ນາຍ Preston Swanson ແມ່ນຖືວ່າ ມີລັກສະນະຂອງ
ຄົນເປັນໂຣກ ເບົາຫວານປະເພດ 2 ໄດ້ດີ. ເມື່ອກ່ອນ
ລາວມີແຕ່ກາງຕໍ່ອາໃສນໍາການກິນຢາເປັນຫລັກ ເພື່ອ
ຮັກສາລະດັບນ້ຳຕານໃນເລືອດໃຫ້ຢູ່ໃນລະດັບທີ່ສາ
ມາດຄວບຄຸມໄດ້ ແລະກໍບໍ່ໄດ້ສົນໃຈທີ່ຈະອອກກຳລັງ
ກາຍແບບປົກ ກະຕິໃຫ້ເປັນລະບົບປະຈຳເລີຍ. ນາຍ Swanson ເວົ້າວ່າ:
“ລະດັບຄໍແຣັສເຕີຣອນ, ລະດັບໄຂມັນໃນເລືອດ, ຄວາມດັນເລືອດ, ແລະລະດັບນໍ້າຕານ ທຸກສິ່ງທຸກຢ່າງຂອງຂ້ອຍຕອນນັ້ນ ແມ່ນບໍ່ເປັນປົກກະຕິຫຍັງໝົດ”.
ມູນນິທິໂຣກເບົາຫວານສາກົນ ຫລື International Diabetes Foundation ເວົ້າວ່າ ມີການປະເມີນກັນວ່າ ມີຄົນເປັນໂຣກເບົາ ຫວານ ປະມານ 285 ລ້ານຄົນຢູ່ໃນທົ່ວໂລກ ໂດຍມີຫລາຍກ່ວາໝູ່ ຢູ່ທີ່ປະເທດອິນເດຍ ແລະ ຈີນ.
ໂຣກເບົາຫວານມີ 2 ປະເພດ. ປະເພດທີນຶ່ງ
ຫລື Type One ເກີດຂຶ້ນເມື່ອມ້າມບໍ່ສາມາດ
ຜະຫລິດທາດອິນຊູລິນໄດ້ພຽງພໍ. ສ່ວນໂຣກ
ເບົາຫວານປະເພດ 2 ຫລື Type Two
ນັ້ນ ແມ່ນມັກກວດພົບຢູ່ນຳພວກຄົນເຈັບທີ່
ຮ່າງກາຍບໍ່ສາມາດນຳໃຊ້ທາດອິນຊູລິນທີ່
ມ້າມ ຜະຫລິດອອກມານັ້ນໄດ້ຢ່າງມີປະສິດ
ທິຜົນ. ອົງການອະນາໄມໂລກ ຫລື WHO
ກ່າວວ່າ 90 ສ່ວນຮ້ອຍຂອງຄົນເປັນໂຣກ
ເບົາຫວານ ແມ່ນຖືກຈັດຢູ່ໃນປະເພດ 2
ແລະອາການຂອງເຂົາເຈົ້າກໍມັກຈະເພີ້ມ
ຄວາມຮ້າຍແຮງຂຶ້ນ ຖ້າເຂົາເຈົ້າອວ້ນພີ
ມີນ້ຳໜັກຫລາຍເກີນຄວນ ແລະ ບໍ່ມັກ
ເຄື່ອນໄຫວໄປມາຢູ່ເລື້ອຍປານໃດ.
ດັ່ງດຽວກັບຄົນອື່ນໆ ທີ່ເປັນໂຣກເບົາຫວານຫລາຍໆຄົນ, ໂຣກເບົາ ຫວານຂອງນາຍ Swanson ກໍາລັງກ້າວໄປສູ່ຄວາມຮ້າຍແຮງ ເວລາ ລາວໄປຈົດຊື່ເຂົ້າຮ່ວມ ໂຄງການສຶກສາຄົ້ນຄວ້າອັນນຶ່ງ ທີ່ດຳເນີນການໂດຍ Dr. Timothy Church ຈາກສູນກາງຊີວະການແພດ Pennington. ທ່ານ Dr. Church ແລະ ເພື່ອນຮ່ວມງານຂອງທ່ານ ໄດ້ທຳການສຶກສາເບິ່ງຄົນເຈັບ ຫລາຍກວ່າ 260 ຄົນ ທີ່ໄດ້ຖືກວິນິດໄສພະຍາດວ່າເປັນໂຣກເບົາຫວານປະເພດ 2 ທີ່ທໍາການອອກກຳລັງກາຍໜ້ອຍ ຫລື ບໍ່ໄດ້ອອກກຳລັງກາຍເລີຍ ແລະກໍເປັນຜູ້ທີ່ມີລະດັບນ້ຳຕານໃນເລືອດ ສູງຜິດປົກກະຕິ.
ທ່ານ Dr. Church ແລະບັນດາຜູ້ຮ່ວມຂຽນບົດຄົ້ນຄວ້າຂອງທ່ານໄດ້ຈັດພວກເຂົ້າຮ່ວມ
ການຄົ້ນຄວ້າ ອອກເປັນ 3 ກຸ່ມທີ່ມີການອອກກຳລັງກາຍໃນ 3 ແບບດ້ວຍກັນ ຄືກຸ່ມ
ພວກທີ່ມັກຍ່າງ, ກຸ່ມຍົກນ້ຳໜັກ, ແລະ ກຸ່ມທີ່ອອກກຳລັງກາຍແບບ ເຕ້ນເອໂຣບິກ ປະ
ສົມກັບການຍົກນ້ຳໜັກຊຶ່ງທ່ານອະທິບາຍຜົນຂອງການຄົ້ນຄ້ວາວ່າ.
“ການຍົກນໍ້າໜັກ ຊ່ວຍຄວບຄຸມນໍ້າຕານໃນເລືອດ
ໄດ້ໜ້ອຍນຶ່ງການ ຍ່າງກໍຊ່ວຍໄດ້ໜ້ອຍນຶ່ງແຕ່
ການອອກກໍາລັງກາຍທັງສອງຢ່າງນີ້ປະສົມກັນ
ແມ່ນກໍມີຜົນຮ່ວມກັນແລະກໍຊ່ວຍຄວບຄຸມນໍ້າ
ຕານ ໃນເລືອດໄດ້ ຫລາຍທີ່ສຸດ.”
Dr. Church ເວົ້າອີກວ່າ ກຸ່ມທີ່ອອກກຳລັງກາຍທັງສອງ
ຢ່າງປະສົມ ກັນນັ້ນ ໄດ້ເຮັດໃຫ້ໄຂມັນໃນຮ່າງກາຍຫລຸດ
ລົງຫລາຍທີ່ສຸດ ຄືປະມານ 2 ກິໂລເຄິ່ງ ແລະ ກ້າມຊີ້ນກໍ
ບໍ່ໄດ້ແຮ່ວລົງແຕ່ຢ່າງໃດ. ແລະ ທ່ານກ່າວວ່າກ້າມຊີ້ນັ້ນ
ແຫລະ ເປັນປະເດັນທີ່ຄວບຄຸມລັະດັບນ້ຳຕານໃນເລືອດ
ໃນພວກໝູ່ຄົນທີ່ເປັນໂຣກເບົາຫວານທັງຫລາຍ.
ພ້ອມດຽວກັນນັ້ນ ກໍມີຂ່າວດີຫລາຍກວ່ານັ້ນອີກ ຄືໃນລະຫວ່າງການສຶກສາຄົ້ນຄວ້າທີ່ດຳ
ເນີນໄປເປັນເວລາ 9 ເດືອນນັ້ນ ກໍໄດ້ພົບວ່າ ພວກຄົນໃນກຸ່ມທີ່ອອກກຳລັງກາຍແບບປະ
ສົມປະສານກັນນັ້ນ ຍັງໄດ້ຫລຸດຈຳນວນຢາທີ່ພວກເຂົາເຈົ້າເຄີຍກິນມາກ່ອນນັ້ນ ລົງນຳອີກ.
ນາຍ Preston Swanson ທີ່ປະກອບສ່ວນໃນການຄົ້ນ
ຄວ້າດັ່ງກ່າວ ເວົ້າວ່າການອອກກຳລັງກາຍ 140 ນາທີ
ຫລື 2 ຊົ່ວໂມງກັບ 20 ນາທີຕໍ່ອາທິດແມ່ນໄດ້ປ່ຽນແປງ
ຊີວິດຂອງລາວ ຊຶ່ງລາວເວົ້າວ່າ:
"ຜົນດີໂດຍລວມຂອງການອອກກຳລັງກາຍ ກໍຄືວ່າ
ບັດນີ້ຂ້ອຍກໍຈະມີໂອກາດໄດ້ຢູ່ນໍາຄອບຄົວຂອງຂ້ອຍ
ຕໍ່ໄປອີກດົນ."
ທ່ານສາມາດຊອກອ່ານ ລາຍງານການສຶກສາຄົ້ນຄວ້ານີ້ໄດ້ ຢູ່ໃນວາລະສານສະມາຄົມການແພດອາເມຣິກັນ ຫລື the American Medical Journal.