ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກໍາປູ​ເຈຍ​ໃຫ້​ບໍລິສັດ​ເກົາຫລີ​​ໃຕ້ ກໍ່ສ້າງ​ສະໜາມບິນ​ໃໝ່ ​ຢູ່ໃກ້ອັງ​ກໍ​ວັດ​​


ແຜນທີ່ກຳປູເຈຍທີ່ມີປູສະນີຍະສະຖານອັງກໍວັດທີ່ມີຊື່ສຽງຕັ້ງຢູ່ນັ້ນ.
ແຜນທີ່ກຳປູເຈຍທີ່ມີປູສະນີຍະສະຖານອັງກໍວັດທີ່ມີຊື່ສຽງຕັ້ງຢູ່ນັ້ນ.

ພວກ​ເຈົ້າໜ້າທີ່​ກຳປູ​ເຈຍ​ເວົ້າວ່າ ກໍາປູ​ເຈຍ​ໄດ້​ມອບສັນຍາ​
ໃຫ້​ບໍລິສັດ​ພັດທະນາທີ່​ດິນ ເກົາຫລີໃຕ້ບໍ​ລີ​ສັດ​ນຶ່ງ​ເປັນ​ຜູ້ຮັບ
ເໝົາກໍ່ສ້າງ​ສະໜາມບິນ​ສາກົນ​ແຫ່ງ​ໃໝ່​ ເພື່ອຮອງຮັບພວກ
ນັກທ່ອງທ່ຽວ​ທີ່ໄປ​ທ່ຽວຊົມປູ​ສະ​ນີຍະສະຖານ ອັງ​ກໍ​ວັດ​
ທີ່​ມີ​ຊື່ສຽງນັ້ນ.

ບໍລິສັດພັດທະນາທີ່​ດິນ Lees A&A ​ກ່າວ​ໃນວັນ​ພຸດວານ​
ນີ້ວ່າ ຕົນມີ​ແຜນການ​ທີ່​ຈະ​ໃຊ້​ເງິນ 1 ພັນ​ລ້ານ​ໂດ​ລາ ​ເຂົ້າ​
ໃນ​ການກໍ່ສ້າງ​ໂຄງການ​ດັ່ງກ່າວ ​ແລະວ່າສະໜາມບິນ​ແຫ່ງ
ໃໝ່ນີ້ ​ເວລາ​ສ້າງ​ສໍາ​ເລັດ​ແລ້ວ​ນັ້ນ ຈະ​ສາມາດຮອງຮັບ​ຄົນ
ໂດຍສານ​ໄດ້ 15 ລ້ານ 5 ​ແສນ​ຄົນ​ໃນ​ແຕ່ລະ​ປີ.

ບໍລິສັດ Lees A&A ​ເວົ້າວ່າ ການກໍ່ສ້າງ​ຈະ​ເລີ້ມຕົ້ນຂຶ້ນ​ໃນ​ທ້າຍ​ປີໜ້າ ​ແລະ ​ພາກ​ທຳ​ອິດ​ຈະ​ສ້າງໃຫ້​ສໍາ​ເລັ​ດ​ໃນ​ປີ 2012. ​ນອກ​ນັ້ນ ບໍລິສັດເວົ້າອີກ​ວ່າ ຕົນຍັງ​ມີ​ແຜນ​ທີ່​ຈະ​ຂະຫຍາຍ​ເດີ່ນ​ອອກ​ໄປອີກ ​ໃນ​ປີ 2032.

ພວກ​ເຈົ້າໜ້າທີ່ໃນ​ແຂວງ​ສຽມຣຽບຂອງກຳປູ​ເຈຍ​ເວົ້າວ່າ ສະໜາມບິນ​ແຫ່ງ​ໃໝ່​ນີ້ຈະ​ຖືກ​ສ້າງ​ຢູ່​ໄກ​ຈາກ​ເຂດ​ຄຸ້ມອັງ​ກໍ​ວັດ​ ​ໄປທາງ​ຕາ​ເວັນ​ອອກ​ປະມານ​ 60 ກິ​ໂລ​ແມັດ.

ບໍລິສັດພັດທະນາທີ່​ດິນດັ່ງກ່າວຍັງ​ແຈ້ງ​ໃຫ້ຊາບວ່າ ທາງ​ບໍລິສັດກໍາລັງ​ທຳ​ການ ​ເຈລະຈາ​ກັບ​ພວກນັກ​ລົງທຶນ​ ທີ່​ມີ​ຄວາມ​ສົນ​ໃຈລົງທຶນ​ໃນ​ໂຄງການ​ນີ້ ​ເພື່ອ​ຫາທຶນ 500 ລ້ານ​ໂດ​ລາ​ມາ ກໍ່​ສ້າງພາກທໍາ​ອິດ​ຂອງ​ໂຄງການ.

XS
SM
MD
LG