ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

7 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ຈີນ


ນັກຂ່າວຄົນນຶ່ງຍ່າງຢູ່ຂ້າງນອກຮ້ານກິນດື່ມແຫ່ງນຶ່ງທີ່ລະເບີດແຕກ
ຂຶ້ນໃນເມືອງຊີອານ, ຈີນ.
ວັນທີ 14 ພະຈິກ 2011.
ນັກຂ່າວຄົນນຶ່ງຍ່າງຢູ່ຂ້າງນອກຮ້ານກິນດື່ມແຫ່ງນຶ່ງທີ່ລະເບີດແຕກ ຂຶ້ນໃນເມືອງຊີອານ, ຈີນ. ວັນທີ 14 ພະຈິກ 2011.

ສື່​ມວນ​ຊົນ​ຈີນລາຍ​ງານ​ວ່າ ປະຊາຊົນຢ່າງ​ໜ້ອຍ​ 7 ຄົນ​ເສຍ​ຊີວິດ​ໃນ​ວັນ​ຈັນ​ມື້​ນີ້ ​ເວລາ​ລະ​ເບີດ​ແຕກ​ຂຶ້ນ​ໃນ​ຮ້ານ​ກິນ​ດື່ມ​ແຫ່ງ​ນຶ່ງ​ໃນ​ເມືອງຊີ​ອານ ​ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ.

ອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນ​ກ່າວ​ວ່າ ລະ​ເບີດ​ໄດ້ເເຕກຂຶ້ນ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ທີ່​ຮ້ານ​ຍອາຫານ​ໄວ​ທັນ​ໃຈ​ແຫ່ງ​ນຶ່ງ​ໃນ​ຊັ້ນທີ​ນຶ່ງ​ຂອງ​ຕຶກ​ Jiatian International Mansion ຊຶ່ງ​ເປັນ​ຕຶກ​ອາຄານ​ພານິດໃນ​ເມືອງ​ຊິ​ອານທີ່​ມີ​ຊື່ສຽງ​ໃນ​ຖານະ​ເປັນ​ເມືອງ​ທີ່ມີ​ຮູບ​ປັ້ນ​ຫີນຂອງພວກ​ນັກ​ລົບ​ໃນ​ສະ​ໄໝລາດ​ຊະ​ວົງ ຈິງ (Qin) ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ມີ​ປະຊາຊົນ​ຢ່າງ​ໜ້ອຍ 25 ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລະ​ເບີດ​ດັ່ງກ່າວ ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ພວກ​ຜູ້​ຄົນ​ທີ່ຍ່າງກາຍ​ໄປ​ມາ​. ຊິນຫົວ​ກ່າວ​ຕື່ມ​ວ່າ ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ແມ່ນ​ຮວມທັງ​ພວກ​ເດັກນ້ອຍ​ທີ່​ກໍາລັງ​ຍ່າງ​ໄປ​ໂຮງຮຽນ.

ລະ​ເບີດດັ່ງກ່າວ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ລົດ​ຫລາຍ​ຄັນ ​ແລະ​ເຮັດໃຫ້​ປ່ອງຢ້ຽມ​ແຕກ ຢູ່​ໄກ​ອອກ​ໄປ​ຮອດ 3 ກິ​ໂລ​ແມັດ.

XS
SM
MD
LG