ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. Clinton ໄປອ່າວເປີເຊຍ ເພື່ອຫາການສະໜັບສະໜູນ ຈາກປະເທດອາຣັບ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ອອກເດີນທາງໄປຍັງຂົງເຂດອ່າວເປີເຊຍ ໃນແລງວັນເສົາ ທີ 9 ມັງກອນ 2011 ເພື່ອຊອກຫາການສະໜັບສະໜູນຈາກບັນດາປະເທດອາຣັບ. (file photo)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ອອກເດີນທາງໄປຍັງຂົງເຂດອ່າວເປີເຊຍ ໃນແລງວັນເສົາ ທີ 9 ມັງກອນ 2011 ເພື່ອຊອກຫາການສະໜັບສະໜູນຈາກບັນດາປະເທດອາຣັບ. (file photo)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກຳລັງ​ເດີນທາງ​ໄປ​ຍັງ​ຂົງ​ເຂດອ່າວ​ເປີ​ເຊຍ​ ເພື່ອ
ຊອກ​ຫາ​ການສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ອາຣັບ
ສໍາລັບ​ການລົງ​ໂທດຕໍ່ປະ​ເທດອິຣ່ານ ຍ້ອນ​ການ​ເຄື່ອນ
ໄຫວ​ດ້ານນີວ​ເຄລຍຂອງ​ອິຣ່ານນັ້ນ ​ແລະສົ່ງ​ເສີມການ
ສະໜັບສະໜູນ​ແກ່ລັດຖະບານຊຸດໃໝ່ຂອງອິຣັກ.

ໃນ​ການ​ເດີນທາງ​ເປັນ​ເວລາຫລາຍໆວັນ​ໃນ​ຄັ້ງນີ້ ລັດຖະ
ມົນຕີການຕ່າງ ປະເທດ Clinton ທີ່​ໄດ້​ເດີນ​ທາງອອກ
ຈາກນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ແລງ​ວັນ​ເສົາ​ວານ​ນີ້ ຈະ
ໄປ​ຢຸດແ​ວ່ທີ່ສະຫະລັດ​ອາຣັບ Emirates, ປະ​ເທດ Oman ​ແລະ​ Qatar.

ພວກ​ເຈົ້າໜ້າທີ່​ກະຊວງການຕ່າງປະເທດສະຫະລັດ​ເວົ້າວ່າ ທ່ານ​ນາງ​ຈະ​ໄດ້​ໂອ້​ລົມ​ກັບພວກ​ຜູ້ນຳ​ໃນ​ອ່າວ​ເປີ​ເຊຍ ກ່ຽວກັບ​ຄວາມ​ຄາດ​ຫວັງ​ຂອງ​ສະຫະລັດ​ໃນ ການ​ເຈລະຈາ​ເລື້ອງອາວຸດ​ນີວ​ເຄລຍຮອບຕໍ່​ໄປ​ກັບ​ອີຣ່ານ ທີ່​ຈະ​ຈັດຂຶ້ນ​ໃນທ້າຍ​ອາທິດໜ້ານີ້ ທີ່​ນະຄອນ Istanbul. ພວກ​ເຈົ້າໜ້າທີ່ດັ່ງກ່າວ
ຍັງ​ໄດ້​ເວົ້າອີກ​ວ່າ ເຈົ້າໜ້າທີ່​ການ​ທູດ​ອັນ​ດັບສູງ​ສຸດ​ຂອງ​ສະຫະລັດ ຍັງ​ຈະ​ໄດ້​ສົນທະນາກ່ຽວ
ກັບ​ວ່າ ​ເຮັດ​ວິທີໃດຈຶ່ງ​ຈະ​ຊ່ວຍພວກ​ປະ​ເທດໃນ​ເຂດ​ອ່າວ​ເປີ​ເຊຍ​ ໃຫ້​ສາມາດປະຕິບັດ​ຕາມ
ການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດຕໍ່ອິຣ່ານ​ ໄດ້​ດີ​ຂຶ້ນ.

ກ່ຽວ​ກັບ​ອີຣັກນັ້ນ ພວກ​ເຈົ້າໜ້າທີ່​ກະຊວງຕ່າງປະເທດສະຫະລັດ​ເວົ້າວ່າ ລັດຖະບານວໍ​ຊິງ​
ຕັນ​ຈະຊຸກຍູ້​ໃຫ້ຫລາຍປະ​ເທດ​ຕື່ມ​ຂຶ້ນ ​ໄປ​ເປີດ​ສະຖານທູດຢູ່​ໃນນະຄອນ​ຫລວງແບັກແດດ.

XS
SM
MD
LG