ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂື່ອນໄຟຟ້າຈີນສົ່ງ ຜົນກະທົບ ຢ່າງໜັກ ຕໍ່ປະຊາຊົນມຽນມາ


ແຜ່ນທີ່ແມ່ນໍ້າຂອງທີ່ໄຫລຈາກຈີນ ບ່ອນທີ່ຈີນໄດ້ສ້າງເຂື່ອນໃສ່
ແຫ່ງນຶ່ງຊື່ງໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຊີວິດການເປັນຢູ່ຂອງປະ
ຊາຊົນມຽນມາ ທີ່ອາໃສຢູ່ຕາມລໍາແມ່ນໍ້າ ໃຕ້ເຂື່ອນລົງໄປນັ້ນ.
ແຜ່ນທີ່ແມ່ນໍ້າຂອງທີ່ໄຫລຈາກຈີນ ບ່ອນທີ່ຈີນໄດ້ສ້າງເຂື່ອນໃສ່ ແຫ່ງນຶ່ງຊື່ງໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຊີວິດການເປັນຢູ່ຂອງປະ ຊາຊົນມຽນມາ ທີ່ອາໃສຢູ່ຕາມລໍາແມ່ນໍ້າ ໃຕ້ເຂື່ອນລົງໄປນັ້ນ.

ລາຍງານສະບັບນຶ່ງຂອງກຸ່ມນັກເຄື່ອນໄຫວເພື່ອຜົນປະໂຫຍດຂອງພວກຊົນ​ກຸ່ມ​ນ້ອຍເຜົ່າ​ສານ ສອງກຸ່ມກ່າວວ່າ ເຂື່ອນໄຟຟ້ານໍ້າຕົກຂອງຈີນແຫ່ງນຶ່ງ ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນມຽນມາ ທີ່ອາໃສຢູ່ຕາມ​ລໍາ​ແມ່ນໍ້າ ​ໃຕ້ເຂື່ອນລົງ​ໄປ​ນັ້ນ.

ອົງການຮັກສາສະພາບແວດລ້ອມຂອງຊົນເຜົ່າສານ ແລະ ອົງການເຄືອຂ່າຍກິດແມ່ຍິງ​ເຜົ່າ
ສານ ໄດ້ເຜີຍແຜ່ລາຍງານຂອງພວກຕົນ ກ່ຽວກັບຜົນກະທົບຂອງເຂື່ອນໄຟຟ້ານໍ້າຕົກດັ່ງ
ກ່າວ ທີ່​ສ້າງ​ຢູ່ແມ່ນໍ້າລອງຈຽນນັ້ນ ໃນວັນອັງຄານວານນີ້.

ລາຍງານສະບັບດັ່ງກ່າວເວົ້າວ່າ ນັບຕັ້ງແຕ່ເຂື່ອນແຫ່ງດັ່ງກາວໄດ້ເລີ້ມເປີດໃຊ້ ໃນເດືອນ
ກໍລະກົດເປັນຕົ້ນມາ ນໍ້າແມ່ນ​ໄດ້​ລົດ​ລົງ​ຢ່າງ​ຫລວງຫລາຍແລະ​ນໍ້າ​ໄຫລ​ມາ​ບໍ່​ສະໝໍ່າສະເໝີ ຊຶ່ງໄດ້ເຮັດໃຫ້ການນຳໃຊ້ແມ່ນໍ້າ ເຂົ້າໃນການຄ້າແລະການຂົນສົ່ງຂອງພວກ​ຊາວບ້ານນັ້ນ
ຝືດເຄືອງຂຶ້ນ.

ພວກນັກເຄື່ອນໄຫວເວົ້າອີກວ່າ ການປ່ຽນແປງໃນການໄຫລຂອງແມ່ນໍ້ານັ້ນ ໄດ້ມີຜົນກະ
ທົບຕໍ່ຊີວິດການເປັນຢູ່ຂອງພວກຊາວບ້ານ 16 ພັນຄົນ ຊຶ່ງບາງຄົນໃນນັ້ນ ກໍໄດ້ພົບວ່າ
ລາຍຮັບຂອງພວກເຂົາເຈົ້າໄດ້ຖືກຕັດລົງ ຕັ້ງເຄິ່ງນຶ່ງ.

ພວກນັກເຄື່ອນໄຫວຊາວສານ​ດັ່ງ​ກ່າວ ​ໄດ້ຮຽກຮ້ອງໃຫ້ຈີນເຮັດໃຫ້ມີນໍ້າໄຫລຕາມທຳມະ
ຊາດຈາກເຂື່ອນດັ່ງກ່າວ ແລະ ​ໃຫ້ພິຈາລະນາເບິ່ງຄວາມຕ້ອງການຂອງປະເທດເພື່ອນບ້ານ
ກ່ອນ ກ່ອນຈະສ້າງເຂື່ອນຂຶ້ນອີກໃນອານາຄົດ.

ລາຍງານເວົ້າອີກວ່າ ຈີນມີແຜນຈະສ້າງເຂື່ອນ 13 ແຫ່ງ ຢູ່ໃນແມ່ນໍ້ານູ ທີ່ໄຫລຂ້າມໄປຫາ
ມຽນມານັ້ນເຊັ່ນກັນ.

XS
SM
MD
LG