ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີໃຕ້ຈະຊ້ອມລົບ ດ້ວຍກະສູນແທ້


ກໍ່າປັ່ນລົບຂອງເກົາຫລີໃຕ້ທີ່ກຽມພ້ອມທີ່ຈະທໍາການຊ້ອມລົບຍິງປືນໃຫຍ່ໂດຍໃຊ້ລູກກະສູນແທ້ ໃນເຂດນ່ານນໍ້າທະເລເລີ້ມແຕ່ວັນຈັນ ວັນທີ 13 ທັນວາ, 2010 ມື້ອື່ນນີ້.
ກໍ່າປັ່ນລົບຂອງເກົາຫລີໃຕ້ທີ່ກຽມພ້ອມທີ່ຈະທໍາການຊ້ອມລົບຍິງປືນໃຫຍ່ໂດຍໃຊ້ລູກກະສູນແທ້ ໃນເຂດນ່ານນໍ້າທະເລເລີ້ມແຕ່ວັນຈັນ ວັນທີ 13 ທັນວາ, 2010 ມື້ອື່ນນີ້.

ພວກ​ເຈົ້າໜ້າທີ່ເກົາຫລີ​ໃຕ້ ​ເວົ້າ​ໃນ​ວັນ​ອາທິດ​ມື້ນີ້ວ່າ ເກົາຫລີ​ໃຕ້ຈະທໍາ​ການ​ຊ້ອມ​ລົບຍິງ​ປືນ​ໃຫຍ່​ໂດຍ​ໃຊ້​ລູກ​ກະ​ສູນ​ແທ້ ​ໃນ​ເຂດ​ນ່ານນໍ້າ​ທະ​ເລ ​ເລີ້ມ​ແຕ່​ວັນ​ຈັນ​ມື້ອື່ນນີ້.

ໂຄສົກ​ປະຈຳ​ກອງທັບ​ທີ່​ບໍ່ປະສົງ​ຈະ​ອອກ​ຊື່ ແຈ້ງ​ໃຫ້ຊາບວ່າ ການ​ຊ້ອມ​ລົບ ດັ່ງກ່າວ ​ຊຶ່ງຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ມື້​ ຈະ​ບໍ່​ມີ​ຂຶ້ນຢູ່​ໃກ້​ເຂດນ່ານນໍ້າທີ່​ເປັນ​ຊາຍແດນກັບເກົາຫລີ​ເໜືອ​ທີ່ເປັນ​ບັນຫາ​ຜິດ​ຖຽງກັນ​ຢູ່​ທະ​ເລ​ເຫລືອງ​ນັ້ນ.

ເກາະ Yeonpyeong ຢູ່​ໃກ້​ໆກັນ​ນັ້ນ ​ໄດ້​ຖືກເກົາຫລີ​ເໜືອ​ລະດົມຍິງ​ປືນ​ໃຫຍ່​ ໃສ່​ຢ່າງໜັກ ໂດ​ຍໄດ້​ເອົາ​ຊີວິດ​ຊາວເກົາ
ຫລີ​ໃຕ້​ໄປ 4 ຄົນ​ ໃນ​ວັນ​ທີ 23 ພະຈິກ​ຜ່ານ​ມາ​ນີ້.

ນັບ​ຕັ້ງ​ແຕ່​ມີ​ການ​ຍິງໂຈມ​ຕີຄັ້ງດັ່ງກ່າວ, ລັດຖະບານກຸງ​ໂຊນ ​ກໍໄດ້ທໍາ​ການ​ ​ຊ້ອມ​ລົບ​ຫລາຍໆບັ້ນຕິດ​ຕໍ່​ກັນຢ່າງ​ຕັ້ງໜ້າ ຊຶ່ງໂຮມທັງ​ການ​ຊ້ອມ​ລົບຂອງ​ທະຫານ​ເຮືອຄັ້ງ​ໃຫຍ່​ ຮ່ວມກັບສະຫະລັດ ​ເພື່ອ​ສະ​ແດງແສນ​ຍານຸພາບ​ໃນ​ການ​ຕ້ານ​ຢັນກັບ​ກຸງ​ພຽງຢາງ ຫລື​ເກົາຫລີ​ເໜືອນັ້ນ.



XS
SM
MD
LG