ອົງການຂ່າວທາງການຈີນລາຍງານວ່າ ຂ່າວນຶ່ງໃນບັນດາ
ຂ່າວຕ່າງປະເທດທີ່ເດ່ນໆແຫ່ງ ປີ 2010 ກໍແມ່ນຂ່າວການ
ກັບຄືນມາມີບົດບາດຂອງສະຫະລັດ ຢູ່ໃນຂົງເຂດເອເຊຍປາ
ຊີຟິກອີກ ຊຶ່ງອົງການຂ່າວຊິນຫົວເວົ້າວ່າ ໄດ້ສ້າງຄວາມ
ຫຍຸ້ງຍາກສັບສົນໃຫ້ແກ່ສາຍພົວພັນລະຫວ່າງບັນດາປະ
ເທດຢູ່ໃນຂົງເຂດ.
ໃນການຖະແຫລງຂ່າວປະຈໍາວັນເມື່ອວັນພະຫັດແລ້ວນີ້ ໂຄສົກປະຈໍາກະຊວງການຕ່າງປະເທດຈີນ ທ່ານນາງ Jiang Yu ໄດ້ປະຕິເສດທີ່ຈະສະແດງຂໍ້ຄິດເຫັນໂດຍກົງ ກ່ຽວກັບລາຍງານດັ່ງກ່າວຂອງອົງການຂ່າວຊິນຫົວ ແຕ່ໄດ້
ຖະແຫລງດັ່ງນີ້:
ທ່ານນາງ Jiang ເວົ້າວ່າ “ຈີນເຊື່ອວ່າສະຫະລັດມີ
ອິດທິພົນຢ່າງໃຫຍ່ຫລາຍ
ຕໍ່ຂົງເຂດເອເຊຍ ແລະຫວັງ
ວ່າສະຫະລັດຈະສາມາດຫລີ້ນ
ບົດບາດແບບທີ່ທ່ານນາງບັນ
ລະຍາຍວ່າ “ມີລັກສະນະ
ສ້າງສັນໃນການພິທັກຮັກສາ
ສັນຕິພາບ ແລະສະເຖຍລະ
ພາບຢູ່ໃນພາກພື້ນ.”
ແຕ່ທ່ານນາງກໍບໍ່ໄດ້ໃຫ້ລາຍລະ
ອຽດກ່ຽວກັບອັນທີ່ຈີນຖືວ່າເປັນ
ແບບສ້າງສັນນັ້ນແມ່ນຄືແນວໃດ
ແທ້.
ລາຍງານຂອງອົງການຂ່າວຊິນຫົວ ທີ່ພິມອອກເຜີຍແຜ່ໃນວັນພະຫັດຜ່ານມານັ້ນ ໄດ້ຊີ້ໄປໃສ່
ອັນທີ່ຊິນຫົວເອີ້ນວ່າ ການແຊກແຊງເລື້ອຍໆຂອງລັດຖະບານວໍຊິງຕັນ ເຂົ້າໃນກໍລະນີຜິດຖຽງ
ກັນລະຫວ່າງບັນດາປະເທດເອເຊຍ ຊຶ່ງໃນນັ້ນລວມມີ ຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນນັບມື້ລະ
ຫວ່າງເກົາຫລີເໜືອແລະເກົາຫລີໃຕ້, ແລະເລື້ອງໝູ່ເກາະ Diaoyu ຊຶ່ງທັງຈີນແລະຍີ່ປຸ່ນຕ່າງ
ກໍອ້າງເອົາກໍາມະສິດນັ້ນ. ນອກນີ້ ລາຍງານດັ່ງກ່າວຍັງໄດ້ເວົ້າເຖິງການເຂົ້າພົວພັນຂອງສະ
ຫະລັດໃນກໍລະນີຜິດຖຽງກັນລະຫວ່າງຫລາຍຊາດ ເລື້ອງເຂດນໍ້າແດນດິນຢູ່ໃນເຂດທະເລຈີນ
ໃຕ້ນັ້ນ.
ສະຫະລັດໄດ້ເປັນປະເທດທີ່ມີອໍານາດຢູ່
ໃນເຂດເອເຊຍປາຊີຟິກ ມາໄດ້ດົນກວ່າ
ສັດຕະວັດນຶ່ງແລ້ວ ແລະກໍໄດ້ຮັກສາສໍາ
ພັນທະມິດອັນແໜ້ນແກ່ນກັບຫລາຍປະ
ເທດເອເຊຍ ລວມທັງຍີ່ປຸ່ນແລະໄທ.
ໂຄສົກຍິງຂອງລັດຖະບານຈີນທ່ານນີ້
ບໍ່ຍອມເວົ້າກ່ຽວກັບວ່າ ຈະມີການຍົກ
ເອົາບັນຫາການມີໜ້າຂອງສະຫະລັດ
ໃນເອເຊຍ ຂຶ້ນມາສົນທະນາກັນຫລືບໍ່
ໃນເວລາທີ່ປະທານປະເທດຈີນ ທ່ານ
Hu Jintao ໄປຢ້ຽມຢາມສະຫະລັດ
ໃນເດືອນມັງກອນນີ້.
ເຖິງຢ່າງໃດກໍຕາມ ລັດຖະບານປັກກິ່ງ
ກໍໄດ້ກ່າວອອກມາຢ່າງຈະແຈ້ງວ່າ ຕົນບໍ່
ດີໃຈນໍາການຊ້ອງລົບຮ່ວມກັນລະຫວ່າງ
ສະຫະລັດກັບເກົາຫລີໃຕ້ຢູ່ເຂດທະເລເຫລືອງ ແລະວ່າ ຈີນບໍ່ຄິດວ່າສະຫະລັດ ມີບົດບາດ
ອັນໃດໃນກໍລະນີຜິດຖຽງແຍ່ງຊິງດິນແດນກັນໃນເຂດທະເລຈີນໃຕ້ນັ້ນ.
ກໍລະນີຄັດແຍ້ງກັນອີກອັນນຶ່ງລະຫວ່າງສະຫະລັດ ແລະຈີນ ແມ່ນກ່ຽວຂ້ອງກັບຄຳປະ
ກາດຂອງລັດຖະບານປັກກິ່ງເມື່ອໝໍ່ໆມານີ້ ທີ່ເວົ້າວ່າ ຕົນຈະຫລຸດລົງການສົ່ງອອກແຮ່
ທາດດິນຫາຍາກທີ່ມີຄວາມສໍາຄັນໃນການຜະລິດ ຜະລິດຕະພັນອີເລັກໂທຣນິກຫລາຍໆ
ຢ່າງ ແລະ ໃຊ້ໃນເທັກໂນໂລຈີທີ່ສະອາດ ຫລືບໍ່ມີຜົນກະທົບຕໍ່ສະພາບແວດລ້ອມນັ້ນ.
ຈີນມີປະມານ 1 ສ່ວນ 3 ຂອງບໍ່ແຮ່ທາດ
ດິນຫາຍາກຂອງໂລກ ແຕ່ວ່າຜະລິດແຮ່
ທາດດັ່ງກ່າວ ຫລາຍກວ່າ 90% ຂອງ
ປະລິມານທີ່ຜະລິດອອກທັງໝົດໃນໂລກ.
ໃນຕົ້ນອາທິດຜ່ານມານີ້ຈີນໄດ້ປະກາດວ່າ
ຈະຫລຸດການສົ່ງອອກແຮ່ທາດດັ່ງກ່າວລົງ
11% ໃນໄລຍະຫົກເດືອນຕົ້ນປີ 2011ນີ້.
ທ່ານນາງ Jiang ເວົ້າວ່າ ຈີນໄດ້ເຮັດໃນ
ສິ່ງທີ່ທ່ານນາງເອີ້ນວ່າ “ເປັນການປະກອບ
ສ່ວນຢ່າງຫລວງຫລາຍ ໃນການສະໜອງ
ແລະເຮັດໃຫ້ຕະຫລາດແຮ່ທາດດິນທີ່ຫາ
ຍາກຂອງໂລກ ມີສະເຖຍລະພາບ” ແຕ່ວ່າ
ດຽວນີ້ຈີນຈໍາເປັນຕ້ອງໄດ້ມີການປ່ຽນແປງ
ການປະກອບສ່ວນດັ່ງກ່າວນັ້ນ.
ທ່ານນາງ Jiang ເວົ້າວ່າ “ດຽວນີ້ ຈີນກໍາລັງດໍາເນີນ “ບັນດາມາດຕະການຄຸ້ມ
ຄອງຕ່າງໆ” ເພື່ອປົກປ້ອງສະພາບແວດລ້ອມແລະແຫລ່ງຊັບພະຍາກອນທີ່
ມີຈໍານວນຈຳກັດອັນນຶ່ງໄວ້.”
ທ່ານນາງຍັງກ່າວເພີ້ມວ່າ ລັດຖະບານປັກກິ່ງ ເຊື່ອວ່າການເຄື່ອນໄຫວເຫລົ່ານີ້ແມ່ນ
ສອດຄ່ອງກັບລະບຽບການຕ່າງໆ ຂອງອົງການການຄ້າໂລກ. ເມື່ອບໍ່ນານມານີ້ເຈົ້າ
ໜ້າທີ່ສະຫະລັດໄດ້ຂູ່ວ່າຈະນໍາເອົາບັນຫານີ້ຂຶ້ນສະເໜີຕໍ່ອົງການການຄ້າໂລກ.
ໄດ້ມີການຊັກຊ້າລົງຢ່າງມີປະສິດທິຜົນ ໃນການສົ່ງອອກແຮ່ທາດດິນຫາຍາກ ຈາກ
ຈີນໄປຍັງຍີ່ປຸ່ນ ໃນປີ 2010 ທີ່ຜ່ານມານັ້ນ ລຸນຫລັງການລະເບີດຂຶ້ນມາໃໝ່ ໃນ
ການຜິດຖຽງກັນກ່ຽວກັບໝູ່ເກາະ Diaoyu ທີ່ທັງສອງຝ່າຍຍາດແຍ່ງກັນນັ້ນ.
ໃນວັນພະຫັດຜ່ານມານີ້ ໂຄສົກຍິງຂອງລັດຖະບານຈີນຍັງໄດ້ເວົ້າວ່າ ການພັດທະນາ
ທາງເສດຖະກິດນັ້ນ ໝາຍຄວາມວ່າຄວາມຕ້ອງການແຮ່ທາດດິນທີ່ຫາຍາກໃນຕະຫລາດ
ສາກົນຈະເພີ້ມຂຶ້ນ ແລະທ່ານນາງໄດ້ຮຽກຮ້ອງໃຫ້ປະເທດອື່ນໆພັດທະນາ ແລະຂຸດຄົ້ນ
ບໍ່ແຮ່ທາດດິນຫາຍາກທີ່ພວກເຂົາເຈົ້າມີນັ້ນ.
ບໍລິສັດຂຸດຄົ້ນບໍ່ແຮ່ຫລາຍບໍລິສັດໃນປະເທດອື່ນໆ ໄດ້ປິດກິດຈະການຂຸດຄົ້ນແຮ່ທາດດິນ
ຫາຍາກຂອງພວກເຂົາເຈົ້າລົງໃນໄລຍະ 20 ປີ ຜ່ານມານີ້. ທັງນີ້ ພວກນັກຊ່ຽວຊານເວົ້າ
ວ່າ ກໍເປັນຍ້ອນແຮ່ທາດສົ່ງອອກຂອງຈີນນັ້ນໄດ້ຂາຍໃນລາຄາຕໍ່າກວ່າລາຄາຕະຫລາດຊຶ່ງ
ໄດ້ພັກດັນໃຫ້ພວກເຂົ້າເຈົ້າອອກໄປຈາກຕະຫລາດແຮ່ທາດນີ້.
ແຕ່ມາບັດນີ້ ເນື່ອງຈາກລາຄາຂອງແຮ່ທາດ ດິນຫາຍາກ ກໍາລັງຖີບຕົວສູງຂຶ້ນນັບມື້, ກໍກໍາ
ລັງມີການພັດທະນາ ຫລືຂຸດຄົ້ນບໍ່ແຮ່ດັ່ງກ່າວຫລາຍໆແຫ່ງຢູ່ໃນອອສເຕຣເລຍ, ການາດາ,
ອາຟຣິກາໃຕ້ ແລະໃນສະຫະລັດ.