ອົງການແຮງງານສາກົນກ່າວວ່າ
ມີພວກຜູ້ຊາຍແລະແມ່ຍິງຫລາຍ
ກວ່າ 5 ລ້ານຄົນ ຫລືປະມານ
6 ເປີເຊັນຂອງຈໍານວນປະຊາ
ກອນຫວຽດນາມທັງໝົດ ເສຍ
ອົງຄະ. ແຕ່ວ່າ ສະຖິຕິຈາກຜົນ
ການສໍາຫລວດມາດຕະຖານ
ການຄອງຊີບຂອງພວກຄອບ
ຄົວຫວຽດນາມ ເມື່ອໝໍ່ໆມານີ້
ສະແດງໃຫ້ເຫັນວ່າ ໂຕເລກໂຕ
ຈິງແມ່ນສູງກວ່ານັ້ນ ສອງເທົ່າ
ກ່ວາໆ ຫລືປະມານ 13 ລ້ານຄົນທີ່ເສຍອົງຄະ ອິງຕາມການແຍກປະເພດຂອງນາໆຊາດ
ວ່າດ້ວຍການປະຕິບັດໜ້າທີ່ ການເສຍອົງຄະແລະສຸຂະພາບ.
ເມື່ອວັນທີ 17 ເດືອນມິຖຸນາ ປີ 2010 ນີ້ ສະພາແຫ່ງຊາດຫວຽດນາມໄດ້ ປະກາດໃຊ້ກົດ
ໝາຍແຫ່ງຊາດທີ່ຄົບຖ້ວນສົມບູນສະບັບທໍາອິດ ທີ່ຮັບປະກັນສິດທິຕ່າງໆຂອງພວກປະຊາຊົນ
ທີ່ເສຍອົງຄະນັ້ນ. ທ່ານ Frank Dono- van ຜູ້ອໍານວຍການອົງການພັດທະນາລະຫວ່າງ
ປະເທດຂອງສະຫະລັດ ຫລື USAID ໃນຫວຽດນາມ ກ່າວວ່າ:
“ຄວາມຈິງແລ້ວ ກົດໝາຍເສຍອົງຄະຂອງຫວຽດນາມ ແມ່ນເປັນໝາກຜົນ ຂັ້ນສຸດ
ຍອດ ຂອງຄວາມພະຍາຍາມທີ່ແຕກຕ່າງກັນເຫລົ່ານີ້ທັງໝົດ ແລະ ການຮັບຮູ້
ຈາກ ທັງພາກສ່ວນລັດຖະບານເອງ ແລະປະຊາຊົນຈາກພວກ ອົງການເສຍອົງຄະ
ທີ່ວ່າ ເຮົາຕ້ອງການກົດໝາຍນີ້ຢ່າງແທ້ຈິງ ເພື່ອເລີ່ມ ລົງມືບັງຄັບໃຊ້ບາງນະໂຍ
ບາຍທີ່ດີເຫລົ່ານີ້ ທີ່ມີຢູ່ແລ້ວນັ້ນ.”
ກົດໝາຍເສຍອົງຄະແຫ່ງຊາດ ເປັນໝາກຜົນທີ່ມາຈາກຄວາມພະຍາຍາມ ຢ່າງຕັ້ງໜ້າມາ
ເປັນເວລາຫລາຍກວ່າ 10 ປີ ເພື່ອພັດທະນາໂຄງຮ່າງທາງ ດ້ານກົດໝາຍສໍາລັບສັງຄົມ
ທີ່ກວມລວມເອົາປະຊາຊົນທຸກຊົນຊັ້ນວັນນະນັ້ນ. ອົງການການຊ່ວຍເຫລືອຫວຽດນາມ
ສໍາລັບພວກຄົນພິການ ຫລື Vietnam Assistance for the Handicapped ແມ່ນ
ເປັນພາຄີຜູ້ສໍາຄັນໃນການ ພັກດັນໃຫ້ມີການເຄື່ອນໄຫວໄປສູ່ກົດໝາຍໃໝ່ສະບັບນີ້.
ທ່ານໂດໂນວັນກ່າວວ່າ ພວກ
ຄົນເສຍອົງຄະທັງຫລາຍຄວນ
ຈະເຂົ້າເຖິງ ໂຄງການ ແລະ
ການສະໜັບສະໜຸນຕ່າງໆທີ່
ຈໍາເປັນນັ້ນໄດ້ ເພື່ອໃຫ້ເຂົາເຈົ້າ
ໄດ້ຮັບຜົນປະໂຫຍດຢ່າງເຕັມ
ເມັດເຕັມໜ່ວຍ ຊຶ່ງທ່ານໂດໂນ
ວັນກ່າວ ຊີ້ແຈງຕໍ່ໄປວ່າ:
“ພວກຄົນເສຍອົງຄະຄວນ
ໄດ້ຊົມໃຊ້ສິດທິແລະການ
ເຂົ້າຫາເຂົ້າເຖິງການຊ່ວຍ
ເຫລືອຕ່າງໆ ດັ່ງດຽວກັນ
ກັບຄົນອື່ນໆ ບໍ່ວ່າຈະເປັນ
ເລື້ອງຄວາມຍຸຕິທໍາ, ຄວາມ
ສາມາດດໍາລົງຊີວິດຢ່າງເປັນ
ອິດສະຫລະ ແລະຖືກຮວມ
ເຂົ້າເປັນສ່ວນນຶ່ງຂອງປະຊາ
ຄົມ ຕະຫລອດເຖິງຄວາມສາມາດເຂົ້າເຖິງຂ່າວ ສານຂໍ້ມູນ ການສື່ສານ, ການສຶກ
ສາ, ການບໍລິການດ້ານສຸຂະພາບ ແລະອື່ນໆອີກ ຫລາຍສິ່ງ ຫລາຍຢ່າງ ໄປຈົນ
ເຖິງ ການຟຶ້ນຟູສະຖານະພາບ ການເຮັດວຽກ ແລະການມີງານເຮັດງານທໍາ ເປັນ
ຕົ້ນ.”
ທ່ານນາງວັນ ລີ ເຈົ້າໜ້າທີ່ໂຄງການ ສໍາລັບໂຄງການເສຍອົງຄະຂອງອົງການ USAID
ແລະກ່າວວ່າ ການດໍາເນີນຄວາມພະຍາຍາມຂອງອົງການຢູເສດ ໃນໄລຍະເຈັດປີ ໄດ້
ຊ່ວຍຮ່າງພາກສ່ວນສະເພາະຈໍານວນນຶ່ງຂອງກົດໝາຍດັ່ງກ່າວ ຊຶ່ງທ່ານນາງວັນ ລີ
ອະທິບາຍວ່າ:
“ຕັ້ງແຕ່ປີ 2003 ມາແລ້ວ ອົງການຢູເສດຢາກຈະເຮັດໃຫ້ໂຄງການເຫລົ່ານັ້ນ
ເປັນໂຄງການທີ່ຄົບຖ້ວນສົມບູນຫລາຍຂຶ້ນ ໂດຍການໃຊ້ວິທີການຫລາຍສິ່ງ
ຫລາຍຢ່າງ ເພື່ອຊ່ວຍເຫລືອພວກເສຍອົງຄະນັ້ນ. ພວກເຮົາຕື່ມເນື້ອໃນໃສ່ໃນ
ພາກສ່ວນດ້ານນະໂຍບາຍ ຕື່ມໃສ່ພາກສ່ວນດ້ານສັງຄົມ ແລະໄດ້ເອົາພາກ
ສ່ວນກ່ຽວກັບການວ່າຈ້າງເຮັດວຽກ ຮວມເຂົ້າໃນກົດໝາຍນັ້ນ.”
ການຄືບໜ້າໄປຢ່າງເປັນຮູບປະທໍາຂອງພວກອົງການຕ່າງໆ ຢູ່ໃນຫວຽດນາມນັ້ນ ໄດ້ຊ່ວຍ
ໃຫ້ມີຄວາມກ້າວໜ້າຢ່າງສະໝໍ່າສະເໝີ ໄປສູ່ການອອກກົດໝາຍເສຍອົງຄະແຫ່ງຊາດນັ້ນ. ໃນພາກສອງຂອງລາຍງານເລື່ອງນີ້ ທ່ານຈະໄດ້ຍິນໄດ້ຟັງຄວາມເຫັນຈາກພວກທີ່ໄດ້ຮັບຜົນ
ປະໂຫຍດຈາກກົດ ໝາຍເສຍອົງຄະ ແລະຄວາມພະຍາຍາມໃນການເຝິກອົບຮົມໂດຍ
ອົງການ USAID ນັ້ນ.