ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ.ໂອບາມາ ກ່າວວ່າ ຄົນອາເມຣີກັນ ໃກ້ຈະໝົດ ຄວາມອົດທົນ ກັບຈີນແລ້ວ


ປະທານາທິບໍດີໂອບາມາຈັບມືກັບທ່ານຫູຈິນເຖົາ ປະທານປະເທດຈີນ
ທີ່ກອງປະຊຸມກຸ່ມເອເປັກທີ່ນະຄອນໂຮໂນລູລູ, ລັດຮາວາຍ.
ວັນທີ 13 ພະຈິກ 2011.
ປະທານາທິບໍດີໂອບາມາຈັບມືກັບທ່ານຫູຈິນເຖົາ ປະທານປະເທດຈີນ ທີ່ກອງປະຊຸມກຸ່ມເອເປັກທີ່ນະຄອນໂຮໂນລູລູ, ລັດຮາວາຍ. ວັນທີ 13 ພະຈິກ 2011.



















ປະທານາທິບໍດີສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ ​ໄດ້​ກ່າວ​ຕໍ່​ທ່ານ​ຫູ​ຈິນ​ເຖົາປະທານ​ປະ​ເທດ​ຈີນ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຄົນ​ອາ​ເມຣິກັນ​ກໍາລັງ​ມີ​ຄວາມເຫລືອ​ອົກ​ເຫລືອ​ໃຈ​ແລະ​ຂາດ​ຄວາມ​ອົດທົນ​ຫລາຍ​ຂຶ້ນ​ເລື້​ອຍໆ​ນໍາການປ່ຽນ​ແປງ​ທີ່​ດໍາ​ເນີນ​ໄປ​ຢ່າງ​ຊ້າ​ໆໃນ​ນະ​ໂຍບາຍ​ດ້ານ​ເສດຖະກິດ​ຂອງ​ກຸງປັກ​ກິ​ງນັ້ນ.

ໃນ​ການພົບ​ປະໂອ້​ລົມກັນ​ກັບ​ຜູ້​ນໍາ​ຈີນ​ທີ່​ນະຄອນ​ໂຮ​ໂນ​ລູລູ ກ່ອນກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ​ຂອງສະພາ​ຮ່ວມ​ມື​ເສດຖະກິດ​ແຫ່ງ​ຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ ຫລື ເອ​ເປັກ ນັ້ນ ທ່ານ​ໂອ​ບາ​ມາ​ເອີ້ນ​ການ​ຮ່ວມ​ມື​ກັບ​ຈີນ​ວ່າສໍາຄັນ​ຫລາຍ.

ສ່ວນທ່ານ​ຫູ​ຈິນ​ເຖົາ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ​ເຊ່ນ​ກັນ ແຕ່ກ່າວ​ຕື່ມ​ວ່າ ທັງ​ສອງ​ປະ​ເທດ​ກໍ​ຈະ​ຕ້ອງ​ນັບຖື​ຄວາມ​ເປັນຫ່ວງ​ທີ່​ສໍາຄັນ​ຂອງ​ກັນ​ແລະ​ກັນ ​ແລະ​ດໍາ​ເນີນ​ການ​ແກ້​ໄຂ​ບັນຫາ​ທີ່​ຫລໍ່​ແຫລມຕ່າງໆ​ ຢ່າງ​ເໝາະ​ສົມ.ໃນ​ລະຫວ່າງ​ການ​ພົບ​ປະ​ກັບ​ພວກ​ຫົວໜ້າ​ບໍລິຫານ​ທຸລະ​ກິດ​ໃນ​ວັນ​ເສົາວານ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ຍົກ​ຫົວ​ຂໍ້​ຕ່າງໆ​ອອກ​ມາ​ ນັບ​ແຕ່​ເລື້ອງ​ການ​ປົກ​ປ້ອງ​ຊັບ​ສິນ​ດ້ານ​ສະຕິ​ປັນຍາ​ ໄປ​ຫາ​ເລື້ອງ​ການ​ເອົາ​ບາດກ້າວ​ຕື່ມ​ອີກ ເພື່ອ​ອໍານວຍ​ໃຫ້​ເງິນຕາ​ຂອງ​ຈີນ​ປັບຄ່າ​ຂຶ້ນນັ້ນ.

XS
SM
MD
LG