ລັດຖະມົນຕີຕ່າງປະເທດສະຫະລັດ ເດີນທາງໄປຍັງເຂດ ອ່າວເປີເຊຍ ເພື່ອຊອກຫາການສະໜັບສະໜູນຈາກບັນດາ ປະເທດອາຣັບ ສໍາລັບການລົງໂທດຕໍ່ປະເທດອິຣ່ານ.
ປະເທດ Slovakia ເກືອດຫ້າມການຂາຍ ພວກສັດປີກແລະໄຂ່ ທີ່ມາຈາກເຢຍລະມັນ ເປັນການຊົ່ວຄາວ.
ສຫລຈະມອບການຊ່ວຍເຫລືອ ແກ່ປາກິສຖານຫລາຍຂຶ້ນແລະ ກໍຈະຊອກຫາວິທີເສີມຂະຫຍາຍ ການບຸກໂຈມຕີເພື່ອທັບມ້າງທີ່ໝັ້ນ ຂອງພວກຫົວຮຸນແຮງ.
ເກົາຫຼີເໜືອໄດ້ທຳການຮຽກຮ້ອງ ຂໍເປີດການເຈລະຈາ ແບບບໍ່ມີເງື່ອນໄຂ ກັບເກົາຫຼີໃຕ້ຄືນອີກ ພາຍໃນເວລາອັນໃກ້ໆນີ້.
ການໂຈມຕີດ້ວຍຈະຫລວດ ຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ ສັງຫານພວກ ຫົວຮຸນແຮງ ຢ່າງໜ້ອຍ 5 ຄົນ ໃນພາກ ຕາເວັນຕົກສຽງເໜືອ ປາກິສຖານ ໃນວັນກສຸກ ມື້ນີ້.
ເກົາຫຼີໃຕ້ໄດ້ປະຕິເສດຕໍ່ການສະເໜີຄັ້ງໃໝ່ ຂອງເກົາຫຼີເໜືອທີ່ຢາກໃຫ້ເປີດການເຈລະຈາ ແບບບໍ່ມີເງື່ອນໄຂນັ້ນວ່າ ບໍ່ຈິງຈັງ.
ຈີນເວົ້າວ່າ ສະຫະລັດມີອິດທິພົນຕໍ່ ຂົງເຂດເອເຊຍຢ່າງໃຫຍ່ຫລວງ ແລະຮຽກຮ້ອງ ໃຫ້ສະຫະລັດດໍາເນີນບົດບາດ ໃນທາງບວກຢູ່ໃນຂົງເຂດດັ່ງກ່າວ.
ພວກນັກຊ່ຽວຊານທັງຫລາຍເຊື່ອວ່າ ໄວຕາມິນ ດີ ມີບົດບາດໃນການສົ່ງເສີມ ໃຫ້ເດັກທາຣົກ ມີສຸຂະພາບດີໃນຫລາຍໆດ້ານ.
ລັດຖະບານອິນເດຍວິຕົກກັງວົນເປັນພິເສດ ກ່ຽວກັບ ຜົນກະທົບທາງການເມືອງຈາກ ການຖີບຕົວສູງຂຶ້ນ ຂອງລາຄາຜັກບົ່ວແຫງ.
ໃນລາຍງານທ້າຍປີ 2010 ກ່ຽວກັບຜົນງານ ຂອງພາກສ່ວນການກະເສດຂອງສຫລ ປາກົດວ່າ ພວກກະເສດຕະກອນອາເມຣິກັນສ້າງລາຍຮັບ ໄດ້ຫລາຍສົມຄວນ.
ມີການຄົ້ນພົບວ່າໂຣກເບົາຫວານປະເພດ 2 ສາມາດຄວບຄຸມໄດ້ ໂດຍການກິນອາຫານທີ່ພາໃຫ້ມີສຸຂະພາບດີ ແລະເຕ້ນເອໂຣບິກ ປະສົມກັບຍົກນໍ້າໜັກ.
ສະພາແຫ່ງຊາດຫວຽດນາມປະກາດໃຊ້ ກົດໝາຍແຫ່ງຊາດທີ່ຄົບຖ້ວນສົມບູນ ສະບັບທໍາອິດທີ່ຮັບປະກັນສິດທິຕ່າງໆ ຂອງພວກປະຊາຊົນທີ່ເສຍອົງຄະນັ້ນ.
ກໍາປູເຈຍມອບສັນຍາໃຫ້ບໍລິສັດພັດທະນາ ທີ່ດິນເກົາຫລີໃຕ້ເປັນຜູ້ຮັບເໝົາ ກໍ່ສ້າງ ສະໜາມບິນສາກົນແຫ່ງໃໝ່ເພື່ອຮອງຮັບ ພວກນັກທ່ອງທ່ຽວທີ່ໄປຊົມອັງກໍວັດ.
ເກົາຫລີໃຕ້ວ່າຈະທໍາການຊ້ອມລົບເທື່ອໃໝ່ ໂດຍໃຊ້ລູກກະສູນແທ້ຢູ່ເທິງເກາະດອນແຫ່ງນຶ່ງ ໃກ້ຊາຍຝັ່ງທະເລຂອງເກົາຫລີເໜືອ.
ມີລາຍງານວ່າ ເຂື່ອນໄຟຟ້ານໍ້າຕົກຂອງຈີນແຫ່ງນຶ່ງ ສົ່ງຜົນກະທົບຢ່າງໜັກ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນມຽນມາ ທີ່ອາໃສຢູ່ຕາມລໍາແມ່ນໍ້າ ໃຕ້ເຂື່ອນ.
42 ຄົນຖືກຊ່ວຍຊີວິດໄວ້ໄດ້ ໃນເຫດເຮືອທີ່ເຕັມໄປດ້ວຍ ພວກຈະໄປຂໍລີ້ໄພ ຕໍາຕາຝັ່ງທີ່ເປັນໂຂດຫີນ ຢູ່ເກາະຄຣິສມາສ ໃນວັນພຸດມື້ນີ້.
ການຂະຫຍາຍການລົງທຶນ ຂອງບໍລິສັດຈີນ ໃນສະຫະລັດ ເຮັດໃຫ້ພວກນັກການເມືອງ ແລະພວກຄົນງານ ໃນສະຫະລັດ ບາງຄົນບໍ່ພໍໃຈ.
ຫລັງຈາກທີ່ການເດີນທາງໂດຍທາງອາກາດ ຕົກຕໍ່າລົງຢູ່ໃນທົ່ວໂລກເມື່ອສອງປີກ່ອນນີ້ ພວກສາຍການບິນໃນຂົງເຂດເອເຊຍກໍໄດ້ ຟື້ນຕົວຄືນມາອີກ ແຕ່ກໍຂາດນັກບິນ.
ເກົາຫລີໃຕ້ເວົ້າໃນວັນອາທິດມື້ນີ້ວ່າ ຕົນຈະ ຊ້ອມລົບຍິງປືນໃຫຍ່ໂດຍໃຊ້ກະສູນແທ້ ໃນເຂດນ່ານນໍ້າທະເລ.
ຈີນເວົ້າວ່າ ລາຄາອາຫານທີ່ແພງຂຶ້ນ ກ່ວາເກົ່ານັ້ນ ໄດ້ຂັບດັນໃຫ້ ໄພເງິນເຟີ້ ຖີບຕົວສູງຂຶ້ນສູ່ລະດັບສູງສຸດ ໃນຮອບ ຫລາຍກວ່າ 2 ປີ.
ໂຫລດຕື່ມອີກ