ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາວະເສດຖະກິດຕົກຕໍ່າ ໃນສະຫະລັດແລະຢູໂຣບ ສົ່ງຜົນກະທົບຕໍ່ ໂຕເລກທາງເສດຖະກິດ ໃນເອເຊຍ


ທ່ານນາງ Christine Lagarde ຫົວໜ້າບໍລິຫານກອງທຶນສາກົນ ກ່າວຕໍ່ກອງປະຊຸມນັກຂ່າວທ່ີກຸງມອສກູ, ຣັດເຊຍ.
ວັນທີ 8 ພະຈິກ2011.
ທ່ານນາງ Christine Lagarde ຫົວໜ້າບໍລິຫານກອງທຶນສາກົນ ກ່າວຕໍ່ກອງປະຊຸມນັກຂ່າວທ່ີກຸງມອສກູ, ຣັດເຊຍ. ວັນທີ 8 ພະຈິກ2011.
























ຄວາມ​ຮຽກຮ້ອງ​ຕ້ອງການສິນຄ້າ​ທີ່​ຕົກ​ຕໍ່າລົງ​ໃນ​ສະຫະລັດ ​ແລະ​ຢູ​ໂຣບ ໄດ້​ຖືກ​ຖິ້ມ​ໂທດ​
ໃສ່​ວ່າ ເປັນຕົ້ນ​ເຫດ​ຂອງ​ຕົ​ວ​ເລກທາງ​ເສດຖະກິດ​ທີ່​ໜ້າຜິດ​ຫວັງ​ທີ່​ປາກົດ​ອອກ​ມາ​ຕິດ​ຕໍ່ກັນ​
ທົ່ວ​ຂົງ​ເ​ຂດເອ​ເຊຍໃນ​ວັນ​ພະຫັດ​ມື້​ນີ້.

ປະ​ເທດຈີນ​ລາຍ​ງານ​ວ່າ ສິນຄ້າ​ສົ່ງ​ອອກ​ຂອງ​ຕົນໄດ້​ຕົກ​ຮວບ​ລົງ ​ໃນ​ຂະນະ​ທີ່ຍີ່ປຸ່ນກໍ​ລາຍ​ງານເຖິງ​ການ​ຕົກຕໍ່າລົງ​ຫລາຍ​ກວ່າ​ຄາດໝາຍ​ໃນ ປະລິ​ມານ​ການ​ສັ່ງ​ຊື້​ເຄື່ອງຈັກ​ເຄື່ອງຍົນ ຊຶ່ງ​ເປັນ​ເຄຶ່ອງຊີ້​ບອກ​ລະດັບ​ນໍາ​ໜ້າ​ຂອງ​ການໃຊ້​ຈ່າຍ​ຂອງ​ບໍລິສັດ. ​ໃນ​ຂະນະ​ດຽວ​ກັນ ອອສ​ເຕຣ​ເລຍ​ກໍ​ເວົ້າວ່າ ອັດຕາພວກນັກ​ທ່ອງ​ທ່ຽວ​ເຂົ້າມາ​ຍັງ​ອອສ​ເຕຣ​ເລຍ​ກໍ​ຕົກ​ຕໍ່າລົງ​ຢ່າງ​ໄວຈາກ​ສະຖິຕິ​ຂອງ​ປີຜ່ານມາ​ໄລຍະ​ດຽວ​ກັນ​ນີ້.

ລາຍ​ງານເຫລົ່າ​ນີ້ແມ່ນ​ມີ​ຂຶ້ນພຽງ​ມື້​ນຶ່ງ​ຫລັງ​ຈາກ​ທ່ານ​ນາງ Christine Lagarde ຜູ້​ອໍານວຍ​ການ​ກອງ​ທຶນ​ສາກົນ IMF ​ໄດ້ກ່າວເຕືອນ​ທີ່​ນະຄອນຫລວງ​ປັກ​ກິ່ງວ່າ ຂົງ​ເຂດ​ເອ​ເຊຍ​ຈະ​ບໍ່​ພົ້ນ​ຈາກ​ຄວາມ​ສ່ຽງຕໍ່ສະພາວະ​ເສດຖະກິດຕົກ​ຕໍ່າ​ລົງ​ຢ່າງ​ຕໍ່​ເນື່ອງຄື​ກັນ​ກັບ​ທີ່​ແຫ່ງ​ອື່ນໆ​ໃນ​ທົ່ວ​ໂລກກໍາລັງ​ປະ​ສົບ​ຢູ່​ໃນ​ຂະນະ​ນີ້.

XS
SM
MD
LG