ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫຼີໃຕ້ປະຕິເສດການ ສະເໜີ ຂໍເຈລະຈາຄັ້ງໃໝ່ ຂອງເກົາຫຼີເໜືອ


ນັກຂ່າວໂທລະພາບຂອງເກົາຫຼີເໜືອ ທີ່ອອກຂ່າວ ເກົາຫຼີເໜືອສະເໜີ ໃຫ້ເປີດການເຈລະຈາແບບບໍ່ມີເງື່ອນໄຂນັ້ນ.
ນັກຂ່າວໂທລະພາບຂອງເກົາຫຼີເໜືອ ທີ່ອອກຂ່າວ ເກົາຫຼີເໜືອສະເໜີ ໃຫ້ເປີດການເຈລະຈາແບບບໍ່ມີເງື່ອນໄຂນັ້ນ.

ເກົາຫຼີໃຕ້ໄດ້ປະຕິເສດຕໍ່ການສະເໜີຄັ້ງໃໝ່ຂອງເກົາຫຼີເໜືອທີ່ຢາກໃຫ້ເປີດການເຈລະຈາແບບ
ບໍ່ມີເງື່ອນໄຂນັ້ນວ່າ ບໍ່ຈິງຈັງ ແລະໄດ້ກ່າວຢໍ້າຄໍາຮຽກຮ້ອງໃຫ້ພຽງຢາງພິສູດຄຳເວົ້າຂອງ
ຕົນດ້ວຍການກະທຳ.

ແຕ່ການດຳເນີນຄວາມພະຍາຍາມເພື່ອແກ້ໄຂວິກິດການຍັງດຳເນີນຢູ່ຕໍ່ມາ ທີ່ນະຄອນ
ຫຼວງປັກກິ່ງໃນວັນພະຫັດມື້ນີ້ ບ່ອນທີ່ນັກການທູດສະຫະລັດ ທ່ານ Ste-phen Bosworth
ໄດ້ພົບປະກັບຮອງລັດຖະມົນຕີການຕ່າງປະເທດຈີນ ທ່ານ Zhang Zhijun ແລະທູດພິ
ເສດຂອງຈີນທີ່ເຂົ້າຮ່ວມການເຈລະຈາ 6 ຝ່າຍ ທ່ານ Wu Dawei. ນອກນັ້ນແລ້ວ ລັດ
ຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ຍັງໄດ້ສົນທະນາຫາລືກ່ຽວກັບເລື່ອງ
ດັ່ງກ່າວທີ່ກຸງວໍຊິງຕັນກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton.

ການສະເໜີຂອງເກົາຫຼີເໜືອໄດ້ມີ​ຂຶ້ນ ຢູ່ໃນສື່ມວນຊົນຂອງທາງການປະເທດດັ່ງກ່າວໃນ
ວັນພຸດວານນີ້ ໂດຍໃຊ້ຖ້ອຍຄຳແບບຂໍຄືນດີທີ່ສຸດ ນັບແຕ່ເກົາຫຼີເໜືອໄດ້ຍິງຖະຫຼົ່ມເກາະ
ນຶ່ງຂອງເກົາຫຼີໃຕ້ໃນວັນທີ 23 ພະຈິກ. ເກົາຫຼີເໜືອກ່າວວ່າ ຕົນຂໍສະເໜີດ້ວຍຄວາມນັບ
ຖືໃຫ້ເປີດການເຈລະຈາຫາລືໃນຂອບເຂດທີ່ກວ້າງຂວາງ ແລະຕົນພ້ອມແລ້ວທີ່ຈະພົບປະ
ກັບບຸກຄົນໃດ ໃນເວລາໃດແລະສະຖານທີ່ແຫ່ງໃດກໍໄດ້.

ແຕ່ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ກ່າວໃນວັນພະຫັດມື້ນີ້ວ່າ ເກົາຫຼີເໜືອໄດ້ໃຊ້
ຖ້ອຍຄຳໃນທຳນອງດຽວກັນນີ້ ເພື່ອຈຸດປະສົງໃນການໂຄສະນາຊວນເຊື່ອໃນອະດີດຜ່ານ
ມາ ແລະການສະເໜີດັ່ງກ່າວບໍ່ໄດ້ກະທຳກັນໃນວິທີທາງທີ່ເໝາະສົມ. ໂຄສົກຄົນນຶ່ງກ່າວ
ວ່າເກົາຫຼີເໜືອຄວນຈະປະຕິບັດຕາມຄຳໝັ້ນສັນຍາຂອງຕົນທີ່ເຄີຍໄດ້ໃຫ້ໄວ້ໃນປີ 2005
ວ່າຈະກຳຈັດອາວຸດນິວເຄລຍນັ້ນ.

XS
SM
MD
LG