ສະມາຄົມຂົນສົ່ງທາງອາກາດນາໆຊາດ ຫລື International Air Transport Association ເວົ້າວ່າ ການເດີນທາງໄປມາຂອງພວກຄົນໂດຍສານ ຢູ່ຂົງເຂດເອເຊຍ-ປາຊີຟິກ ໄດ້ເພີ້ມຂຶ້ນເກືອບຮອດ 80% ໃນໄລຍະ 9 ເດືອນຕົ້ນປີນີ້ ເມື່ອທຽບໃສ່ໄລຍະດຽວກັນ ໃນປີກາຍນີ້.
ບໍ່ແມ່ນແຕ່ຕະຫລາດສໍາລັບປີ້ເຮືອບິນເທົ່ານັ້ນ ທີ່ກໍາລັງຮ້ອນ ຄືມີຄວາມຕ້ອງການສູງໃນເວລານີ້ ຕະຫລາດວຽກງານສໍາລັບພວກນັກບິນກໍຮ້ອນ ເຊັ່ນກັນ. ອົງການການບິນພົນລະເຮືອນນາໆຊາດ ຫລື International Civil Aviation Organization ກ່າວວ່າ ຂົງເຂດເອເຊຍ-ປາຊີຟິກ ມີຄວາມສາມາດ ໃນການເຝິກນັກບິນໃນແຕ່ລະປີ ໄດ້ພຽງແຕ່ 35% ຂອງຈຳນວນນັກບິນ ທີ່ຕ້ອງການປະຈຳປີສໍາລັບຂົງເຂດ.
ຈີນພຽງປະເທດດຽວເທົ່ານັ້ນ
ກໍມີຄວາມຕ້ອງການນັກບິນໃໝ່
ເປັນຈໍານວນຫລາຍພັນຄົນໃນ
ສອງສາມປີຂ້າງໜ້າ. ໃນເດືອນ
ແລ້ວນີ້ ສາຍການບິນ China
Southern Airlines ຊຶ່ງເປັນ
ສາຍການບິນໃຫຍ່ທີ່ສຸດຂອງ
ຈີນ ກ່າວວ່າຕົນຈະເລີ່ມໂຄງ
ການເຝິກນັກບິນໂດຍໃຊ້ຫລັກ
ສູດເລັ່ງລັດ ທີ່ໃຊ້ເວລາພຽງສອງ
ປີເຄິ່ງເທົ່ານັ້ນ ແທນທີ່ຈະເປັນສີ່
ປີ ຕາມທີ່ເຄີຍປະຕິບັດກັນມາ.
ທ່ານ Andrew Herdman
ຜູ້ອໍານວຍການໃຫຍ່ປະຈໍາສະມາ
ຄົມສາຍການບິນຂົງເຂດເອເຊຍ
ປາຊິຟິກ ຫລື Association of
Asia Pacific Airlines ທີ່ປະກອບດ້ວຍສາຍການບິນນາໆຊາດ 17 ບໍລິ ສັດ ເວົ້າວ່າ:
"ບາງສາຍການບິນແມ່ນກໍາລັງເຕີບໂຕຂຶ້ນ ໃນອັດຕາສູງຮອດສອງຕົວເລກ ໂດຍສະເພາະ ແມ່ນຢູ່ໃນປະເທດຈີນແລະແຫ່ງອື່ນໆ. ແມ່ນສາຍການບິນພວກນີ້ ທີ່ກໍາລັງຈ້າງ ເອົາຄົນງານ. ແຕ່ໃນທໍານອງດຽວກັນນັ້ນ ກໍມີຫລາຍໆສາຍການບິນ ທີ່ເຕີບໂຕຂຶ້ນຢ່າງວ່ອງໄວ ໃນຂົງເຂດພາກຕາເວັນອອກກາງ ທີ່ໄດ້ສັ່ງຊື້ ເຮືອບິນເປັນຈໍານວນ ຫລວງຫລາຍ ແລະກໍກໍາລັງຊອກຈ້າງເອົາພວກນັກບິນນໍາ."
ຄາດກັນວ່າ ອິນເດຍຈະກາຍເປັນຕະຫລາດ
ການບິນພົນລະເຮືອນທີ່ໃຫຍ່ອັນດັບ 3
ຂອງໂລກ ໃນເວລາບໍ່ເຖິງສອງທົດສະວັດ ຫລື
20 ປີຂ້າງໜ້າ. ອາທິດແລ້ວນີ້, ສາຍການບິນ
ອິນເດຍຫລື Air India ແລະສາຍການບິນ
Jet Airways ເວົ້າວ່າ ພວກຕົນຈະເຊົ່າເຮືອ
ບິນໃໝ່ 35 ລໍາຈາກບໍລິສັດ Airbus ຂອງຢູ
ໂຣບ. ໃນເດືອນແລ້ວນີ້ ສາຍການບິນທີ່ຂາຍ
ປີ້ໃນລາຄາຍ່ອມເຍົາ SpiceJet ກໍໄດ້ສັ່ງຊື້
ເຮືອບິນ Boeing 737 ລຸ່ນ 800 30 ລໍາ
ຈາກບໍລິສັດໂບອິ້ງຂອງສະຫະລັດ.
ແຕ່ວ່າ ພາກສ່ວນການບິນຂອງອິນເດຍ ເວລານີ້ກໍກຳລັງປະສົບກັບຄວາມຫຍຸ້ງຍາກໃນການຊອກຫານັກບິນຢູ່ແລ້ວ. ສາຍການບິນ Air India Express ຊຶ່ງເປັນບໍລິສັດການບິນທີ່ໄດ້ຮັບການເກື້ອກຸນທາງດ້ານງົບປະມານ ຈາກລັດຖະບານອິນເດຍ ຈໍາເປັນຕ້ອງໄດ້ຍົກເລີກຖ້ຽວບິນ ໄປຍັງພາກຕາເວັນອອກກາງ ໃນເດືອນກັນຍາທີ່ຜ່ານມານີ້ ຍ້ອນວ່າບໍ່ມີນັກບິນຂັບເຮືອບິນໃຫ້.
ພວກນັກຊ່ຽວຊານດ້ານຄວາມປອດໄພຂອງສາຍການບິນ ບາງຄົນໃຫ້ຄວາມເຫັນວ່າ ການຂາດແຄນນັກບິນນີ້ ສາມາດເປັນໄພຂົ່ມຂູ່ຕໍ່ຄວາມປອດໄພໄດ້ ເພາະວ່າພວກນັກບິນອາດຖືກບັງຄັບໃຫ້ບິນຫລາຍຖ້ຽວເພີ້ມຂຶ້ນ ແລະ ພວກນັກບິນໃໝ່ ຜັດບໍ່ມີປະສົບການໃນການຂັບຍົນຢ່າງພຽງພໍ. ແລະໃນເດືອນກັນຍາທີ່ຜ່ານມານີ້ເຊັ່ນກັນ ພວກເຈົ້າໜ້າທີ່ຈີນ ເວົ້າວ່າ ພວກເຂົາເຈົ້າໄດ້ກວດພົບວ່າ ມີນັກບິນ 200 ປາຍຄົນ ທີ່ໄດ້ປອມແປງ ປະວັດການເຮັດວຽກຂອງພວກເຂົາເຈົ້າ ໃນໄລຍະປີ 2008 ຫາ 2009.
ສ່ວນສາຍການບິນທີ່ໃຫຍ່ກວ່າ ເຊັ່ນ Cathay Pacific ແລະ Singapore Airlines ນັ້ນ ກໍໄດ້ເຝິກອົບຮົມນັກບິນຂອງຕົນເອງ ທີ່ ເຮັດວຽກຢູ່ນຳບໍລິສັດເປັນເວລາຫລາຍປີ. ແຕ່ວ່າ ພວກສາຍການບິນ ທີ່ຕັ້ງຂຶ້ນມາໃໝ່ໆ ແລະຂະຫຍາຍຕົວໄວກວ່ານັ້ນ ມັກຈະຊອກເອົານັກບິນໂດຍທາງລັດ ຊຶ່ງກໍຄືໄປຈ້າງນັກບິນມາຈາກບໍລິສັດອື່ນ. ເມື່ອເດືອນກຳລະກົດນັ້ນ ພວກນັກບິນຂອງສາຍການບິນຟີລິບບິນ ຫລື Philip-pine Airlines ຊາວກ່ວາຄົນ ໄດ້ລາອອກເພື່ອໄປເຮັດວຽກຢູ່ຕ່າງປະເທດ ທີ່ຈ່າຍເງິນເດືອນສູງກວ່າ ຊຶ່ງໄດ້ເຮັດໃຫ້ການເດີນທາງ ທາງອາ ກາດຂອງປະເທດ ຖືກກະທົບກະເທືອນ.
ທ່ານ Herdman ເວົ້າອີກວ່າ ມັນໃຊ້ເວລາຕັ້ງຫລາຍປີ ກ່ວາຈະເຝິກເອົາ ນັກບິນຜູ້ນຶ່ງໄດ້. ທ່ານຊີ້ແຈງວ່າ:
"ພວກເຮົາສາມາດຮຽນຂັບ ເຮືອບິນໄດ້ ຖ້າຈະເວົ້າເຖິງການຮຽນເພື່ອໃຫ້ໄດ້ໃບ
ປະກາດສໍາລັບຂັບເຮືອບິນສ່ວນຕົວ ໂດຍໃຊ້ເວລາຮຽນບໍ່ເທົ່າໃດເດືອນ ແຕ່ວ່າ
ຖ້າຈະໃຫ້ໄດ້ຮັບໃບປະກາດ ສໍາລັບຂັບເຮືອບິນໂດຍສານ ຫລື ເພື່ອໃຫ້ໄດ້ຂັບ
ເຮືອບິນທີ່ໃຫຍ່ກ່ວານັ້ນ ແນ່ນອນ ແມ່ນ ຕ້ອງໄດ້ ໃຊ້ເວລາຮຽນຫລາຍໆປີ....
ໄລຍະເວລາລວມທັງໝົດ ທີ່ໃຊ້ໃນການສ້າງຄົນໃຫ້ເປັນນັກບິນທີ່ມີຄຸນນະວຸດທິ
ທີ່ສາມາດຂັບເຮືອບິນໂດຍສານ ຫລືເຮືອບິນພານິດລໍາໃຫຍ່ໆໄດ້ນັ້ນ ຕ້ອງໄດ້
ໃຊ້ເວລາເຝິກຫລາຍປີ."
ເມື່ອເດືອນແລ້ວນີ້ ການສືບສວນສອບສວນຂອງລັດຖະບານອິນເດຍພົບວ່າ ຜູ້ຊ່ວຍນັກບິນຄົນນຶ່ງ ຂອງສາຍການບິນ Air India ໄດ້ເຮັດໃຫ້ເຮືອບິນດິ່ງຊັນລົງ ເວລາຜູ້ກ່ຽວຕື່ນຕົກໃຈ ຫລັງຈາກໄດ້ຫລົງໄປ ແຕະຄັນບັງຄັບເຮືອບິນໂດຍບັງເອີນ. ຜູ້ຊ່ວຍນັກບິນຄົນນີ້ ມີຊົ່ວໂມງບິນ ຫລືມີປະສົບປະການໃນການຂັບເຮືອບິນ ບໍ່ຮອດ 1,000 ຊົ່ວໂມງ. ໃນສະຫະລັດ ພວກນັກບິນໜ້າໃໝ່ທັງຫລາຍທີ່ຂັບເຮືອບິນໃຫ້ສາຍການບິນໃຫຍ່ໆນັ້ນ ໂດຍປົກກະຕິແມ່ນໄດ້ຜ່ານຊົ່ວໂມງການບິນມາແລ້ວ ປະມານ 4,000 ຊົ່ວໂມງ.