ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄພເງິນເຟີ້ທີ່ຈີນຖີບຕົວສູງຂຶ້ນ ສູ່ລະດັບສູງສຸດ


ຜູ້ຍິງຜູ້ນຶ່ງ (ຂວາ) ກຳລັງຈ່າຍເງິນຫລາຍກວ່າເດືອນກ່ອນເພື່ອຊື້ໝາກແອບໂພຖົງນຶ່ງຈາກແມ່ຄ້າຄົນນຶ່ງ (ກາງ) ທີ່ຂາຍເຄື່ອງຢູ່ຕາມຖະໜົນສາຍນຶ່ງ ໃນນະຄອນປັກກິ່ງຂອງຈີນໃນວັນທີ 11 ທັນວາ, 2010
ຜູ້ຍິງຜູ້ນຶ່ງ (ຂວາ) ກຳລັງຈ່າຍເງິນຫລາຍກວ່າເດືອນກ່ອນເພື່ອຊື້ໝາກແອບໂພຖົງນຶ່ງຈາກແມ່ຄ້າຄົນນຶ່ງ (ກາງ) ທີ່ຂາຍເຄື່ອງຢູ່ຕາມຖະໜົນສາຍນຶ່ງ ໃນນະຄອນປັກກິ່ງຂອງຈີນໃນວັນທີ 11 ທັນວາ, 2010

ກົມ​ສະຖິຕິ​ຂອງ​ຈີນເວົ້າວ່າ ລາຄາ​ອາຫານ​ທີ່​ແພງ​ຂຶ້ນ​ກ່ວາ​ເກົ່າ ​ໄດ້​ຂັບດັນໃຫ້ໄພ​ເງິນ​ເຟີ້ຖີບ​ຕົວ​ສູງ​ຂຶ້ນສູ່​ລະດັບສູງສຸດ ໃນ​ຮອບຫລາຍ​ກວ່າ 2 ປີ​.

ຫ້ອງການດັ່ງກ່າວ​ເວົ້າອີກ​ວ່າ ອັດຕາໄພ​ເງິນ​ເຟີ້ຂອງ​ຈີນ​ໃນ​ເດືອນ​ພະຈິກ​ຜ່ານ​ມານີ້ ​ແມ່ນ 5.1% ຊຶ່ງ​ໄດ້​ເພີ້ມຂຶ້ນຈາກ​ອັດຕາ 4.4%​ ຂອງ​ເດືອນ​ກ່ອນ ຄືເດືອນ​ຕຸລາ.

ໄດ້​ມີ​ການ​ເປີດ​ເຜີຍຂໍ້​ມູນ​ສະຖິຕິນີ້​ອອກ​ມາ ໃນ​ຂະນະ​ທີ່​ພວກເຈົ້າ​ໜ້າ​ທີ່​ວາງ​ນະ​ໂຍບາຍ​ທາງເສດ​ຖະກິດຂອງ​ຈີ​ນ ກຳລັງ​ປະຊຸມ​ກັນ​ຢູ່​ນະຄອນ​ປັກ​ກິ່ງ ​ເພື່ອ​ສົນທະ​ນາຫາລື​ກັນ ຊອກ​ຫາ​ວິທີ​ທີ່​ດີທີ່​ສຸດ ​ເພື່ອແກ້​ໄຂ​ບັນຫາການ​ຖີບ​ຕົວ​ສູງ​ຂຶ້ນຂອງ​ລາຄາ​ສິນ​ຄ້າຕ່າງໆ ນັ້ນ.

ລາຄາ​ຜັກ​ບາງ​ປະ​ເພດ ລວມທັງລາຄາຂີງ​ແລະຜັກທຽມ ໃນ​ເດືອນ​ພະຈິກ​ຜ່ານ​ມານີ້ ​ໄດ້​
ເພີ້ມຂຶ້ນຫລາຍ​ກວ່າ 60% ​ເມື່ອ​ທຽບ​ໃສ່ລາຄາ​ຂອງ​ປີ​ກາຍ​ນີ້. ທາງ​ລັດຖະບານ​ເວົ້າວ່າ
ສະພາບທັງໝົດນີ້​ ແມ່ນ​ເປັນຍ້ອນສະພາບ​ດິນ​ຟ້າ​ອາກາດ​ບໍ່ດີ ທີ່​ເພີ້ມທະວີ​ຂຶ້ນ ​ແລະ
ການ​ຂຶ້ນລາຄາ​ຢາຂ້າ​ແມງ​ໄມ້, ຄ່າ​ແຮງງານ ​ແລະ ຄ່າ​ຂົນ​ສົ່ງ.

ໃນ​ວັນ​ສຸກ​ຫາກໍຜ່ານ​ມານີ້ ທາງທະນາຄານ​ກາງ​ຈີນ ກໍ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ທະນາຄານ ຕ່າງໆ ຮັກສາເງິນ​ສໍາລອງ​ໄວ້ຫລາຍ​ຂຶ້ນ ​ເພື່ອ​ເປັນ​ວິທີ​ນຶ່ງ ໃນ​ການຈຳກັດ​ເງິນ​ກູ້​ ​ບໍ່ ​ໃຫ້​ເພີ້ມຂຶ້ນ, ຊຶ່ງ​ການ​ອອກ​ຄໍາສັ່ງ​ນີ້ແມ່ນເປັນຄັ້ງທີ 6 ​ແລ້ວ ໃນ​ປີນີ້.

ກ່ອນ​ໜ້າ​ນີ້ ໃນການ​ດຳ​ເນີນ​ຄວາມ​ພະຍາຍາມ​ອີກ​ອັນ​ນຶ່ງ​ ເພື່ອຈຳກັດ​ຈຳນວນ​ເງິນ​ທີ່​ມີ​ໝູນວຽນຢູ່​ໃນປະ​ເທດນັ້ນ ຈີນໄດ້ຂຶ້ນ​ອັດຕາ​ດອກ​ເບ້ຍໃນ​ເດືອນຕຸລາ ຊຶ່ງ​ເປັນຄັ້ງທຳ​ອິດ
ໃນຮອບ​ເກືອບ 3 ປີ ຜ່ານ​ມາ ​ແລະພວກນັກ​ເສດຖະສາດກໍຄາດ​ວ່າ ຈະ​ມີ​ການ​ຂຶ້ນ
ດອກ​ເບ້ຍ​ອີ​ກ​ຄັ້ງນຶ່ງຢູ່ ໃນໄວໆນີ້.

XS
SM
MD
LG