ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນວ່າ ການລົງໂທດຕໍ່ອີຣ່ານ ຕື່ມອີກ ຈະບໍ່ຊ່ວຍຫຍັງ


ທ່ານ Hong Lei ໂຄສົກປະຈໍາກະຊວງການຕ່າງປະເທດຈີນກ່າວຕໍ່ບັນດາ
ນັກຂ່າວທີ່ກຸງປັກກິງ.
ວັນທີ 10 ພະຈິກ 2011D
ທ່ານ Hong Lei ໂຄສົກປະຈໍາກະຊວງການຕ່າງປະເທດຈີນກ່າວຕໍ່ບັນດາ ນັກຂ່າວທີ່ກຸງປັກກິງ. ວັນທີ 10 ພະຈິກ 2011D

ຈີນ​ກ່າວ​ວ່າ ການ​ລົງ​ໂທດ​ຕໍ່​ອີຣ່ານ ໂດຍ​ພື້ນຖານ​ແລ້ວ ແມ່ນ​ຈະ​ບໍ່​ແກ້​ໄຂ​ຄວາມເປັນ​ຫ່ວງ​
ກັງວົນ​ຂອງ​ນາໆ​ຊາດ​ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນໄດ້​ສະ​ແດງ​ຄວາມ​ເຫັນ​ດັ່ງກ່າວໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ
ມື້​ຫລັງ​ຈາກ​ພວກ​ປະ​ເທດ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກຫລາຍ​ປະ​ເທດ​ກ່າວ​ວ່າ ລັດຖະ
ບານເຕຫະຣ່ານສາມາດ​ປະ​ເຊີນ​ກັບ​ການລົງ​ໂທດ​ຕື່ມ​ອີກ​ໄດ້​ ຖ້າ​ອີຣ່ານບໍ່​ຍອມ​ໃຫ້ການ​ຮ່ວມ
ມື​ກັບ​ພວກ​ກວດກາ​ນີວ​ເຄລຍຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

ອັງກິດ ຝຣັ່ງ​ແລະ​ເຢຍຣະມັນ​ໄດ້​ຍົກ​ຄວາມ​ເປັນ​ໄປ​ໄດ້​ນີ້​ຂຶ້ນ​ມາ​ກ່ຽວ​ກັບການ​ລົງ​ໂທດ​ຂອງ
ສະຫະ​ປະຊາ​ຊາດ​ຕື່ມ​ອີກ​ນີ້ ຫລັງ​ຈາກ​ອົງການ​ພະລັງ​ປະລະມະ​ນູສາກົນ ຫລື IAEA ​ເປີດ​
ເຜີຍ​ລາຍ​ງານ​ສະບັບ​ນຶ່ງ​ໃຫ້​ຮູ້​ທີ່​ເວົ້າວ່າ​ຕົນ​ມີ​ຫລັກ​ຖານ​ທີ່​ໜ້າ​ເຊື່ອຖື​ໄດ້​ກ່ຽວ​ກັບ​ຄວາມ​ພະ
ຍາຍາມ​ຕ່າງໆ​ຂອງ​ອີຣ່ານ​ເພື່ອ​ອອກ​ແບ​ບຂອງ​ອາວຸດ​ນີວ​ເຄລຍນັ້ນ.

ຢູ່​ໃນ​ລາຍ​ງານ​ສະບັບ​ທີ່​ນໍາ​ອອກເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ອົງການ IAEA ​ໄດ້
ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ​
ໂດຍ​ກ່າວ​ວ່າ ຊິ້ນ​ສ່ວນ​ບາງ​ຢ່າງ​ສາມາດ​ໃຊ້ໄດ້​ໃນ​ທາງ​ພົນລະ​ເຮືອນ ​ແຕ່​ພວກ​ຊິ້ນ​ສ່ວນ​
ອື່ນໆແມ່ນ​ພົວພັນ​ກັບ​ພວກ​ອາວຸດ​ນີວ​ເຄລຍ.

ພວກ​ປະ​ເທດ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນຕົກ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ຂັດຂວາງ​ອີຣ່ານ
ບໍ່​ໃຫ້​ກາຍ​ເປັນ​ປະ​ເທ​ດທີ່​ມີ​ອາວຸດ​ນີວ​ເຄລຍ ​ແຕ່​ກຸງ​ເຕຫະຣ່ານຢືນ​ຢັດ​ວ່າ ​ໂຄງການ​ນີວ​
ເຄລຍຂອງ​ຕົນ​ແມ່ນ​ເພື່ອ​ໃຊ້​ໃນ​ທາງ​ສັນຕິ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ຜ່ານ​ການ​ເອົາ​ມາດ​ຕະການ​ລົງ​ໂທດ​ອີຣ່ານ
ມາ​ແລ້ວ 4 ຊຸດ. 2 ປະ​ເທດ​ສະມາຊິກ​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ
ຊາດກໍ​ຄື​ຈີນ​ແລະ​ຣັດ​ເຊຍ ມາຮອດ​ປັດຸ​ບັນ​ນີ້​ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ​ໜ້ອຍ​ຫລາຍ​ທີ່​ຈະ
ທໍາ​ການລົງໂທດ​ຕໍ່​ອີຣ່ານຕື່ມ​ອີກ​ນັ້ນ.

XS
SM
MD
LG