງ​
ເຂດ​ເອ​ເຊຍ​ປາຊີ​ຟິກທີ່​ລັດ​ຮາ​ວາຍ​ວ່າ ຈີນ​ບໍ່​ໄດ້​ດໍາ​ເນີນ​ການພຽງພໍ​ເພື່ອ​ປ່ອຍ​ໃຫ້​ເງິນ​
ຢວນ​ເງິນຕາ​ຂອງ​ຕົນ ​ປັບ​ໂຕ​ຂຶ້ນເຖິງ​ລະດັບ​ຄ່າ​ໃນ​ທ້ອງ​ຕະຫຼາດ​ ທີ່​ຍຸດຕິ​ທໍານັ້ນ ຊຶ່ງ
ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ກຸງ​ປັກ​ກິ​ງຈະ​ຕ້ອງ​ດໍາ​ເນີນ​ການ​ຢ່າງ​ມີຄວາ​ມຮັບຜິດຊອບ​
ຫລາຍ​ຂຶ້ນ ​ແລະ​ແກ້​ໄຂ​ຄວາມ​ບໍ່​ກໍ້າ​ເກິ່ງ​ກັນໃນ​ດ້ານ​ການ​ຄ້າ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ກ່າວ​ຫາ​ຈີນ​ມາ​ເປັນ​ເວລາ​ດົນ​ນານ​ທີ່​ວ່າ​ຈີນ​ຮັກສາ​ຄ່າ​ເງິນ
ຕາ​ຂອງ​ຕົນ​ ຕໍ່າ​ກວ່າ​ລາຄາ​ໃນ​ທ້ອງ​ຕະຫຼາດ ອັນ​ເປັນ​ນະ​ໂຍບາຍ​ທີ່​ມີ​ສ່ວນ​ເຮັດ​ໃຫ້​ສະ
ຫະລັດ​ຂາດ​ດຸນ​ການ​ຄ້າ​ກັບ​ຈີນ​ ເປັນ​ຈໍານວນ​ຫລາຍ​ກວ່າ 270 ຕື້​ໂດ​ລາ​ໃນ​ປີ 2010
ນັ້ນ.

ໃນ​ເດືອນ​ແລ້ວ​ນີ້ ສະພາ​ສູງ​ສະຫະລັດ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ເພື່ອເກັບ​ພາສີ​
ລົງ​ໂທດ​ຕໍ່​ພວກ​ສິນຄ້ານໍາ​ເຂົ້າຈາກ​ຈີນ ຖ້າ​ຈີນ​ບໍ່​ປັບຄ່າ​ເງິນ​ຢວນຂອງ​ຕົນ​ຄືນ​ໃໝ່​.

XS
SM
MD
LG